[{"Value":"","Discard":false,"Expires":9999999999}] ຝຶກອົບຮົມພາຍໃນ – ສະຖາບັນອຸດສາຫະກຳ, ການຄ້າ ແລະ ພະລັງງານ https://eriit.moic.gov.la ສອຄພ (IICE) Sat, 08 Feb 2025 15:50:28 +0000 en-GB hourly 1 https://wordpress.org/?v=7.0.7 https://eriit.moic.gov.la/wp-content/uploads/2021/06/download-6-logo-e1623910251763-150x150.png ຝຶກອົບຮົມພາຍໃນ – ສະຖາບັນອຸດສາຫະກຳ, ການຄ້າ ແລະ ພະລັງງານ https://eriit.moic.gov.la 32 32 ພິທີມອບ-ຮັບປຶ້ມ ສະຖິຕິຂໍ້ມູນ ແລະ ແຜ່ນຜັບ, ດັດສະນີການສ້າງສິ່ງອຳນວຍຄວາມສະດວກທາງດ້ານການຄ້າ ແລະ ການລົງທຶນຂັ້ນແຂວງ 2024 (Provincial Facilitation for Trade and Investment Index 2024 – ProFIT). https://eriit.moic.gov.la/%e0%ba%9e%e0%ba%b4%e0%ba%97%e0%ba%b5%e0%ba%a1%e0%ba%ad%e0%ba%9a-%e0%ba%ae%e0%ba%b1%e0%ba%9a%e0%ba%9b%e0%ba%b6%e0%bb%89%e0%ba%a1-%e0%ba%aa%e0%ba%b0%e0%ba%96%e0%ba%b4%e0%ba%95%e0%ba%b4%e0%ba%82%e0%bb%8d/ https://eriit.moic.gov.la/%e0%ba%9e%e0%ba%b4%e0%ba%97%e0%ba%b5%e0%ba%a1%e0%ba%ad%e0%ba%9a-%e0%ba%ae%e0%ba%b1%e0%ba%9a%e0%ba%9b%e0%ba%b6%e0%bb%89%e0%ba%a1-%e0%ba%aa%e0%ba%b0%e0%ba%96%e0%ba%b4%e0%ba%95%e0%ba%b4%e0%ba%82%e0%bb%8d/#respond Sat, 08 Feb 2025 15:50:05 +0000 https://eriit.moic.gov.la/?p=2813
0 0
Read Time:1 Minute, 15 Second

ໃນຕອນບ່າຍວັນທີ 05 ມັງກອນ 2025 ທີ່ ຫ້ອງປະຊຸມສະຖາບັນອຸດສາຫະກຳ ແລະ ການຄ້າ ໂດຍການເຂົ້າຮ່ວມຂອງ ທ່ານ ວຽງສະຫວ່າງ ທິບພະວົງ ຫົວຫນ້າສະຖາບັນອຸດສາຫະກຳ ແລະ ການຄ້າ, ກະຊວງ ອຸດສາຫະກຳ ແລະ ການຄ້າ ແລະ ທ່ານ ນ Khaliungoo Ganbat ຮອງຜູ້ຕາງຫນ້າມູນນິທິເອເຊຍ ປະຈຳ ສປປລາວ ໂດຍມີຕ່າງຫນ້າຈາກບັນດາພະແນກການຂອງສະຖາບັນ ແລະ ຜູ້ປະສານງານໂຄງການເຂົ້າຮ່ວມ.

ໃນພິທີ ທ່ານ ວຽງສະຫວ່າງ ທິບພະວົງ ຫົວຫນ້າສະຖາບັນອຸດສາຫະກຳ ແລະ ການຄ້າ ໄດ້ກ່າວສະແດງຄວາມຂອບໃຈ ມາຍັງມູນນິທິເອເຊຍ ທີ່ຊ່ວຍອຳນວຍຄວາມສະດວກ ແລະ ໃຫ້ການສະຫນັບສະຫນູນກິດຈະກຳຕ່າງໆ ພາຍໃຕ້ກອບການຮ່ວມມືຂອງບົດບັນທຶກຄວາມເຂົ້າໃຈ ທີ່ທັງສອງຝ່າຍໄດ້ຮ່ວມກັນຈັດຕັ້ງ ປະຕິບັດມາຈົນສຳເລັດໃນໄລຍະ ປີ 2024 ທີ່ຜ່ານມາ,​ ເຖິງຢ່າງໃດກໍ່ດີ ທາງສະຖາບັນກໍ່ຈະຍັງສືບຕໍ່ໃຫ້ການຮ່ວມມື ແລະ ນໍາສົ່ງບັນດາປຶ້ມສະຖິຕິຂໍ້ມູນ ແລະ ຜົນການສຳຫລວດທີ່ໄດ້ຮັບໃນຄັ້ງນີ້ ເພື່ອກະຈາຍໃຫ້ແກ່ບັນດາກະຊວງ ແລະ ຂັ້ນແຂວງໃນລະດັບທ້ອງຖິ່ນຕໍ່ໄປ.

ໃນຕອນທ້າຍ ທ່ານ ວຽງສະຫວ່າງ ທິບພະວົງ ຍັງໄດ້ສະແດງຄວາມຂອບໃຈມາຍັງຄູ່ຮ່ວມພັດທະນາ ແລະ ຜູ້ໃຫ້ທຶນ ໂດຍສະເພາະ ສະພາອຸດສາຫະກຳ ແລະ ການຄ້າແຫ່ງຊາດ, ມູນນິທິເອເຊຍປະຈຳ ສປປລາວ ແລະ ລັດຖະບານອ໋ອດສະຕາລີ ທີ່ຊ່ວຍສະຫນັບສະຫນູນ ເພື່ອໃຫ້ການດຳເນີນກິດຈະກຳປະສົບຜົນສຳເລັດຈົນ ມີຜົນງານເປັນທີ່ປະຈັກຕາດັ່ງເອກະສານ ແລະ ການພິມປຶ້ມສະຖິຕິຂໍ້ມູນ 2024 ຄັ້ງນີ້ອອກມາໄດ້.

ສະຖາບັນອຸດສາຫະກໍາ ແລະ ການຄ້າ

ກະຊວງອຸດສາຫະກໍາ ແລະ ການຄ້າ.

