[{"Value":"","Discard":false,"Expires":9999999999}] ສຳມະນາ – ສະຖາບັນອຸດສາຫະກຳ, ການຄ້າ ແລະ ພະລັງງານ https://eriit.moic.gov.la ສອຄພ (IICE) Mon, 15 Feb 2021 11:58:10 +0000 en-GB hourly 1 https://wordpress.org/?v=7.0.7 https://eriit.moic.gov.la/wp-content/uploads/2021/06/download-6-logo-e1623910251763-150x150.png ສຳມະນາ – ສະຖາບັນອຸດສາຫະກຳ, ການຄ້າ ແລະ ພະລັງງານ https://eriit.moic.gov.la 32 32 ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຕ້ອນຮັບຄະນະອາຈານ ແລະ ນັກສຶກສາ ຈາກມະຫາວິທະຍາໄລສຸພານຸວົງ ທີ່ມາທັດສະນະສຶກສາ-ແລກປ່ຽນບົດຮຽນ ໃນວັນທີ 11 ກຸມພາ 2021 https://eriit.moic.gov.la/%e0%ba%81%e0%ba%b0%e0%ba%8a%e0%ba%a7%e0%ba%87%e0%ba%ad%e0%ba%b8%e0%ba%94%e0%ba%aa%e0%ba%b2%e0%ba%ab%e0%ba%b0%e0%ba%81%e0%ba%b3-%e0%bb%81%e0%ba%a5%e0%ba%b0-%e0%ba%81%e0%ba%b2%e0%ba%99%e0%ba%84%e0%bb%89/ https://eriit.moic.gov.la/%e0%ba%81%e0%ba%b0%e0%ba%8a%e0%ba%a7%e0%ba%87%e0%ba%ad%e0%ba%b8%e0%ba%94%e0%ba%aa%e0%ba%b2%e0%ba%ab%e0%ba%b0%e0%ba%81%e0%ba%b3-%e0%bb%81%e0%ba%a5%e0%ba%b0-%e0%ba%81%e0%ba%b2%e0%ba%99%e0%ba%84%e0%bb%89/#respond Mon, 15 Feb 2021 11:56:56 +0000 http://eriit.moic.gov.la/?p=1431
0 0
Read Time:1 Minute, 36 Second

ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຕ້ອນຮັບຄະນະອາຈານ ແລະ ນັກສຶກສາ ຈາກມະຫາວິທະຍາໄລສຸພານຸວົງ ທີ່ມາທັດສະນະສຶກສາ-ແລກປ່ຽນບົດຮຽນ ໃນວັນທີ 11 ກຸມພາ 2021

ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຕ້ອນຮັບ ແລະ ຈັດກອງປະຊຸມແລກປ່ຽນບົດຮຽນກັບຄະນະອາຈານ ແລະ ນັກສຶກສາ ຈໍານວນ 58 ທ່ານ ຈາກມະຫາວິທະຍາໄລສຸພານຸວົງ ທີ່ມາທັດສະນະສຶກສາ ທີ່ກະຊວງອຸດສາຫະກໍາ ແລະ ການຄ້າ ໃນວັນທີ 11 ກຸມພາ 2021 ໂດຍກອງປະຊຸມດັ່ງກ່າວ ເປັນປະທານໂດຍ ທ່ານ ສີລິສໍາພັນ ວໍຣະຈິດ, ກໍາມະການປະຈໍາພັກກະຊວງ, ຫົວໜ້າສະຖາບັນຄົ້ນຄວ້າເສດຖະກິດອຸດສາຫະກໍາ ແລະ ການຄ້າ ແລະ ເປັນປະທ່ານຮ່ວມໂດຍ ທ່ານ ປອ ທອງພັນ​ ຈັນຖາວອນ, ຄະນະບໍດີ​ ຄະນະເສດຖະສາດ ແລະ​ ການທ່ອງທ່ຽວ. ພ້ອມນີ້, ພະນັກງານກະຊວງອຸດສາຫະກຳ ແລະ ການຄ້າ ຈໍານວນ 36 ທ່ານ ກໍເຂົ້າຮ່ວມກອງປະຊຸມດັ່ງກ່າວ.

