[{"Value":"","Discard":false,"Expires":9999999999}] ທັດສະນະສຶກສາ – ສະຖາບັນອຸດສາຫະກຳ, ການຄ້າ ແລະ ພະລັງງານ https://eriit.moic.gov.la ສອຄພ (IICE) Fri, 21 Mar 2025 03:04:00 +0000 en-GB hourly 1 https://wordpress.org/?v=7.0.7 https://eriit.moic.gov.la/wp-content/uploads/2021/06/download-6-logo-e1623910251763-150x150.png ທັດສະນະສຶກສາ – ສະຖາບັນອຸດສາຫະກຳ, ການຄ້າ ແລະ ພະລັງງານ https://eriit.moic.gov.la 32 32 ຄະນະທີມງານຂອງຄູ-ອາຈານ ໄດ້ນໍາພານັກສຶກສາໄປທັດສະນະສຶກສາ ແລະ ແລກປ່ຽນບົດຮຽນຢູ່ແຂວງບໍລິຄໍາໄຊໃນວັນທີ 3-4 ມີນາ 2025 https://eriit.moic.gov.la/%e0%ba%84%e0%ba%b0%e0%ba%99%e0%ba%b0%e0%ba%97%e0%ba%b5%e0%ba%a1%e0%ba%87%e0%ba%b2%e0%ba%99%e0%ba%82%e0%ba%ad%e0%ba%87%e0%ba%84%e0%ba%b9-%e0%ba%ad%e0%ba%b2%e0%ba%88%e0%ba%b2%e0%ba%99-%e0%bb%84%e0%ba%94/ https://eriit.moic.gov.la/%e0%ba%84%e0%ba%b0%e0%ba%99%e0%ba%b0%e0%ba%97%e0%ba%b5%e0%ba%a1%e0%ba%87%e0%ba%b2%e0%ba%99%e0%ba%82%e0%ba%ad%e0%ba%87%e0%ba%84%e0%ba%b9-%e0%ba%ad%e0%ba%b2%e0%ba%88%e0%ba%b2%e0%ba%99-%e0%bb%84%e0%ba%94/#respond Fri, 21 Mar 2025 03:03:01 +0000 https://eriit.moic.gov.la/?p=2825
0 0
Read Time:2 Minute, 22 Second

ຄະນະທີມງານຂອງຄູ-ອາຈານ ໄດ້ນໍາພານັກສຶກສາໄປທັດສະນະສຶກສາ  ແລະ ແລກປ່ຽນບົດຮຽນຢູ່ແຂວງບໍລິຄໍາໄຊໃນວັນທີ 3-4 ມີນາ 2025 ( ກໍານົດເວລາ 02ມື້ 01 ຄືນ ), ຊຶ່ງໄດ້ປະຕິບັດຕາມການຂຶ້ນແຜນວຽກຄື:  ໄດ້ອອກເດີນທາງໄປໃນເວລາ 8:30 ຂອງວັນທີ 03 ມີນາ 2025 ໂດຍລົດຕູ້ຈໍານວນ 02 ຄັນ, ຮອດສະຖານທີ່ໂຮງງານອຸດສາຫະກໍາຜະລິດ ແລະ ຈໍາໜ່າຍໝໍ້ແປງໄຟຟ້າ SK ເວລາ 11:00 ໂມງຊຶ່ງຕັ້ງຢູ່ບ້ານໂພນສະອາດ, ເມືອງ ປາກຊັນ ແຂວງບໍລິຄໍາໄຊ . ໃນການທັດສະນະສຶກສາຄັ້ງນີ້ແມ່ນໄດ້ຮັບການອໍານວຍຄວາມສະດວກເປັນຢ່າງດີຈາກພະນັກງານຫ້ອງການຈາກພະແນກອຸດສາຫະກຳ ແລະ ການຄ້າແຂວງບໍລິຄຳໄຊ ແລະ ກໍໄດ້ຮັບຕ້ອນຈາກທ່ານຮອງປະທານໂຮງງານ ພ້ອມທັງໄດ້ຮັບຟັງບັນຍາຍປະຫວັດຄວາມເປັນມາຂອງໂຮງງານ, ໂຮງງານດັ່ງກ່າວມີສາຂາຕັ້ງຢູ່ 06 ແຂວງພາກກາງ ແລະ ພາກໃຕ້ຂອງ ສປປ ລາວ, ຮູ້ໄດ້ວິທີການຜະລິດ-ການຈໍາໜ່າຍ ແລະ ຊົມໃຊ້ຢູ່ພາຍໃນປະເທດ,  ພ້ອມຍ່າງຊົມເບິ່ງຂັ້ນຕອນການຜະລິດຕົວຈິງ ແລະ ການຈັດຈໍາໜ່າຍຕ່າງໆຈາກພະນັກງວິຊາການຂອງໂຮງງານດັ່ງກ່າວ.