Loading

Happy
Happy
0 %
Sad
Sad
0 %
Excited
Excited
0 %
Sleepy
Sleepy
0 %
Angry
Angry
0 %
Surprise
Surprise
0 %
]]>
https://eriit.moic.gov.la/%e0%ba%9e%e0%ba%b4%e0%ba%97%e0%ba%b5%e0%ba%a1%e0%ba%ad%e0%ba%9a-%e0%ba%ae%e0%ba%b1%e0%ba%9a%e0%ba%9b%e0%ba%b6%e0%bb%89%e0%ba%a1-%e0%ba%aa%e0%ba%b0%e0%ba%96%e0%ba%b4%e0%ba%95%e0%ba%b4%e0%ba%82%e0%bb%8d/feed/ 0
ກອງປະຊຸມເຜີຍແຜ່ຜົນການຄົ້ນຄ້ວາຫົວຂໍ້ : ສຶກສາສິນຄ້າອຸດສາຫະກໍາປຸງແຕ່ງທີ່ເປັນທ່າແຮງໃຮການສົ່ງອອກຂອງ ສປປ ລາວ ທີ່ຕິດພັນກັບ https://eriit.moic.gov.la/%e0%ba%81%e0%ba%ad%e0%ba%87%e0%ba%9b%e0%ba%b0%e0%ba%8a%e0%ba%b8%e0%ba%a1%e0%bb%80%e0%ba%9c%e0%ba%b5%e0%ba%8d%e0%bb%81%e0%ba%9c%e0%bb%88%e0%ba%9c%e0%ba%bb%e0%ba%99%e0%ba%81%e0%ba%b2%e0%ba%99%e0%ba%84-2/ https://eriit.moic.gov.la/%e0%ba%81%e0%ba%ad%e0%ba%87%e0%ba%9b%e0%ba%b0%e0%ba%8a%e0%ba%b8%e0%ba%a1%e0%bb%80%e0%ba%9c%e0%ba%b5%e0%ba%8d%e0%bb%81%e0%ba%9c%e0%bb%88%e0%ba%9c%e0%ba%bb%e0%ba%99%e0%ba%81%e0%ba%b2%e0%ba%99%e0%ba%84-2/#respond Sat, 08 Feb 2025 15:38:34 +0000 https://eriit.moic.gov.la/?p=2802
0 0
Read Time:44 Second

ກອງປະຊຸມເຜີຍແຜ່ຜົນການຄົ້ນຄ້ວາຫົວຂໍ້ : ສຶກສາສິນຄ້າອຸດສາຫະກໍາປຸງແຕ່ງທີ່ເປັນທ່າແຮງໃຮການສົ່ງອອກຂອງ ສປປ ລາວ ທີ່ຕິດພັນກັບເສັ້ນທາງລົດໄຟ ລາວ-ຈີນ ,ຄັ້ງວັນທີ 22 ມັງກອນ 2024 ທີ່ຫ້ອງປະຊຸມ ກະຊວງອຸດສາຫະກໍາ ແລະ ການຄ້າ, ກອງປະຊຸມດັ່ງກ່າວເປັນປະທານໂດຍທ່ານ ວຽງສະຫວ່າງ ທິບພະວົງ ຫົວໜ້າສະຖາບັນອຸດສາຫະກໍາ ແລະ ການຄ້າ. ວາລະກອງປະຊຸມດັ່ງກ່າວໄດ້ມີການນໍາສະເໜີ ຜົນການຄົ້ນຄວ້າໂດຍ ທ່ານ ນາງ ປອ ທານຕາວັນ ມະໂນລົມ ຮອງຫົວໜ້າສະຖາບັນອຸດສາຫະກໍໍາ ແລະການຄ້າ , ພ້ອມດ້ວຍທ່ານ ປອ ອາໄລ ພົນວິໄຊ ຮອງຫົວໜ້າພະແນກ , ມະຫາວິທະຍາໄລແຫ່ງຊາດລາວ. ໂຄງການຄົ້ນຄວ້າພາຍໃຕ້ການສະໜັບສະໜູນຂອງ ກອງທຶນພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ, ກະຊວງສຶກສາທິການ ແລະ ກິລາ ປະຈໍາປີ 2023.

ສະຖາບັນອຸດສາຫະກໍາ ແລະ ການຄ້າ,

ກະຊວງອຸດສາຫະກໍາ ແລະ ການຄ້າ.

Loading

Happy
Happy
0 %
Sad
Sad
0 %
Excited
Excited
100 %
Sleepy
Sleepy
0 %
Angry
Angry
0 %
Surprise
Surprise
0 %
]]>
https://eriit.moic.gov.la/%e0%ba%81%e0%ba%ad%e0%ba%87%e0%ba%9b%e0%ba%b0%e0%ba%8a%e0%ba%b8%e0%ba%a1%e0%bb%80%e0%ba%9c%e0%ba%b5%e0%ba%8d%e0%bb%81%e0%ba%9c%e0%bb%88%e0%ba%9c%e0%ba%bb%e0%ba%99%e0%ba%81%e0%ba%b2%e0%ba%99%e0%ba%84-2/feed/ 0
ວິທະຍາໄລການຄ້າ ໄດ້ເລີ່ມເປີດການສອນພາສາຈີນ ຢ່າງເປັນທາງການ ໃນວັນທີ 18/09/2024 https://eriit.moic.gov.la/%e0%ba%a7%e0%ba%b4%e0%ba%97%e0%ba%b0%e0%ba%8d%e0%ba%b2%e0%bb%84%e0%ba%a5%e0%ba%81%e0%ba%b2%e0%ba%99%e0%ba%84%e0%bb%89%e0%ba%b2-%e0%bb%84%e0%ba%94%e0%bb%89%e0%bb%80%e0%ba%a5%e0%ba%b5%e0%bb%88%e0%ba%a1/ https://eriit.moic.gov.la/%e0%ba%a7%e0%ba%b4%e0%ba%97%e0%ba%b0%e0%ba%8d%e0%ba%b2%e0%bb%84%e0%ba%a5%e0%ba%81%e0%ba%b2%e0%ba%99%e0%ba%84%e0%bb%89%e0%ba%b2-%e0%bb%84%e0%ba%94%e0%bb%89%e0%bb%80%e0%ba%a5%e0%ba%b5%e0%bb%88%e0%ba%a1/#respond Tue, 24 Sep 2024 15:34:01 +0000 https://eriit.moic.gov.la/?p=2716
0 0
Read Time:28 Second

 

ວິທະຍາໄລການຄ້າ ໄດ້ເລີ່ມເປີດການສອນພາສາຈີນ ຢ່າງເປັນທາງການ ໃນວັນທີ 18/09/2024 ໂດຍການ  ເປັນປະທານ ຂອງ ປອ. ນ. ທານຕາວັນ ມະໂນລົມ, ຮອງຫົວໜ້າສະຖາບັນອຸດສາຫະກຳ ແລະ ການຄ້າ, ຜູ້ອໍານວຍການ ວິທະຍາໄລການຄ້າ.