ໃນກອງປະຊຸມດັ່ງກ່າວນີ້ ຜູ້ເຂົ້າຮ່ວມໄດ້ຮັບຟັງການບັນຍາຍ ກ່ຽວກັບການຄ້າ ຢູ່ ສປປ ລາວ ໃນ 4 ຫົວຂໍ້ ຄື:

1). ບົດບາດ ແລະ ຄວາມສໍາຄັນຂອງວຽກງານທາງດ້ານການຄ້າຕໍ່ການພັດທະນາເສດຖະກິດຂອງ ສປປ ລາວ;

2). ຜົົນການຈັດຕັ້ງປະຕິບັດທາງດ້ານການຄ້າພາຍໃນ ແລະ ການຄ້າຕ່າງປະເທດ ຂອງ ສປປ ລາວ ໃນໄລຍະທີ່ຜ່ານມາ;

3). ນະໂຍບາຍສົ່ງເສີມທາງດ້ານການຄ້າ ແລະ ການສົ່ງເສີມທາງດ້ານການຜະລິດສິນຄ້າ ໃນ ສປປ ລາວ;

4). ການພົວພັນຮ່ວມມືທາງດ້ານການຄ້າ ກັບ ຕ່າງປະເທດຂອງ ສປປ ລາວ.

ພ້ອມກັນນັ້ນ ກໍ່ໄດ້ມີການປຶກສາຫາລື ແລະ ແລກປ່ຽນຖອດຖອນບົດຮຽນເຊິ່ງກັນ ແລະ ກັນ ຢ່າງເປັນກັນເອງ ໃນພາກປະຕິບັດຕົວຈິງ ທັງຜົນສໍາເລັດ, ສິ່ງທ້າທາຍ ແລະ ທິດທາງຂ້າງໜ້າຂອງກະຊວງອຸດສາຫະກໍາ ແລະ ການຄ້າ ຊຶ່ງທັງໝົດ ແມ່ນເປັນບົດຮຽນ ແລະ ປະໂຫຍດ ໃຫ້ຄະນະຄູອາຈານ ແລະ ນັກສຶກສາ ໃນການສິດສອນ, ການຄົ້ນຄວ້າ-ວິໄຈ ແລະ ການຜັນຂະຫຍາຍນໍາໄປໃຊ້ ສໍາລັບວຽກງານຕົວຈິງດ້ານອື່ນໆ ໃນອະນາຄົດ.

 

 

Loading

Happy
Happy
0 %
Sad
Sad
0 %
Excited
Excited
0 %
Sleepy
Sleepy
0 %
Angry
Angry
0 %
Surprise
Surprise
0 %
]]>
https://eriit.moic.gov.la/%e0%ba%81%e0%ba%b0%e0%ba%8a%e0%ba%a7%e0%ba%87%e0%ba%ad%e0%ba%b8%e0%ba%94%e0%ba%aa%e0%ba%b2%e0%ba%ab%e0%ba%b0%e0%ba%81%e0%ba%b3-%e0%bb%81%e0%ba%a5%e0%ba%b0-%e0%ba%81%e0%ba%b2%e0%ba%99%e0%ba%84%e0%bb%89/feed/ 0
ສໍາມະນາແລກປ່ຽນຄວາມຮູ້ໃນຫົວຂໍ້ “ການປັບປ່ຽນລະບົບຕ່ອງໂສ້ສະໜອງ ສິນຄ້າພາຍຫຼັງການແຜ່ລະບາດຂອງພະຍາດໃນທົ່ວໂລກເພື່ອເພີ່ມຄວາມສາມາດໃນການແຂ່ງຂັນ”  ໃນວັນທີ 27 ພະຈິກ 2020 https://eriit.moic.gov.la/%e0%ba%aa%e0%bb%8d%e0%ba%b2%e0%ba%a1%e0%ba%b0%e0%ba%99%e0%ba%b2%e0%bb%81%e0%ba%a5%e0%ba%81%e0%ba%9b%e0%bb%88%e0%ba%bd%e0%ba%99%e0%ba%84%e0%ba%a7%e0%ba%b2%e0%ba%a1%e0%ba%ae%e0%ba%b9%e0%bb%89%e0%bb%83/ https://eriit.moic.gov.la/%e0%ba%aa%e0%bb%8d%e0%ba%b2%e0%ba%a1%e0%ba%b0%e0%ba%99%e0%ba%b2%e0%bb%81%e0%ba%a5%e0%ba%81%e0%ba%9b%e0%bb%88%e0%ba%bd%e0%ba%99%e0%ba%84%e0%ba%a7%e0%ba%b2%e0%ba%a1%e0%ba%ae%e0%ba%b9%e0%bb%89%e0%bb%83/#respond Thu, 03 Dec 2020 16:14:46 +0000 http://eriit.moic.gov.la/?p=794
0 0
Read Time:3 Minute, 13 Second