ໃນຕອນບ່າຍຂອງມື້ດຽວກັນ ໄດ້ເຂົ້າໄປຢ້ຽມຊົມຂົວມິດຕະພາບລາວ-ໄທ ແຫ່ງທີ 5 ໂດຍໄດ້ຮັບການຕ້ອນຮັບຈາກ ທ່ານ ໄລທອງ ພົມມະວົງ ຫົວໜ້າໂຄງການ ກໍ່ສ້າງຂົວຂ້າມແມ່ນໍ້າຂອງມິດຕະພາບລາວ-ໄທ ແຫ່ງທີ5 (ບໍລິຄໍາໄຊ-ບືງການ) ພ້ອມທັງຮັບຟັງການບັນຍາຍຄວາມເປັນມາ ແລະ ຈຸດປະສົງ, ຄາດໝາຍໃນການສ້າງຂົວມິດຕະພາບ ລາວ-ໄທ ຈາກນັ້ນກໍໄດ້ເຂົ້າໄປທ່ຽວຊົມສະຖານທີ່ກໍ່ສ້າງຂົວ ບ່ອນຈຸດເຊື່ອມຕໍ່ລະຫວ່າງ ລາວ-ໄທ.

ຕອນຄໍ່າເວລາ 18:30ໂມງ ຫາ 20:30 ໂມງ ຄູ-ອາຈານ ແລະ ນັກສຶກສາທັງໝົດ ພ້ອມດ້ວຍຮອງຫົວໜ້າຫ້ອງການບໍລິຫານຢູ່ພະແນກອຸດສາຫະກຳ ແລະ ການຄ້າແຂວງບໍລິຄໍາໄຊ ກໍໄດ້ມີພາເຂົ້າສາມັກຄີນໍາກັນ ຢູ່ຮ້ານອາຫານຊົມວີວແຄມຊັນ.

ໃນຕອນເຊົ້າຂອງວັນທີ 04 ມີນາ 2025 ຄະນະທັດສະນະສຶກສາໄດ້ອອກຈາກເມືອງປາກຊັນເດີນທາງໄປ ກຸ່ມຜະລິດຕະພັນປາແຫ້ງຢູ່ບ້ານນໍ້າໂລ ແລະ ບ້ານສີສົມໄຊ, ເມືອງທ່າພະບາດ , ແຂວງບໍລິຄໍາໄຊ ໂດຍໄດ້ມີການຮັບຕ້ອນຈາກຫົວໜ້າຫ້ອງການການຄ້າເມືອງທ່າພະບາດ ແລະ ນາຍບ້ານສີສົມໄຊ ຊຶ່ງສະຖານທີ່ໄດ້ຈັດຢູ່ໃນວັດສີສົມໄຊ ໄຊຍະລາມ, ທາງຫົວໜ້າຫ້ອງການການຄ້າເມືອງທ່າພະບາດກໍໄດ້ຂຶ້ນລາຍງານກ່ຽວກັບກຸ່ມຫັດຖະກໍາຜະລິດຕະພັນປາແຫ້ງ, ຫ້າງ, ຮ້ານວາງຂາຍສິນຄ້າໂດຍຫຍໍ້ຈໍານວນໜຶ່ງ. ນອກຈາກນັ້ນ ຍັງໄດ້ຮັບຟັງຂັ້ນຕອນການການຜະລິດ, ການຈໍາໜ່າຍ, ລາຄາ, ຈໍານວນຮ້ານ ແລະ ການແປຮູບປາ ເຊັ່ນ: ປາແຫ້ງໂຕໃຫຍ່/ນ້ອຍ, ປາແຫ້ງຫລອດ, ປາສົ້ມຫໍ່ຕອງ, ປາສົ້ມກະປຸກປາແດກ ແລະ ອື່ນໆຈາກນາຍບ້ານສີສົມໄຊ, ເມືອງທ່າພະບາດ , ແຂວງບໍລິຄໍາໄຊ.