ວິທະຍາໄລການຄ້າ ເປີດຫລັກສູດສອນພາສາຈີນ ຮ່ວມກັບວິທະຍາໄລຊົງຊິ້ງ ເພື່ອກະກຽມພາສາຈີນ ໃຫ້ນັກຮຽນ ກ່ອນໄປຮຽນປະເທດຈີນ (ຟຣິ ມີເງິນເດືອນ ແລະ ຟຣິຄ່າທີພັກ ຄ່າເດີນທາງຟຣີ ຂະນະທີ່ຮຽນໃນປະເທດຈີນ.) ຂອງສົກຮຽນ ປີ 2024-2025.

 

 

 

 

 

 

 

Loading

Happy
Happy
0 %
Sad
Sad
0 %
Excited
Excited
0 %
Sleepy
Sleepy
0 %
Angry
Angry
0 %
Surprise
Surprise
0 %
]]>
https://eriit.moic.gov.la/%e0%ba%a7%e0%ba%b4%e0%ba%97%e0%ba%b0%e0%ba%8d%e0%ba%b2%e0%bb%84%e0%ba%a5%e0%ba%81%e0%ba%b2%e0%ba%99%e0%ba%84%e0%bb%89%e0%ba%b2-%e0%bb%84%e0%ba%94%e0%bb%89%e0%bb%80%e0%ba%a5%e0%ba%b5%e0%bb%88%e0%ba%a1/feed/ 0
ມອບ-ຮັບໜ້າທີ່ ຜູ້ອຳນວຍການ ວິທະຍາໄລການຄ້າ ຜູ້ເກົ່າ-ຜູ້ໃໝ່ ໃນວັນທີ 12 ກໍລະກົດ 2024 https://eriit.moic.gov.la/%e0%ba%a1%e0%ba%ad%e0%ba%9a-%e0%ba%ae%e0%ba%b1%e0%ba%9a%e0%bb%9c%e0%bb%89%e0%ba%b2%e0%ba%97%e0%ba%b5%e0%bb%88-%e0%ba%9c%e0%ba%b9%e0%bb%89%e0%ba%ad%e0%ba%b3%e0%ba%99%e0%ba%a7%e0%ba%8d%e0%ba%81%e0%ba%b2/ https://eriit.moic.gov.la/%e0%ba%a1%e0%ba%ad%e0%ba%9a-%e0%ba%ae%e0%ba%b1%e0%ba%9a%e0%bb%9c%e0%bb%89%e0%ba%b2%e0%ba%97%e0%ba%b5%e0%bb%88-%e0%ba%9c%e0%ba%b9%e0%bb%89%e0%ba%ad%e0%ba%b3%e0%ba%99%e0%ba%a7%e0%ba%8d%e0%ba%81%e0%ba%b2/#respond Tue, 13 Aug 2024 12:48:58 +0000 https://eriit.moic.gov.la/?p=2702
0 0
Read Time:39 Second

ມອບ-ຮັບໜ້າທີ່ ຜູ້ອຳນວຍການ ວິທະຍາໄລການຄ້າ ຜູ້ເກົ່າ-ຜູ້ໃໝ່
………………………

ໃນວັນທີ 12 ກໍລະກົດ 2024 ສະຖາບັນອຸດສາຫະກຳ ແລະ ການຄ້າ ໄດ້ຈັດພິທີມອບ-ຮັບໜ້າທີ່ ຜູ້ອຳນວຍການ ວິທະຍາໄລການຄ້າ ຜູ້ເກົ່າ-ຜູ້ໃໝ່  ລະຫວ່າງ ທ່ານ ສິງຄໍາ ຄໍາພອນ ຜູ້ອໍານວຍການວິທະຍາໄລການຄ້າ (ຜູ້ເກົ່າ) ແລະ ທ່ານ ປອ ນາງ ທານຕາວັນ ມະໂນລົມ ຜູ້ອໍານວຍການວິທະຍາໄລການຄ້າ (ຜູ້ໃໝ່); ໂດຍການເຂົ້າຮ່ວມເປັນສັກຂີພິຍານຂອງ ທ່ານ ນາງ ກິ່ງສະດອນ ເພັດດາວເຮືອງ , ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ, ກະຊວງອຸດສາຫະກຳແລະການຄ້າ; ທ່ານ ວຽງສະຫວ່າງ ທິບພະວົງ, ຫົວໜ້າສະຖາບັນອຸດສາຫະກຳ ແລະ ການຄ້າ, ພ້ອມດ້ວຍພະແນກຕ່າງໆພາຍໃນ ສອຄ ເຂົ້າຮ່ວມ.

 

Loading

Happy
Happy
0 %
Sad
Sad
0 %
Excited
Excited
0 %
Sleepy
Sleepy
0 %
Angry
Angry
0 %
Surprise
Surprise
0 %
]]>
https://eriit.moic.gov.la/%e0%ba%a1%e0%ba%ad%e0%ba%9a-%e0%ba%ae%e0%ba%b1%e0%ba%9a%e0%bb%9c%e0%bb%89%e0%ba%b2%e0%ba%97%e0%ba%b5%e0%bb%88-%e0%ba%9c%e0%ba%b9%e0%bb%89%e0%ba%ad%e0%ba%b3%e0%ba%99%e0%ba%a7%e0%ba%8d%e0%ba%81%e0%ba%b2/feed/ 0
ວິທະຍາໄລການຄ້າ ແລະ KOICA ປະຊຸມຮ່ວມມື ເພື່ອກະກຽມ ວິທະຍາໄລການຄ້າ ຫັນເປັນ ດິຈິຕອລ ເຕັມຮູບແບບ, ວັນທີ 8-12 ກໍລະກົດ 2024 https://eriit.moic.gov.la/%e0%ba%a7%e0%ba%b4%e0%ba%97%e0%ba%b0%e0%ba%8d%e0%ba%b2%e0%bb%84%e0%ba%a5%e0%ba%81%e0%ba%b2%e0%ba%99%e0%ba%84%e0%bb%89%e0%ba%b2-%e0%bb%81%e0%ba%a5%e0%ba%b0-koica-%e0%ba%9b%e0%ba%b0%e0%ba%8a%e0%ba%b8/ https://eriit.moic.gov.la/%e0%ba%a7%e0%ba%b4%e0%ba%97%e0%ba%b0%e0%ba%8d%e0%ba%b2%e0%bb%84%e0%ba%a5%e0%ba%81%e0%ba%b2%e0%ba%99%e0%ba%84%e0%bb%89%e0%ba%b2-%e0%bb%81%e0%ba%a5%e0%ba%b0-koica-%e0%ba%9b%e0%ba%b0%e0%ba%8a%e0%ba%b8/#respond Sat, 13 Jul 2024 02:57:07 +0000 https://eriit.moic.gov.la/?p=2687
0 0
Read Time:1 Minute, 14 Second
ວິທະຍາໄລການຄ້າ (CC) ແລະ ອົງການຮ່ວມມືສາກົນ ສ.ເກົາຫຼີ (KOICA) ລິເລີ່ມແຜນການຮ່ວມມື ປັບປຸງ ແລະ ສ້າງ ວິທະຍາໄລການຄ້າ ໃຫ້ທັນສະໄໝ ໃນ ສປປ ລາວ. ໃນລະຫວ່າງກອງປະຊຸມ ທີ່ຈັດຂຶ້ນ