ໃນວັນທີ 27 ພະຈິກ 2020 ທີ່ ສະຖາບັນຄົ້ນຄວ້າເສດຖະກິດອຸດສາຫະກໍາ ແລະ ການຄ້າ ໄດ້ຈັດກອງປະຊຸມສໍາມະນາແລກປ່ຽນຄວາມຮູ້ໃນຫົວຂໍ້ “ການປັບປ່ຽນລະບົບຕ່ອງໂສ້ສະໜອງ ສິນຄ້າພາຍຫຼັງການແຜ່ລະບາດຂອງພະຍາດໃນທົ່ວໂລກເພື່ອເພີ່ມຄວາມສາມາດໃນການແຂ່ງຂັນ” ພາຍໃຕ້ການສະໜັບສະໜູນຈາກລັດຖະບານຈີນ ໂດຍຜ່ານກອງທຶນພິເສດການຮ່ວມມືແມ່ນໍ້າລ້ານຊ້າງ – ແມ່ນໍ້າຂອງ (Lancang-Mekong Special Fund) ແລະ ສະຖາບັນແມ່ນໍ້າຂອງ (Mekong Institute). ໂດຍການເປັນປະທານ ຂອງ ທ່ານ ສິລິ ສໍາພັນ ວໍຣະຈິດ, ຫົວໜ້າສະຖາບັນຄົ້ນຄວ້າເສດຖະກິດອຸດສາຫະກໍາ ແລະ ການຄ້າ, ມີແຂກເຂົ້າຮ່ວມທັງໝົດ 40 ກວ່າທ່ານ ຈາກຫ້ອງການສົ່ງເສີມ ແລະ ຄຸ້ມຄອງເຂດເສດຖະກິດພິເສດ, ກົມສົ່ງເສີມການລົງທຶນ, ກົມສົ່ງເສີມວິສາຫະກິດຂະໜາດ ແລະ ກາງ, ກົມອຸດສາຫະກໍາ ແລະ ຫັດຖະກໍາ ແລະ ພາກລັດທີ່ກ່ຽວຂ້ອງ ພ້ອມທັງສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດ, ສູນບໍລິການວິສາຫະກິດຂະໜາດນ້ອຍ ແລະ ກາງ ແລະ ຜູ້ປະກອບການໃນຂະແໜງອຸດສາຫະກໍາຕັດຫຍິບ.

 

ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອສ້າງຄວາມເຂົ້າໃຈກ່ຽວກັບການປັບປ່ຽນລະບົບຕ່ອງໂສ້ການສະໜອງວັດຖຸດິບ ພາຍຫຼັງການແຜ່ລະບາດຂອງພະຍາດໃນທົ່ວໂລກ ເພື່ອເພີ່ມຄວາມສາມາດໃນການແຂ່ງຂັນ (ກໍລະນີສຶກສາ ກ່ຽວກັບ ຂະແໜງອຸດສາຫະກຳຕັດຫຍິບ ແລະ ແຜ່ນແພ).

 

ກອງປະຊຸມສໍາມະນາໄດ້ແບ່ງອອກເປັນສອງພາກຄື:

  • ໃນພາກທີ 1 ແມ່ນຮັບຟັງການບັນຍາຍບົດຮຽນ ແລະ ປະສົບການຈາກນັກວິທະຍາກອນ ທ່ານ ປອ ສົມເດດ ໂພທິສານ ນັກຄົ້ນຄວ້າຈາກສະຖາບັນຄົ້ນຄວ້າເສດຖະກິດອຸດສາຫະກໍາ ແລະ ການຄ້າ ແລະ ທ່ານ ພອນປະເສີດ ເຮົ້າອອ່ອນຈັນ ຫົວໜ້າພະແນກ, ຫ້ອງການສົ່ງເສີມ ແລະ ຄຸ້ມຄອງເຂດເສດຖະກິດພິເສດ ທີ່ໄດ້ຜ່ານການຝຶກອົບຮົມພາຍໃຕ້ໂຄງການຝຶກອົບຮົມທາງໄກ ໃນຫົວຂໍ້ “ເພີ່ມທະວີການແຂ່ງຂັນດ້ານການຄ້າສິນຄ້າ ແລະ ການບໍລິການ: ການດຳເນີນການ ແລະ ຍຸດທະສາດພາຍຫຼັງການແຜ່ລະບາດຂອງພະຍາດໃນທົ່ວໂລກ” (Enhancing Trade Competitiveness for Goods and Services: Issues and Strategies in Post-Pandemic World” ທີ່ໄດ້ຈັດຂື້ນໃນລະຫວ່າງວັນທີ 3 – 20 ສິງຫາ 2020 ຜ່ານທາງລະບົບ Zoom Cloud Meeting.
  • ​​ພາກທີ 2: ຈະແມ່ນ “Panel discussion” ກ່ຽວກັບຜົນກະທົບຂອງໂຄວິດ- 19ຕໍ່ ກັບຂະແໜງອຸດສະຫະກຳຕັດຫຍິບ ແລະ ແຜ່ນແພ ແລະ ນະໂຍບາຍຂອງພາກລັດທີ່ກ່ຽວຂ້ອງໃນການຊ່ວຍຂະແໜງດັ່ງກ່າວໃນຊ່ວງໄລຍະການແຜ່ລະບາດຂອງພະຍາດ ແລະ ແຜນ ການໃນຕໍ່ໜ້າ ໂດຍການເປັນ Moderator ຂອງທ່ານ ວຽງສະຫວ່າງ ທິບພະວົງ ຮອງຫົວໜ້າສະຖາບັນຄົ້ນຄວ້າເສດຖະກິດອຸດສາຫະກໍາ ແລະ ການຄ້າ ເຊິ່ງຈະມີຕາງໜ້າຈາກພາກສ່ວນຕ່າງໆເຂົ້າຮ່ວມເປັນ Panelist ດັ່ງລຸ່ມນີ້:
    • ປອ ໄຊບັນດິດ ຣາຊະພົນ ປະທານສະມາຄົມຕັດຫຍິບ ນໍາສະເໜີ ສະພາບທົ່ວໄປ ແລະ ຜົນກະທົບໃນຂະແໜງອຸດສະຫະກຳຕັດຫຍິບ ແລະ ແຜ່ນແພ ແລະ ການຮັບມືຕໍ່ບັນຫາດັ່ງກ່າວຂອງສະມາຄົມຕັດຫຍິບລາວ;
    • ທ່ານ ນາງ ແສງແກ້ວ ພຸດທະວົງ ຮອງອໍານວຍການກອງທຶນສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ, ກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ, ກະຊວງ ອຸດສາຫະກໍາ ແລ ການຄ້າ ນໍາສະ ເໜີ ນະໂຍບາຍການເຂົ້າເຖິງແຫຼ່ງທຶນຂອງວິສາຫະກິດຂະໜາດນ້ອຍ ແລະ ກາງ ເພື່ອຊ່ວຍຂະແໜງ ອຸດສາຫະກໍາຕັດຫຍິບ ແລະ ແຜ່ນແພໃນຊ່ວງໄລຍະການແຜ່ລະບາດຂອງພະຍາດ ແລະ ແຜນການໃນຕໍ່ໜ້າເພື່ອຟື້ນຟູຂະແໜງການດັ່ງກ່າວ.
    • ທ່ານ ໜູໄຊ ພູມສຸວັນ ຮອງຫົວໜ້າກົມບໍລິການ, ທະນາຄານແຫ່ງສປປ ລາວ ນໍາສະເໜີ ນະໂຍບາຍ ແລະ ມາດຕະການ ເພື່ອຊ່ວຍແກ້ໄຂຜົນກະທົບຈາກສະພາບການລະບາດຂອງພະຍາດໂຄວິດ- 19, ໂດຍສະເພາະແມ່ນນະໂຍບາຍສິນເຊື່ອ ດອກເບ້ຍ 5,5% ມີເງື່ອນໄຂ ແລະ ຊ່ອງທາງການເຂົ້າເຖິງແນວໃດ.
    • ທ່ານ ພອນປະເສີດ ເຮົ້າອ່ອນຈັນ ຫົວໜ້າພະແນກ, ຫ້ອງການສົ່ງເສີມ ແລະ ຄຸ້ມຄອງເຂດເສດຖະກິດພິເສດ, ກະຊວງແຜນການ ແລະ ການລົງທຶນ ນໍາສະເໜີກ່ຽວກັບນະໂຍບາຍການສົ່ງເສີມໃນເຂດເສດຖະກິດພິເສດ