ໃນມື້ດຽວກັນນັ້ນ ໃນເວລາ 11:30- 12:30 ໄດ້ນຳພາຄະນະໄປທ່ຽວຊົມຮອງຮອຍປະຫວັດສາດ ຕີນພະບາດຢູ່ທີ່ວັດພະບາດໂພນສັນ ພ້ອມດ້ວຍແວ່ຊົມກຸ່ມຫັດຖະກໍາຈັກສານ ແອບເຂົ້້າ, ກະໂດ້ງ, ກະຕ່າ, ສານ, ຫວດໜຶ້ງເຂົ້າ, ຂັນໃສ່ບາດ ແລະ ອື່ນໆ .

Loading

Happy
Happy
0 %
Sad
Sad
0 %
Excited
Excited
0 %
Sleepy
Sleepy
0 %
Angry
Angry
0 %
Surprise
Surprise
0 %
]]>
https://eriit.moic.gov.la/%e0%ba%84%e0%ba%b0%e0%ba%99%e0%ba%b0%e0%ba%97%e0%ba%b5%e0%ba%a1%e0%ba%87%e0%ba%b2%e0%ba%99%e0%ba%82%e0%ba%ad%e0%ba%87%e0%ba%84%e0%ba%b9-%e0%ba%ad%e0%ba%b2%e0%ba%88%e0%ba%b2%e0%ba%99-%e0%bb%84%e0%ba%94/feed/ 0
ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຕ້ອນຮັບຄະນະອາຈານ ແລະ ນັກສຶກສາ ຈາກມະຫາວິທະຍາໄລສຸພານຸວົງ ທີ່ມາທັດສະນະສຶກສາ-ແລກປ່ຽນບົດຮຽນ ໃນວັນທີ 11 ກຸມພາ 2021 https://eriit.moic.gov.la/%e0%ba%81%e0%ba%b0%e0%ba%8a%e0%ba%a7%e0%ba%87%e0%ba%ad%e0%ba%b8%e0%ba%94%e0%ba%aa%e0%ba%b2%e0%ba%ab%e0%ba%b0%e0%ba%81%e0%ba%b3-%e0%bb%81%e0%ba%a5%e0%ba%b0-%e0%ba%81%e0%ba%b2%e0%ba%99%e0%ba%84%e0%bb%89/ https://eriit.moic.gov.la/%e0%ba%81%e0%ba%b0%e0%ba%8a%e0%ba%a7%e0%ba%87%e0%ba%ad%e0%ba%b8%e0%ba%94%e0%ba%aa%e0%ba%b2%e0%ba%ab%e0%ba%b0%e0%ba%81%e0%ba%b3-%e0%bb%81%e0%ba%a5%e0%ba%b0-%e0%ba%81%e0%ba%b2%e0%ba%99%e0%ba%84%e0%bb%89/#respond Mon, 15 Feb 2021 11:56:56 +0000 http://eriit.moic.gov.la/?p=1431
0 0
Read Time:1 Minute, 36 Second

ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຕ້ອນຮັບຄະນະອາຈານ ແລະ ນັກສຶກສາ ຈາກມະຫາວິທະຍາໄລສຸພານຸວົງ ທີ່ມາທັດສະນະສຶກສາ-ແລກປ່ຽນບົດຮຽນ ໃນວັນທີ 11 ກຸມພາ 2021

ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຕ້ອນຮັບ ແລະ ຈັດກອງປະຊຸມແລກປ່ຽນບົດຮຽນກັບຄະນະອາຈານ ແລະ ນັກສຶກສາ ຈໍານວນ 58 ທ່ານ ຈາກມະຫາວິທະຍາໄລສຸພານຸວົງ ທີ່ມາທັດສະນະສຶກສາ ທີ່ກະຊວງອຸດສາຫະກໍາ ແລະ ການຄ້າ ໃນວັນທີ 11 ກຸມພາ 2021 ໂດຍກອງປະຊຸມດັ່ງກ່າວ ເປັນປະທານໂດຍ ທ່ານ ສີລິສໍາພັນ ວໍຣະຈິດ, ກໍາມະການປະຈໍາພັກກະຊວງ, ຫົວໜ້າສະຖາບັນຄົ້ນຄວ້າເສດຖະກິດອຸດສາຫະກໍາ ແລະ ການຄ້າ ແລະ ເປັນປະທ່ານຮ່ວມໂດຍ ທ່ານ ປອ ທອງພັນ​ ຈັນຖາວອນ, ຄະນະບໍດີ​ ຄະນະເສດຖະສາດ ແລະ​ ການທ່ອງທ່ຽວ. ພ້ອມນີ້, ພະນັກງານກະຊວງອຸດສາຫະກຳ ແລະ ການຄ້າ ຈໍານວນ 36 ທ່ານ ກໍເຂົ້າຮ່ວມກອງປະຊຸມດັ່ງກ່າວ.

ໃນກອງປະຊຸມດັ່ງກ່າວນີ້ ຜູ້ເຂົ້າຮ່ວມໄດ້ຮັບຟັງການບັນຍາຍ ກ່ຽວກັບການຄ້າ ຢູ່ ສປປ ລາວ ໃນ 4 ຫົວຂໍ້ ຄື:

1). ບົດບາດ ແລະ ຄວາມສໍາຄັນຂອງວຽກງານທາງດ້ານການຄ້າຕໍ່ການພັດທະນາເສດຖະກິດຂອງ ສປປ ລາວ;

2). ຜົົນການຈັດຕັ້ງປະຕິບັດທາງດ້ານການຄ້າພາຍໃນ ແລະ ການຄ້າຕ່າງປະເທດ ຂອງ ສປປ ລາວ ໃນໄລຍະທີ່ຜ່ານມາ;

3). ນະໂຍບາຍສົ່ງເສີມທາງດ້ານການຄ້າ ແລະ ການສົ່ງເສີມທາງດ້ານການຜະລິດສິນຄ້າ ໃນ ສປປ ລາວ;

4). ການພົວພັນຮ່ວມມືທາງດ້ານການຄ້າ ກັບ ຕ່າງປະເທດຂອງ ສປປ ລາວ.

ພ້ອມກັນນັ້ນ ກໍ່ໄດ້ມີການປຶກສາຫາລື ແລະ ແລກປ່ຽນຖອດຖອນບົດຮຽນເຊິ່ງກັນ ແລະ ກັນ ຢ່າງເປັນກັນເອງ ໃນພາກປະຕິບັດຕົວຈິງ ທັງຜົນສໍາເລັດ, ສິ່ງທ້າທາຍ ແລະ ທິດທາງຂ້າງໜ້າຂອງກະຊວງອຸດສາຫະກໍາ ແລະ ການຄ້າ ຊຶ່ງທັງໝົດ ແມ່ນເປັນບົດຮຽນ ແລະ ປະໂຫຍດ ໃຫ້ຄະນະຄູອາຈານ ແລະ ນັກສຶກສາ ໃນການສິດສອນ, ການຄົ້ນຄວ້າ-ວິໄຈ ແລະ ການຜັນຂະຫຍາຍນໍາໄປໃຊ້ ສໍາລັບວຽກງານຕົວຈິງດ້ານອື່ນໆ ໃນອະນາຄົດ.

 

 

Loading

Happy
Happy
0 %
Sad
Sad
0 %
Excited
Excited
0 %
Sleepy
Sleepy
0 %
Angry
Angry
0 %
Surprise
Surprise
0 %
]]>
https://eriit.moic.gov.la/%e0%ba%81%e0%ba%b0%e0%ba%8a%e0%ba%a7%e0%ba%87%e0%ba%ad%e0%ba%b8%e0%ba%94%e0%ba%aa%e0%ba%b2%e0%ba%ab%e0%ba%b0%e0%ba%81%e0%ba%b3-%e0%bb%81%e0%ba%a5%e0%ba%b0-%e0%ba%81%e0%ba%b2%e0%ba%99%e0%ba%84%e0%bb%89/feed/ 0