ທີ່ສະຖາບັນ ອຸດສາຫະກຳ ແລະ ການຄ້າ, ນະຄອນຫຼວງວຽງຈັນ, ສປປ ລາວ
ທ່ານ ວຽງສະຫວ່າງ ທິບພະວົງ ຫົວໜ້າສະຖາບັນອຸດສາຫະກໍາ ແລະ ການຄ້າ ພ້ອມດ້ວຍຄະນະ ສອຄ, ລວມທັງ ທ່ານ ນາງ ທານຕາວັນ ມະໂນລົມ ຜູ້ອຳນວຍການວິທະຍາໄລການຄ້າ ແລະ ຊ່ຽວຊານ KOICA ໄດ້ປຶກສາຫາລື ລາຍລະອຽດ ສໍາລັບ ສອງສາຂາວິຊາໃຫມ່ – E-Business ແລະ Digital Innovation Startup-MSME – ແລະ ໂຄງການປັບປຸງ ສາຂາວິຊາ ທຸລະກິດການຄ້າ.
ໃນການສົນທະນາຂໍ້ລິເລີ່ມດັ່ງກ່າວ ໄດ້ເນັ້ໜັກການຈັດຫາ ແລະ ສ້ອມແປງສິ່ງອໍານວຍຄວາມສະດວກ ຂອງ ວິທະຍາໄລການຄ້າ, ເຊິ່ງປະກອບດ້ວຍ 2 ຫ້ອງທົດລອງຄອມພິວເຕີ ທີ່ທັນສະໄໝ ແລະ ສະຕູດິໂອການຄ້າອອນລາຍ. ລວມທັງ ການນຳໃຊ້ ເທັກໂນໂລຍີການສຶກສາຂັ້ນສູງ ເຊັ່ນ: ຊຸດຫູຟັງ VR, ຊອບແວການຄ້າຂາຍອອນລາຍ ແລະ ອຸປະກອນລະດັບມືອາຊີບ ຈະຖືກລວມເຂົ້າໃນຫຼັກສູດ.
ທ່ານ ວຽງສະຫວ່າງ ທິບພະວົງ ຫົວໜ້າສະຖາບັນອຸດສາຫະກໍາ ແລະ ການຄ້າ, ໄດ້ເນັ້ນຫນັກເຖິງຄວາມສໍາຄັນ ຂອງໂຄງການໃນການກະກຽມນັກສຶກສາ ສໍາລັບເສດຖະກິດດິຈິຕອນ. ທ່ານ Kim Byoung Joon ຫົວໜ້າໂຄງການ KOICA ໄດ້ຍົກໃຫ້ເຫັນເຖິງທ່າແຮງຂອງຮູບແບບນີ້ ທີ່ຈະມີອິດທິພົນຕໍ່ການສຶກສາທຸລະກິດ ໃນທົ່ວອາຊີຕາເວັນອອກສຽງໃຕ້.

Loading

Happy
Happy
0 %
Sad
Sad
0 %
Excited
Excited
0 %
Sleepy
Sleepy
0 %
Angry
Angry
0 %
Surprise
Surprise
0 %
]]>
https://eriit.moic.gov.la/%e0%ba%a7%e0%ba%b4%e0%ba%97%e0%ba%b0%e0%ba%8d%e0%ba%b2%e0%bb%84%e0%ba%a5%e0%ba%81%e0%ba%b2%e0%ba%99%e0%ba%84%e0%bb%89%e0%ba%b2-%e0%bb%81%e0%ba%a5%e0%ba%b0-koica-%e0%ba%9b%e0%ba%b0%e0%ba%8a%e0%ba%b8/feed/ 0
ບົດຮຽນ ຕຳນານ ຄວາມຜິດພາດ ຜູ້ຍິ່ງໃຫຍ່ ໂທລະສັບມືຖືຂອງໂລກ Nokia & BlackBerry ທີ່ເຮັດໃຫ້ ທັງ 2 ບໍລິສັດ ບໍ່ໄດ້ກັບຄືນມາອີກເລີຍ https://eriit.moic.gov.la/nokia-blackberry-lost-world-market/ https://eriit.moic.gov.la/nokia-blackberry-lost-world-market/#respond Fri, 05 Jul 2024 04:44:24 +0000 https://eriit.moic.gov.la/?p=2679
0 0
Read Time:2 Minute, 38 Second

ໃນຕົ້ນຊຸມປີ 2000, ໂລກໂທລະສັບມືຖື ໄດ້ຖືກຄອບງໍາ ໂດຍສອງ ຍັກໃຫຍ່ Nokia ແລະ BlackBerry.  ໂທລະສັບ Nokia ທີ່ທົນທານ, ເຊື່ອຖືໄດ້ ມີຢູ່ທົ່ວທຸກແຫ່ງ, ຈາກຕົວເມືອງ ທີ່ໃຫຍ່ຕ່າງໆ ໄປຈົນເຖິງບ້ານຫ່າງໄກສອກຫຼີກ. BlackBerry, ດ້ວຍລະບົບອີເມລ໌ ທີ່ປອດໄພ ແລະແປ້ນພິມ QWERTY ທີ່ສາມາດຈັບໄດ້ ໃຊ້ງ່າຍ ສະດວກ, ເປັນທີ່ຮັກ ຂອງໂລກ ແລະ ຂອງບໍລິສັດຕ່າງໆ.