ທ່ານ ປອ ນາງ ທານຕາວັນ ມະໂນລົມ ຫົວໜ້າພະແນກຄົ້ນຄວ້ານະໂຍບາຍອຸດສາຫະກໍາ ແລະ ຫັດຖະກໍາ, ສະຖາບັນຄົ້ນຄວ້າເສດຖະກິດອຸດສາຫະກໍາ ແລະ ການຄ້າ ນໍາສະເໜີ ຜົນຂອງການຄົ້ນຄວ້າກ່ຽວກັບຜົນກະທົບຂອງໂຄວິດ- 19 ຕໍ່ຂະແໜງອຸດສາຫະກໍາຕັດຫຍິບ ຂອງສປປ ລາວ.

 

          

Happy
Happy
0 %
Sad
Sad
0 %
Excited
Excited
0 %
Sleepy
Sleepy
0 %
Angry
Angry
0 %
Surprise
Surprise
0 %
]]>
https://eriit.moic.gov.la/%e0%ba%aa%e0%bb%8d%e0%ba%b2%e0%ba%a1%e0%ba%b0%e0%ba%99%e0%ba%b2%e0%bb%81%e0%ba%a5%e0%ba%81%e0%ba%9b%e0%bb%88%e0%ba%bd%e0%ba%99%e0%ba%84%e0%ba%a7%e0%ba%b2%e0%ba%a1%e0%ba%ae%e0%ba%b9%e0%bb%89%e0%bb%83/feed/ 0
ພິທີປິດຊຸດຝຶກອົບຮົມທິດສະດີການເມືອງ ແລະ ການປົກຄອງ ໄລຍະສັ້ນ 45 ວັນ ທີ່ ສສອຄ ໃນວັນທີ 23/11/2020 https://eriit.moic.gov.la/%e0%ba%9e%e0%ba%b4%e0%ba%97%e0%ba%b5%e0%ba%9b%e0%ba%b4%e0%ba%94%e0%ba%8a%e0%ba%b8%e0%ba%94%e0%ba%9d%e0%ba%b6%e0%ba%81%e0%ba%ad%e0%ba%bb%e0%ba%9a%e0%ba%ae%e0%ba%bb%e0%ba%a1%e0%ba%97%e0%ba%b4%e0%ba%94/ https://eriit.moic.gov.la/%e0%ba%9e%e0%ba%b4%e0%ba%97%e0%ba%b5%e0%ba%9b%e0%ba%b4%e0%ba%94%e0%ba%8a%e0%ba%b8%e0%ba%94%e0%ba%9d%e0%ba%b6%e0%ba%81%e0%ba%ad%e0%ba%bb%e0%ba%9a%e0%ba%ae%e0%ba%bb%e0%ba%a1%e0%ba%97%e0%ba%b4%e0%ba%94/#respond Mon, 23 Nov 2020 07:48:04 +0000 http://eriit.moic.gov.la/?p=712
0 0
Read Time:8 Second

ພິທີປິດຊຸດຝຶກອົບຮົມທິດສະດີການເມືອງ ແລະ ການປົກຄອງ ໄລຍະສັ້ນ 45 ວັນ ທີ່ ສສອຄ, ວັນທີ 23/11/2020

 

 

