ຂ່າວລ່າສຸດ

0 0

ຄະນະທີມງານຂອງຄູ-ອາຈານ ໄດ້ນໍາພານັກສຶກສາໄປທັດສະນະສຶກສາ  ແລະ ແລກປ່ຽນບົດຮຽນຢູ່ແຂວງບໍລິຄໍາໄຊໃນວັນທີ 3-4 ມີນາ 2025 ( ກໍານົດເວລາ 02ມື້ 01 ຄືນ ), ຊຶ່ງໄດ້ປະຕິບັດຕາມການຂຶ້ນແຜນວຽກຄື:  ໄດ້ອອກເດີນທາງໄປໃນເວລາ 8:30 ຂອງວັນທີ 03 ມີນາ 2025 ໂດຍລົດຕູ້ຈໍານວນ 02 ຄັນ, ຮອດສະຖານທີ່ໂຮງງານອຸດສາຫະກໍາຜະລິດ ແລະ ຈໍາໜ່າຍໝໍ້ແປງໄຟຟ້າ SK ເວລາ 11:00 ໂມງຊຶ່ງຕັ້ງຢູ່ບ້ານໂພນສະອາດ, ເມືອງ ປາກຊັນ ແຂວງບໍລິຄໍາໄຊ . ໃນການທັດສະນະສຶກສາຄັ້ງນີ້ແມ່ນໄດ້ຮັບການອໍານວຍຄວາມສະດວກເປັນຢ່າງດີຈາກພະນັກງານຫ້ອງການຈາກພະແນກອຸດສາຫະກຳ ແລະ ການຄ້າແຂວງບໍລິຄຳໄຊ ແລະ ກໍໄດ້ຮັບຕ້ອນຈາກທ່ານຮອງປະທານໂຮງງານ ພ້ອມທັງໄດ້ຮັບຟັງບັນຍາຍປະຫວັດຄວາມເປັນມາຂອງໂຮງງານ, ໂຮງງານດັ່ງກ່າວມີສາຂາຕັ້ງຢູ່ 06 ແຂວງພາກກາງ ແລະ ພາກໃຕ້ຂອງ ສປປ ລາວ, ຮູ້ໄດ້ວິທີການຜະລິດ-ການຈໍາໜ່າຍ ແລະ ຊົມໃຊ້ຢູ່ພາຍໃນປະເທດ,  ພ້ອມຍ່າງຊົມເບິ່ງຂັ້ນຕອນການຜະລິດຕົວຈິງ ແລະ ການຈັດຈໍາໜ່າຍຕ່າງໆຈາກພະນັກງວິຊາການຂອງໂຮງງານດັ່ງກ່າວ.

ໃນຕອນບ່າຍຂອງມື້ດຽວກັນ ໄດ້ເຂົ້າໄປຢ້ຽມຊົມຂົວມິດຕະພາບລາວ-ໄທ ແຫ່ງທີ 5 ໂດຍໄດ້ຮັບການຕ້ອນຮັບຈາກ ທ່ານ ໄລທອງ ພົມມະວົງ ຫົວໜ້າໂຄງການ ກໍ່ສ້າງຂົວຂ້າມແມ່ນໍ້າຂອງມິດຕະພາບລາວ-ໄທ ແຫ່ງທີ5 (ບໍລິຄໍາໄຊ-ບືງການ) ພ້ອມທັງຮັບຟັງການບັນຍາຍຄວາມເປັນມາ ແລະ ຈຸດປະສົງ, ຄາດໝາຍໃນການສ້າງຂົວມິດຕະພາບ ລາວ-ໄທ ຈາກນັ້ນກໍໄດ້ເຂົ້າໄປທ່ຽວຊົມສະຖານທີ່ກໍ່ສ້າງຂົວ ບ່ອນຈຸດເຊື່ອມຕໍ່ລະຫວ່າງ ລາວ-ໄທ.

ຕອນຄໍ່າເວລາ 18:30ໂມງ ຫາ 20:30 ໂມງ ຄູ-ອາຈານ ແລະ ນັກສຶກສາທັງໝົດ ພ້ອມດ້ວຍຮອງຫົວໜ້າຫ້ອງການບໍລິຫານຢູ່ພະແນກອຸດສາຫະກຳ ແລະ ການຄ້າແຂວງບໍລິຄໍາໄຊ ກໍໄດ້ມີພາເຂົ້າສາມັກຄີນໍາກັນ ຢູ່ຮ້ານອາຫານຊົມວີວແຄມຊັນ.

ໃນຕອນເຊົ້າຂອງວັນທີ 04 ມີນາ 2025 ຄະນະທັດສະນະສຶກສາໄດ້ອອກຈາກເມືອງປາກຊັນເດີນທາງໄປ ກຸ່ມຜະລິດຕະພັນປາແຫ້ງຢູ່ບ້ານນໍ້າໂລ ແລະ ບ້ານສີສົມໄຊ, ເມືອງທ່າພະບາດ , ແຂວງບໍລິຄໍາໄຊ ໂດຍໄດ້ມີການຮັບຕ້ອນຈາກຫົວໜ້າຫ້ອງການການຄ້າເມືອງທ່າພະບາດ ແລະ ນາຍບ້ານສີສົມໄຊ ຊຶ່ງສະຖານທີ່ໄດ້ຈັດຢູ່ໃນວັດສີສົມໄຊ ໄຊຍະລາມ, ທາງຫົວໜ້າຫ້ອງການການຄ້າເມືອງທ່າພະບາດກໍໄດ້ຂຶ້ນລາຍງານກ່ຽວກັບກຸ່ມຫັດຖະກໍາຜະລິດຕະພັນປາແຫ້ງ, ຫ້າງ, ຮ້ານວາງຂາຍສິນຄ້າໂດຍຫຍໍ້ຈໍານວນໜຶ່ງ. ນອກຈາກນັ້ນ ຍັງໄດ້ຮັບຟັງຂັ້ນຕອນການການຜະລິດ, ການຈໍາໜ່າຍ, ລາຄາ, ຈໍານວນຮ້ານ ແລະ ການແປຮູບປາ ເຊັ່ນ: ປາແຫ້ງໂຕໃຫຍ່/ນ້ອຍ, ປາແຫ້ງຫລອດ, ປາສົ້ມຫໍ່ຕອງ, ປາສົ້ມກະປຸກປາແດກ ແລະ ອື່ນໆຈາກນາຍບ້ານສີສົມໄຊ, ເມືອງທ່າພະບາດ , ແຂວງບໍລິຄໍາໄຊ.

ໃນມື້ດຽວກັນນັ້ນ ໃນເວລາ 11:30- 12:30 ໄດ້ນຳພາຄະນະໄປທ່ຽວຊົມຮອງຮອຍປະຫວັດສາດ ຕີນພະບາດຢູ່ທີ່ວັດພະບາດໂພນສັນ ພ້ອມດ້ວຍແວ່ຊົມກຸ່ມຫັດຖະກໍາຈັກສານ ແອບເຂົ້້າ, ກະໂດ້ງ, ກະຕ່າ, ສານ, ຫວດໜຶ້ງເຂົ້າ, ຂັນໃສ່ບາດ ແລະ ອື່ນໆ .

 115 total views,  2 views today

Happy
Happy
0 %
Sad
Sad
0 %
Excited
Excited
0 %
Sleppy
Sleppy
0 %
Angry
Angry
0 %
Surprise
Surprise
0 %

Average Rating

5 Star
0%
4 Star
0%
3 Star
0%
2 Star
0%
1 Star
0%

Leave a Reply

Your email address will not be published. Required fields are marked *

Social media & sharing icons powered by UltimatelySocial