Nokia ພູມໃຈໃນຕົນເອງ ແລະ ໃນຄວາມຫຼາກຫຼາຍ ຂອງໂທລະສັບຕົນເອງ, ຈາກໂທລະສັບພື້ນຖານ ຈົນເຖິງໂທລະສັບສະຫຼາດທັນສະໄຫມເປັນອັນດັບຕົ້ນໆ. ພວກເຂົາເຊື່ອ ໃນການໃຫ້ທາງເລືອກ ຂອງລູກຄ້າ. ໃນຂະນະດຽວກັນ, BlackBerry, ກໍມີຄວາມໝັ້ນໃຈ ໃນຈຸດພິເສດຂອງຕົນ, ແນ່ນອນວ່າ ຜູ້ໃຊ້ໃນທຸລະກິດຕ່າງໆ ຈະມັກແປ້ນພິມ ທີ່ຕິດມາກັບໜ່ວຍໂທລະສັບ ສໍາລັບການຂຽນພິມອີເມວ ແລະ ຂໍ້ມູນຕ່າງໆ.

ຫຼັງຈາກນັ້ນ, ໃນວັນທີ 9 ມັງກອນ 2007,  ທ່ານ Steve Jobs ໄດ້ຂຶ້ນເວທີ Macworld ແລະ ເປີດຕົວ iPhone ໃຫມ່. ມັນບໍ່ຄືກັບສິ່ງທີ່ໂລກມືຖື ໄດ້ເຫັນ ຊຶ່ງອຸປະກອນມືຖື ເປັນແບບສໍາຜັດເຕັມຮູບແບບ ໃນ ໂທລະສັບ, iPod, ແລະ ເຄື່ອງສື່ສານອິນເຕີເນັດ ທັງຫມົດ ຢູ່ໃນເຄື່ອງດຽວ.

ໃນເບື້ອງຕົ້ນ, Nokia ແລະ BlackBerry ໄດ້ປະຕິເສດ ການມາໃຫມ່ ຂອງ iPhone. ແລະ CEO ຂອງ Nokia ຜູ້ທີ່ມີຊື່ສຽງ ເວົ້າວ່າ, ມັນເປັນຜະລິດຕະພັນທີ່ດີ, ແຕ່ມັນບໍ່ແມ່ນ ການປ່ຽນແປງເກມ. ສຳລັບ CEO ຂອງ BlackBerry ອ້າງວ່າ, ມັນບໍ່ເປັນຫຍັງ, ແຕ່ມັນບໍ່ປອດໄພ, ມັນບໍ່ແຂງແຮງທົນທານ.

ແຕ່ເມື່ອຍອດຂາຍ iPhone ເພີ່ມຂຶ້ນ, ທັງສອງບໍລິສັດ ເລີ່ມຮັບຮູ້ຄວາມຜິດພາດຂອງພວກເຂົາ. ພວກເຂົາເຈົ້າ ໄດ້ຕົກເປັນເຫຍື່ອຂອງ ສະຖານະການຄວາມຫຍຸ້ງຍາກ ການເປັນຜູ້ປະດິດສ້າງ. ສະນັ້ນ ພວກເຂົາ ໄດ້ສຸມໃສ່ການປັບປຸງຜະລິດຕະພັນ ທີ່ມີຢູ່ແລ້ວ ຢ່າງບໍ່ຢຸດຢັ້ງ ແລະ ບໍ່ສາມາດເຫັນການປ່ຽນແປງ ຂອງຂະບວນວິວັດ ທີ່ເກີດຂື້ນຢູ່ອ້ອມຂ້າງພວກເຂົາ.

Nokia ພະຍາຍາມຫັນປ່ຽນຈາກ Symbian OS ທີ່ເປັນກຳມະສິດຂອງຕົນ ໄປສູ່ຮູບແບບທີ່ທັນສະໄໝກວ່າ. ແລະ ຍັງໄດ້ຮ່ວມມືກັບ Microsoft ເພື່ອໃຊ້ Windows Phone, ແຕ່ວ່າ ມັນຄືບໜ້າຫນ້ອຍເກີນໄປ, ຊ້າເກີນໄປ.

BlackBerry ພະຍາຍາມເຂົ້າສູ່ຕະຫຼາດ ສຳພັດໜ້າຈໍ touchscreen ກັບອຸປະກອນເຊັ່ນ Storm, ແຕ່ຊອບແວຂອງເຂົາເຈົ້າ ບໍ່ໄດ້ຮັບການປັບປຸງ ສໍາລັບການສໍາພັດໜ້າຈໍ, ສົ່ງຜົນໃຫ້ປະສົບການຜູ້ໃຊ້ ຮູ້ສຶກ ບໍ່ທັນສະໄຫມ ຕົກຍຸກ

ໃນເວລາທີ່ທັງສອງບໍລິສັດ ໄດ້ມຸ່ງຫມັ້ນຢ່າງເຕັມສ່ວນກັບ ໂທລະສັບສະຫຼາດ ສຳພັດຫນ້າຈໍ touchscreen, ຕະຫຼາດໄດ້ກ້າວໄປຂ້າງໜ້າແລ້ວ. ລະບົບນິເວດຂອງແອັບ ໄດ້ກາຍເປັນສິ່ງສຳຄັນ, ແລະ ທັງສອງຍັງຊັກຊ້າ ຢູ່ໄກຈາກ App Store ຂອງ Apple ແລະ Play Store ຂອງ Google.

ທຸລະກິດໂທລະສັບມືຖື ຂອງ Nokia ໃນທີ່ສຸດກໍຖືກຂາຍໃຫ້ Microsoft ໃນປີ 2013, ໃນຂະນະທີ່ BlackBerry ຢຸດເຊົາ ການຜະລິດໂທລະສັບ ໃນປີ 2016 ເພື່ອສຸມໃສ່ຊອບແວ ແລະ ການບໍລິການອື່ນ.