Loading

Happy
Happy
0 %
Sad
Sad
0 %
Excited
Excited
0 %
Sleepy
Sleepy
0 %
Angry
Angry
0 %
Surprise
Surprise
0 %
]]>
https://eriit.moic.gov.la/%e0%ba%9e%e0%ba%b4%e0%ba%97%e0%ba%b5%e0%ba%9b%e0%ba%b4%e0%ba%94%e0%ba%8a%e0%ba%b8%e0%ba%94%e0%ba%9d%e0%ba%b6%e0%ba%81%e0%ba%ad%e0%ba%bb%e0%ba%9a%e0%ba%ae%e0%ba%bb%e0%ba%a1%e0%ba%97%e0%ba%b4%e0%ba%94/feed/ 0
ພິທີປິດການຝຶກອົບຮົມພະນັກງານອຸດສາຫະກຳ ແລະ ການຄ້າ ຂັ້ນເມືອງ ທົ່ວປະເທດຄັ້ງທີ X ລະຫວ່າງ ວັນທີ 22-25 ກັນຍາ 2020 https://eriit.moic.gov.la/%e0%ba%9e%e0%ba%b4%e0%ba%97%e0%ba%b5%e0%ba%9b%e0%ba%b4%e0%ba%94%e0%ba%81%e0%ba%b2%e0%ba%99%e0%ba%9d%e0%ba%b6%e0%ba%81%e0%ba%ad%e0%ba%bb%e0%ba%9a%e0%ba%ae%e0%ba%bb%e0%ba%a1%e0%ba%9e%e0%ba%b0%e0%ba%99/ https://eriit.moic.gov.la/%e0%ba%9e%e0%ba%b4%e0%ba%97%e0%ba%b5%e0%ba%9b%e0%ba%b4%e0%ba%94%e0%ba%81%e0%ba%b2%e0%ba%99%e0%ba%9d%e0%ba%b6%e0%ba%81%e0%ba%ad%e0%ba%bb%e0%ba%9a%e0%ba%ae%e0%ba%bb%e0%ba%a1%e0%ba%9e%e0%ba%b0%e0%ba%99/#respond Fri, 25 Sep 2020 14:15:35 +0000 http://eriit.moic.gov.la/?p=138
0 0
Read Time:29 Second

ພິທີປິດການຝຶກອົບຮົມພະນັກງານອຸດສາຫະກຳ ແລະ ການຄ້າ ຂັ້ນເມືອງ ທົ່ວປະເທດຄັ້ງທີ X ລະຫວ່າງ ວັນທີ 22-25 ກັນຍາ 2020

    • ປິດໂດຍ ທ່ານ ສີລິສຳພັນ ວໍຣະຈິດ, ຫົວໜ້າ ສສອຄ ຊຶ່ງທ່ານ ກໍໄດ້ກ່າວໂອ້ລົມພາບລວມການຄ້າພາຍໃນ ແລະຕ່່າງປະເທດ ລວມທັງຊີ້ນຳໃຫ້ນຳຄວາມໃຊ້ຄວາມຮູ້ທີ່ມາຝຶກອົບຮົມຄັ້ງນີ້ ໄປໝູນໃຊ້ ໃນວຽກງານຄົນຕົນ, ເຜີຍແຜ່ຕໍ່ໃຫ້ຫມູ່ເພື່ອນຮ່ວມງານ ແລະ ປະຊາຊົນ.
    • ນອກນີ້, ທ່ານກໍໄດ້ມອບໃບປະກາດຜົນສຳເລັດການຝຶກອົບຮົມໃນຄັ້ງນີ້ ໃຫ້ພະນັກງານເມືອງ.