 

 

ຂຽນໂດຍ “ສອຄ” ສະຖາບັນອຸດສາຫະກຳ ແລະ ການຄ້າ ແລະ ວິທະຍາໄລ ການຄ້າ

 

 

Loading

Happy
Happy
0 %
Sad
Sad
0 %
Excited
Excited
0 %
Sleepy
Sleepy
0 %
Angry
Angry
0 %
Surprise
Surprise
0 %
]]>
https://eriit.moic.gov.la/nokia-blackberry-lost-world-market/feed/ 0
ສຳມະນາ ແລະ ແລກປ່ຽນຄວາມຮູ້ໃນຫົວຂໍ້: “ບົດບາດຂອງອຸດສາຫະກຳປຸງ ແຕ່ງມັນຕົ້ນຂອງ ສປປ ລາວ ຢູ່ໃນຕ່ອງໂສ້ມູນຄ່າເພີ່ມລະດັບພາກພື້ນ ວັນທີ 10 ພຶດສະພາ 2024 https://eriit.moic.gov.la/%e0%ba%aa%e0%ba%b3%e0%ba%a1%e0%ba%b0%e0%ba%99%e0%ba%b2-%e0%bb%81%e0%ba%a5%e0%ba%b0-%e0%bb%81%e0%ba%a5%e0%ba%81%e0%ba%9b%e0%bb%88%e0%ba%bd%e0%ba%99%e0%ba%84%e0%ba%a7%e0%ba%b2%e0%ba%a1%e0%ba%ae%e0%ba%b9/ https://eriit.moic.gov.la/%e0%ba%aa%e0%ba%b3%e0%ba%a1%e0%ba%b0%e0%ba%99%e0%ba%b2-%e0%bb%81%e0%ba%a5%e0%ba%b0-%e0%bb%81%e0%ba%a5%e0%ba%81%e0%ba%9b%e0%bb%88%e0%ba%bd%e0%ba%99%e0%ba%84%e0%ba%a7%e0%ba%b2%e0%ba%a1%e0%ba%ae%e0%ba%b9/#respond Wed, 22 May 2024 00:21:05 +0000 https://eriit.moic.gov.la/?p=2617
0 0
Read Time:32 Second

ສະຖາບັນອຸດສາຫະກໍາ ແລະ ການຄ້າ, ກະຊວງ ອຸດສາຫະກໍາ ແລະ ການຄ້າ ໄດ້ຈັດສຳມະນາ ແລະ ແລກປ່ຽນຄວາມຮູ້ໃນຫົວຂໍ້: “ບົດບາດຂອງອຸດສາຫະກຳປຸງ ແຕ່ງມັນຕົ້ນຂອງ ສປປ ລາວ ຢູ່ໃນຕ່ອງໂສ້ມູນຄ່າເພີ່ມລະດັບພາກພື້ນ ວັນທີ 10 ພຶດສະພາ 2024, ທີ່ຫ້ອງປະຊຸມຊັ້ນ 1 ກະຊວງອຸດສາຫະກຳ ແລະ ການຄ້າ ໂດຍໃຫ້ກຽດການເປັນປະທານຂອງ ທ່ານ ນາງ ຈັນສຸກ ແສງພະຈັນ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ. ໃນນັ້ນເປົ້າໝາຍຜູ້້ຂົ້າຮ່ວມ ແມ່ນຕາງໜ້າຈາກກະຊວງຕ່າງໆທີ່ກ່ຽວຂ້ອງ, ອົງກນຈັດຕັ້ງສາກົນ, ມະຫາວິທະຍາໄລ ແລະ ພາກທຸລະກິດຕ່າງໆທີ່ກ່ຽວຂ້ອງ

 

 

Loading

Happy
Happy
0 %
Sad
Sad
0 %
Excited
Excited
0 %
Sleepy
Sleepy
0 %
Angry
Angry
0 %
Surprise
Surprise
0 %
]]>
https://eriit.moic.gov.la/%e0%ba%aa%e0%ba%b3%e0%ba%a1%e0%ba%b0%e0%ba%99%e0%ba%b2-%e0%bb%81%e0%ba%a5%e0%ba%b0-%e0%bb%81%e0%ba%a5%e0%ba%81%e0%ba%9b%e0%bb%88%e0%ba%bd%e0%ba%99%e0%ba%84%e0%ba%a7%e0%ba%b2%e0%ba%a1%e0%ba%ae%e0%ba%b9/feed/ 0
ອັດຕາເງິນເຟີ້ ແມ່ນຫຍັງ? https://eriit.moic.gov.la/%e0%ba%ad%e0%ba%b1%e0%ba%94%e0%ba%95%e0%ba%b2%e0%bb%80%e0%ba%87%e0%ba%b4%e0%ba%99%e0%bb%80%e0%ba%9f%e0%ba%b5%e0%bb%89-%e0%bb%81%e0%ba%a1%e0%bb%88%e0%ba%99%e0%ba%ab%e0%ba%8d%e0%ba%b1%e0%ba%87/ https://eriit.moic.gov.la/%e0%ba%ad%e0%ba%b1%e0%ba%94%e0%ba%95%e0%ba%b2%e0%bb%80%e0%ba%87%e0%ba%b4%e0%ba%99%e0%bb%80%e0%ba%9f%e0%ba%b5%e0%bb%89-%e0%bb%81%e0%ba%a1%e0%bb%88%e0%ba%99%e0%ba%ab%e0%ba%8d%e0%ba%b1%e0%ba%87/#respond Wed, 22 May 2024 00:18:41 +0000 https://eriit.moic.gov.la/?p=2614
0 0
Read Time:2 Minute, 3 Second