Loading

Happy
Happy
0 %
Sad
Sad
0 %
Excited
Excited
0 %
Sleepy
Sleepy
0 %
Angry
Angry
0 %
Surprise
Surprise
0 %
]]>
https://eriit.moic.gov.la/%e0%ba%9e%e0%ba%b4%e0%ba%97%e0%ba%b5%e0%ba%9b%e0%ba%b4%e0%ba%94%e0%ba%81%e0%ba%b2%e0%ba%99%e0%ba%9d%e0%ba%b6%e0%ba%81%e0%ba%ad%e0%ba%bb%e0%ba%9a%e0%ba%ae%e0%ba%bb%e0%ba%a1%e0%ba%9e%e0%ba%b0%e0%ba%99/feed/ 0
ກອງປະຊຸມ/ສຳມະນາ ທາງໄກ https://eriit.moic.gov.la/%e0%ba%81%e0%ba%ad%e0%ba%87%e0%ba%9b%e0%ba%b0%e0%ba%8a%e0%ba%b8%e0%ba%a1-%e0%ba%aa%e0%ba%b3%e0%ba%a1%e0%ba%b0%e0%ba%99%e0%ba%b2-%e0%ba%97%e0%ba%b2%e0%ba%87%e0%bb%84%e0%ba%81/ https://eriit.moic.gov.la/%e0%ba%81%e0%ba%ad%e0%ba%87%e0%ba%9b%e0%ba%b0%e0%ba%8a%e0%ba%b8%e0%ba%a1-%e0%ba%aa%e0%ba%b3%e0%ba%a1%e0%ba%b0%e0%ba%99%e0%ba%b2-%e0%ba%97%e0%ba%b2%e0%ba%87%e0%bb%84%e0%ba%81/#respond Fri, 28 Aug 2020 17:21:40 +0000 http://eriit.moic.gov.la/?p=56
0 0
Read Time:5 Second

ກອງປະຊຸມ/ສຳມະນາ ທາງໄກ

ກອງປະຊຸມ/ສຳມະນາ ທາງໄກ ກັບ 5 ປະເທດ ອາຊຽນ ລາວ ໄທ ກຳປຸເຈຍ ​……

Loading

Happy
Happy
0 %
Sad
Sad
0 %
Excited
Excited
0 %
Sleepy
Sleepy
0 %
Angry
Angry
0 %
Surprise
Surprise
0 %
]]>
https://eriit.moic.gov.la/%e0%ba%81%e0%ba%ad%e0%ba%87%e0%ba%9b%e0%ba%b0%e0%ba%8a%e0%ba%b8%e0%ba%a1-%e0%ba%aa%e0%ba%b3%e0%ba%a1%e0%ba%b0%e0%ba%99%e0%ba%b2-%e0%ba%97%e0%ba%b2%e0%ba%87%e0%bb%84%e0%ba%81/feed/ 0
ສຳມະນາ ປຶກສາຫາລື ສສອຄ https://eriit.moic.gov.la/%e0%ba%9f%e0%ba%b1%e0%ba%87%e0%ba%9b%e0%ba%b2%e0%ba%96%e0%ba%b0%e0%ba%81%e0%ba%b2%e0%ba%96%e0%ba%b2-%e0%ba%ab%e0%ba%bb%e0%ba%a7%e0%bb%9c%e0%bb%89%e0%ba%b2%e0%ba%aa%e0%ba%b0%e0%ba%96%e0%ba%b2%e0%ba%9a/ https://eriit.moic.gov.la/%e0%ba%9f%e0%ba%b1%e0%ba%87%e0%ba%9b%e0%ba%b2%e0%ba%96%e0%ba%b0%e0%ba%81%e0%ba%b2%e0%ba%96%e0%ba%b2-%e0%ba%ab%e0%ba%bb%e0%ba%a7%e0%bb%9c%e0%bb%89%e0%ba%b2%e0%ba%aa%e0%ba%b0%e0%ba%96%e0%ba%b2%e0%ba%9a/#respond Fri, 28 Aug 2020 16:18:01 +0000 http://eriit.moic.gov.la/?p=16
0 0
Read Time:5 Second

ສຳມະນາ ປຶກສາຫາລື ສສອຄ

ການສຳມະນາຄັ້ງນີ້ ທຸກຄົນເຂົ້າຟັງ  ຢ່າງຕັ້ງໃຈ ຕໍ່ບັນຫາ …​​​  ….   ………..

Loading

Happy
Happy
0 %
Sad
Sad
0 %
Excited
Excited
0 %
Sleepy
Sleepy
0 %
Angry
Angry
0 %
Surprise
Surprise
0 %
]]>
https://eriit.moic.gov.la/%e0%ba%9f%e0%ba%b1%e0%ba%87%e0%ba%9b%e0%ba%b2%e0%ba%96%e0%ba%b0%e0%ba%81%e0%ba%b2%e0%ba%96%e0%ba%b2-%e0%ba%ab%e0%ba%bb%e0%ba%a7%e0%bb%9c%e0%bb%89%e0%ba%b2%e0%ba%aa%e0%ba%b0%e0%ba%96%e0%ba%b2%e0%ba%9a/feed/ 0