💸ເຈົ້າເຄີຍໄດ້ຍິນຄົນເຖົ້າ ຄົນແກ່ ຈົ່ມວ່າ ບໍ? ໃນອະດີດ, ລາຄາສິນຄ້າ ຖືກກວ່ານີ້. ສິ່ງ​ທີ່​ຂາຍ​ໃນ​ທຸກມື້​ນີ້​ ມັນແພງຂຶ້ນ ຍ້ອນອັດຕາເງິນເຟີ້. ແຕ່ 📊 ດັ່ງນັ້ນ ມັນເກີດຂຶ້ນ ໄດ້ແນວໃດ?
ມາຮູ້​ເຖິງ​ຄວາມ​ຈິງ​ ກ່ຽວ​ກັບ​ເສດ​ຖະ​ກິດ​ ກ່ຽວກັບເງິນ​ເຟີ້​ ແມ່ນ​ສະ​ພາບ​ການ​ທີ່​ລາ​ຄາ​ສິນ​ຄ້າ ​ແລະ ​ການ​ບໍ​ລິ​ການ ​ໂດຍ​ທົ່ວ​ໄປ​ ການ​ເພີ່ມ​ຂຶ້ນ​ຂອງ​ລາ​ຄາ ​ເຊັ່ນ​: ລາ​ຄາ​ຂອງ​ເຝີ 1 ຖ້ວຍ ລາຄາ 25,000 ກີບ​ຕໍ່​ຂອງ​ເງິນ​ຂອງ​ພວກ​ເຮົາ 100,000 ກິບ ​ສາ​ມາດ​ຊື້ ​ເຝີ 4 ຖ້ວຍ, ແຕ່ໃນປັດຈຸບັນ ລາຄາຂອງ ​ເຝີ ໄດ້ເພີ່ມຂຶ້ນເປັນ 50,000 ກິບ ໄດ້, ຫມາຍຄວາມວ່າ ເງິນ 100,000 ກິບ ຂອງພວກເຮົາ ສາມາດຊື້ ​ເຝີ ໄດ້ພຽງແຕ່ 2 ຖ້ວຍ ເທົ່ານັ້ນ, ຫຼື ເວົ້າງ່າຍໆ, ອັດຕາເງິນເຟີ້ ເຮັດໃຫ້ເງິນຂອງພວກເຮົາ ມີຄ່າຫນ້ອຍລົງ.
ອັນນີ້ເກີດຈາກ:
1. ຕົ້ນທຶນ ການຜະລິດສູງຂຶ້ນ ເຊັ່ນ: ລາຄາວັດຖຸດິບສູງຂຶ້ນ. ຄ່າຈ້າງແມ່ນເພີ່ມຂຶ້ນ ລາຄານໍ້າມັນເພີ່ມຂຶ້ນ ຄ່າຂົນສົ່ງຍັງເພີ່ມຂຶ້ນ. ເມື່ອຄ່າໃຊ້ຈ່າຍສູງຂຶ້ນ ຜູ້ຂາຍມີລາຍໄດ້ຫນ້ອຍ. ດັ່ງນັ້ນ, ລາຄາ ແມ່ນເພີ່ມຂຶ້ນ,
2. ຄວາມຕ້ອງການ ສິນຄ້າຜະລິດຕະພັນເພີ່ມຂຶ້ນ, ຕົວຢ່າງ, ເມື່ອປະຊາຊົນຈໍານວນຫຼາຍ ມີລາຍໄດ້ເພີ່ມຂຶ້ນ. ແຕ່ລະຄົນ ຕ້ອງການຊື້ສິນຄ້າສິ່ງຂອງຫຼາຍຂຶ້ນ. ແຕ່ຈໍານວນ ຂອງລາຍການສິນຄ້າ ແມ່ນຍັງຄືກັນ. ເຮັດໃຫ້ຕ້ອງແຂ່ງຂັນຊື້ສິນຄ້າ ຈົນກ່ວາຜະລິດຕະພັນ ບໍ່ສາມາດຜະລິດໄດ້ຕາມເວລາ ເຮັດໃຫ້ຜູ້ຂາຍ ເອົາໂອກາດທີ່ຈະເພີ່ມລາຄາຂຶ້ນ, ດັ່ງນັ້ນ ຈຶ່ງເຮັດໃຫ້ ສິນຄ້າສິ່ງຕ່າງໆ ແພງຂຶ້ນ,
3. ຈາກການຄາດຄະເນວ່າ ສິນຄ້າສິ່ງຕ່າງໆ ຈະລາຄາແພງກວ່າເກົ່າ. ເມື່ອ​ທຸກ​ຄົນ ​ເຄີຍ​ໃຊ້​ສິ່ງ​ທີ່​ແພງ​ຂຶ້ນເລື້ອຍໆ. ສະນັ້ນ ກໍເລີຍແນ່ໃຈວ່າ ອີກຈັກຫນ້ອຍ ສິນຄ້າສິ່ງຕ່າງໆຈະແພງຂຶ້ນ ໃນໄວໆນີ້. ຜູ້ຊື້ ກໍເລີຍຟ້າວຊື້ເກັບໄວ້ ກ່ອນທີ່ລາຄາຈະເພີ່ມຂຶ້ນ. ສ່ວນ​ຜູ້ຂາຍ​ ກໍ​ຂຶ້ນ​ລາຄາ​ເພາະ​ຄາດ​ວ່າ​ ລາຄາ​ຈະ​ແພງ​ຂຶ້ນ. ສິນຄ້າ​ສິ່ງຂອງ ມັນແພງຂຶ້ນ ແບບນີ້ແທ້ໆ.

 

Loading

Happy
Happy
0 %
Sad
Sad
0 %
Excited
Excited
0 %
Sleepy
Sleepy
0 %
Angry
Angry
0 %
Surprise
Surprise
0 %
]]>
https://eriit.moic.gov.la/%e0%ba%ad%e0%ba%b1%e0%ba%94%e0%ba%95%e0%ba%b2%e0%bb%80%e0%ba%87%e0%ba%b4%e0%ba%99%e0%bb%80%e0%ba%9f%e0%ba%b5%e0%bb%89-%e0%bb%81%e0%ba%a1%e0%bb%88%e0%ba%99%e0%ba%ab%e0%ba%8d%e0%ba%b1%e0%ba%87/feed/ 0
ໃນ​ໄຕ​ມາດ​ທີ 1 ຂອງ​ປີ 2024, ມູນ​ຄ່າ​ການ​ນຳ​ເຂົ້າ ​ແລະ ສົ່ງ​ອອກ​ ຂອງ​ ສປປ ລາວ https://eriit.moic.gov.la/%e0%bb%83%e0%ba%99%e0%bb%84%e0%ba%95%e0%ba%a1%e0%ba%b2%e0%ba%94%e0%ba%97%e0%ba%b5-1-%e0%ba%82%e0%ba%ad%e0%ba%87%e0%ba%9b%e0%ba%b5-2024-%e0%ba%a1%e0%ba%b9%e0%ba%99/ https://eriit.moic.gov.la/%e0%bb%83%e0%ba%99%e0%bb%84%e0%ba%95%e0%ba%a1%e0%ba%b2%e0%ba%94%e0%ba%97%e0%ba%b5-1-%e0%ba%82%e0%ba%ad%e0%ba%87%e0%ba%9b%e0%ba%b5-2024-%e0%ba%a1%e0%ba%b9%e0%ba%99/#respond Wed, 22 May 2024 00:14:37 +0000 https://eriit.moic.gov.la/?p=2611
1 0
Read Time:1 Minute, 12 Second

ໃນ​ໄຕ​ມາດ​ທີ 1 ຂອງ​ປີ 2024, ມູນ​ຄ່າ​ການ​ນຳ​ເຂົ້າ ​ແລະ ສົ່ງ​ອອກ​ ຂອງ​ ສປປ ລາວ​ໄດ້​ເພີ່ມ​ຂຶ້ນ​ ເມື່ອ​ທຽບ​ໃສ່​ ໄລຍະ​ດຽວ​ກັນ​ ຂອງ​ປີ 2023.
ເດືອນ             ປີ      ສົ່ງອອກ(ລ້ານ USD)         ນຳເຂົ້າ (ລ້ານ USD)
ມັງກອນ   2023        461                                        474
2024         561                                        749
ກຸມພາ    2023         505                                        457
2024         530                                        570
ມີນາ        2023         630                                       606
2024         594                                         675
ລວມ       2023         1,596                                    1,537
2024         1,685                                    1,994
– ຍອດ​ມູນ​ຄ່າ​ ການ​ສົ່ງ​ອອກ​ ໃນ​ໄຕ​ມາດ (Q1) ​ທີ 1 ປີ 2024 ປະມານ 1.685 ຕື້​ໂດ​ລາ​ສະຫະລັດ, ​ໃນ​ຂະນະ​ທີ່​ຍອດ​ມູນ​ຄ່າ​ ການ​ນຳ​ເຂົ້າ​ ປະມານ 1.994 ຕື້​ໂດ​ລາ, ​ເຮັດ​ໃຫ້​ຂາດ​ດຸນ​ການ​ຄ້າ 309 ລ້ານ​ໂດ​ລາ. (ລວມນຳເຂົ້າ ແລະສົ່ງອອກ 3.679 ຕື້​ໂດ​ລາ)
– ມັນຕົ້ນ ເປັນສິນຄ້າສົ່ງອອກ ອັນດັບຕົ້ນຂອງປະເທດລາວ ໃນ 3 ເດືອນຕົ້ນປີ 2024, ຮອງລົງມາແມ່ນ ແຮ່ຄຳ ແລະ ທອງຄຳປະສົມ.
– ມູນຄ່າລວມ ຂອງການນໍາເຂົ້າ ແລະ ສົ່ງອອກ ໃນ Q1 2023 ຢູ່ທີ່ ປະມານ 3.133 ຕື້ໂດລາ,
– ຕົວເລກການນໍາເຂົ້າ ແລະ ສົ່ງອອກ ບໍ່ລວມການຄ້າໄຟຟ້າ.
– ມູນຄ່າການຄ້າ ປະຈໍາເດືອນຕໍ່ເດືອນ ສໍາລັບ Q1 2024 ແລະ Q1 2023, ສະແດງໃຫ້ເຫັນເຖິງ ການເພີ່ມຂຶ້ນ ໃນປີ 2024 ເມື່ອທຽບກັບໄລຍະທີ່ຜ່ານມາ.

 

 

Loading

Happy
Happy
100 %
Sad
Sad
0 %
Excited
Excited
0 %
Sleepy
Sleepy
0 %
Angry
Angry
0 %
Surprise
Surprise
0 %
]]>
https://eriit.moic.gov.la/%e0%bb%83%e0%ba%99%e0%bb%84%e0%ba%95%e0%ba%a1%e0%ba%b2%e0%ba%94%e0%ba%97%e0%ba%b5-1-%e0%ba%82%e0%ba%ad%e0%ba%87%e0%ba%9b%e0%ba%b5-2024-%e0%ba%a1%e0%ba%b9%e0%ba%99/feed/ 0
ມງານຄົ້ນຄວ້າຂອງ ສະຖາບັນອຸດສາຫະກຳ ແລະ ການຄ້າ ລົງສໍາຫຼວດເກັບກຳຂໍ້ມູນໄລຍະທີ2 ຢູ່ 03 ແຂວງ ພາກເຫນືອ, ວັນທີ 3-9/03/2024 https://eriit.moic.gov.la/%e0%ba%a1%e0%ba%87%e0%ba%b2%e0%ba%99%e0%ba%84%e0%ba%bb%e0%bb%89%e0%ba%99%e0%ba%84%e0%ba%a7%e0%bb%89%e0%ba%b2%e0%ba%82%e0%ba%ad%e0%ba%87-%e0%ba%aa%e0%ba%b0%e0%ba%96%e0%ba%b2%e0%ba%9a%e0%ba%b1%e0%ba%99/ https://eriit.moic.gov.la/%e0%ba%a1%e0%ba%87%e0%ba%b2%e0%ba%99%e0%ba%84%e0%ba%bb%e0%bb%89%e0%ba%99%e0%ba%84%e0%ba%a7%e0%bb%89%e0%ba%b2%e0%ba%82%e0%ba%ad%e0%ba%87-%e0%ba%aa%e0%ba%b0%e0%ba%96%e0%ba%b2%e0%ba%9a%e0%ba%b1%e0%ba%99/#respond Mon, 11 Mar 2024 09:37:37 +0000 https://eriit.moic.gov.la/?p=2507
0 0
Read Time:21 Second

ທີມງານຄົ້ນຄວ້າຂອງ ສະຖາບັນອຸດສາຫະກຳ ແລະ ການຄ້າ ລົງສໍາຫຼວດເກັບກຳຂໍ້ມູນໄລຍະທີ2 ຢູ່ 03 ແຂວງ ພາກເຫນືອ ຄື: ແຂວງ ອຸດົມໄຊ, ແຂວງ ຫຼວງນໍ້າທາ ແລະ ແຂວງ ບໍ່ແກ້ວ ປະກອບເຂົ້າໃນໂຄງການຄົ້ນຄວ້າ ຫົວຂໍ້: ສຶກສາສິນຄ້າອຸດສາຫະກຳປຸງແຕ່ງທີ່ເປັນທ່າແຮງໃນການສົ່ງອອກທີ່ຕິດພັນກັບເສັ້ນທາງລົດໄຟ ລາວ-ຈີນ. ໃນຄັ້ງວັນທີ 3-9/03/2024

 

 

Loading

Happy
Happy
0 %
Sad
Sad
0 %
Excited
Excited
0 %
Sleepy
Sleepy
0 %
Angry
Angry
0 %
Surprise
Surprise
0 %
]]>
https://eriit.moic.gov.la/%e0%ba%a1%e0%ba%87%e0%ba%b2%e0%ba%99%e0%ba%84%e0%ba%bb%e0%bb%89%e0%ba%99%e0%ba%84%e0%ba%a7%e0%bb%89%e0%ba%b2%e0%ba%82%e0%ba%ad%e0%ba%87-%e0%ba%aa%e0%ba%b0%e0%ba%96%e0%ba%b2%e0%ba%9a%e0%ba%b1%e0%ba%99/feed/ 0