ຂ່າວລ່າສຸດ

ປະຫວັດສະຖາບັນ

 

1.1 ປະຫວັດສະຖາບັນ
ສະຖາບັນອຸດສາຫະກໍາ ແລະ ການຄ້າ ໄດ້ຮັບການສ້າງຕັ້ງຂຶ້ນພາຍໃຕ້ດໍາລັດ 24/ນຍ, ລົງວັນທີ 24 ມີນາ 1999 ມີຊື່ເຕັມໃນເວລານັ້ນແມ່ນ ສະຖາບັນຄົ້ນຄວ້າເສດຖະກິດການຄ້າ ແລະ ທ່ອງທ່ຽວ ມີຖານະທຽບເທົ່າກົມໃນໂຄງປະກອບກົງຈັກການຈັດຕັ້ງຂອງກະຊວງການຄ້າ ແລະ ທ່ອງທ່ຽວ; ພາຍຫຼັງລັດຖະບານໄດ້ໂອນວຽກທ່ອງທ່ຽວໄປຂຶ້ນກັບການຊີ້ນໍາໂດຍກົງຂອງສໍານັກງານນາຍົກລັດຖະມົນຕີ ແລະ ກະຊວງການຄ້າ ແລະ ທ່ອງທ່ຽວໄດ້ປ່ຽນຊື່ມາເປັນກະຊວງການຄ້າ ໃນປີ 2001 ສະຖາບັນຄົ້ນຄວ້າເສດຖະກິດການຄ້າ ແລະ ທ່ອງທ່ຽວ ໄດ້ປ່ຽນຊື່ມາເປັນ ສະຖາບັນຄົ້ນຄວ້າເສດຖະກິດການຄ້າ (ອີງຕາມຂໍ້ຕົກລົງເລກທີ 1013/ກຄ, ລົງວັນທີ 24 ສິງຫາ 2001); ມາຮອດປີ 2016 ຊື່ສະຖາບັນຄົ້ນຄວ້າເສດຖະກິດການຄ້າ ກໍ່ໄດ້ປ່ຽນອີກຄັ້ງໜຶ່ງເປັນ ສະຖາບັນຄົ້ນຄວ້າເສດຖະກິດອຸດສາຫະກໍາ ແລະ ການຄ້າ (ອີງຕາມຂໍ້ຕົກລົງເລກທີ 1550, ລົງວັນທີ 31 ສິງຫາ 2016).

 

ໃນເວລາທີ່ເປັນສະຖາບັນຄົ້ນຄວ້າເສດຖະກິດການຄ້າ ແລະ ທ່ອງທ່ຽວ ແມ່ນມີທັງໜົດ 3 ພະແນກ ແລະ ສູນຝຶກອົບຮົມ; ທີ່ຕັ້ງຂອງສະຖາບັນໃນເວລານັ້ນ ແມ່ນຢູ່ຊັ້ນສາມຂອງຕຶກອົງການທ່ອງທ່ຽວແຫ່ງຊາດ (ປັດຈຸບັນແມ່ນສູນຂໍ້ມູນຂ່າວສານການທ່ອງທ່ຽວ) ຕັ້ງຢູ່ຖະໜົນລ້ານຊ້າງ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ; ພາຍຫຼັງປ່ຽນເປັນສະຖາບັນຄົ້ນຄວ້າເສດຖະກິດການຄ້າ ພາຍໃຕ້ກະຊວງການຄ້າກໍ່ໄດ້ຍ້າຍຫ້ອງການມາຢູ່ຕຶກກະຊວງການຄ້າຫຼັງເກົ່າ (ປັດຈຸບັນແມ່ນໃຫ້ທຸລະກິດສໍາປະທານເຮັດອາຄານພານິດ) ແຕ່ຍົກເວັັ້ນສູນຝຶກອົບຮົມການຄ້າແມ່ນໄດ້ຍ້າຍໄປຢູ່ເຂດບ້ານທົ່ງພານທອງ ເມືອງສີສັດຕະນາກ ຊຶ່ງແມ່ນສະຖານທີ່ຕັ້ງຂອງສະຖາບັນຄົ້ນຄວ້າເສດຖະກິດອຸດສາຫະກໍາ ແລະ ການຄ້າ ໃນປັດຈຸບັນ; ສະຖາບັນຄົ້ນຄວ້າເສດຖະກິດການຄ້າເວລານີ້ມີ 2 ພະແນກ, ສູນຝຶກອົບຮົມການຄ້າ ນອກຈາກນັ້ນ ຍັງຖືກມອບໃຫ້ຮັບຜິດຊອບຊີ້ນໍາຫ້ອງການໜັງສືພິມການຄ້າ.

 

ຮອດປີ 2005 ໂດຍໄດ້ຮັບການອະນຸມັດຈາກຄະນະນໍາກະຊວງ ສະຖາບັນຄົ້ນຄວ້າເສດຖະກິດການຄ້າ ໄດ້ຍ້າຍກົງຈັກການຈັດຕັ້ງທັງໝົດຈາກກະຊວງມາປະຈໍາຢູ່ອາຄານສູນຝຶກອົບຮົມການຄ້າ ແລະ ໃນປີ 2006 ກໍ່ມີການປັບປຸງພາລະບົດບາດຂອງສະຖາບັນຄືນໃໝ່ ເຊິ່ງປະກອບມີ 4 ພະແນກການ (ເວລານີ້ສູນຝຶກອົບຮົມການຄ້າຖືກ ລວມເຂົ້າເປັນພະແນກການໜຶ່ງຂອງສະຖາບັນ); ໃນປີ 2012 ສະຖາບັນຄົ້ນຄວ້າເສດຖະກິດການຄ້າ ກໍ່ໄດ້ຖືກອະນຸມັດປັບປຸງພາລະບົບບາດຕາມຂໍ້ຕົກລົງເລກທີ 613/ອຄ.ຈພງ, ລົງວັນທີ 23 ມີນາ 2012 ໂດຍມີທັງໜົດ 6 ພະແນກ ແລະ ແບ່ງເປັນ 3 ກຸ່ມວຽກໃຫຍ່ ຄື: ວຽກແຜນການ ແລະ ສັງລວມ, ວຽກຄົ້ນຄວ້າ-ວິໄຈ, ວຽກຝຶກອົບຮົມ ແລະ ວິທະຍາໄລການຄ້າ. ໂດຍອີງໃສ່ສະພາບການຈັດຕັ້ງປະຕິບັດໜ້າທີ່ວິຊາສະເພາະຂອງສະຖາບັນໃຫ້ ຕິດພັນກັບພາລະບົດບາດລວມຂອງກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ເພື່ອຍົກລະດັບປະສິດທິພາບຂອງວຽກງານພາຍໃນໃຫ້ສູງຂຶ້ນ ໃນປີ 2016 ສະຖາບັນຈິ່ງໄດ້ປັບປຸງພາລະບົດບາດໃໝ່ ຕາມຂໍ້ຕົງລົງເລກທີ 1550/ອຄໂດຍໄດ້ປ່ຽນຊື່ເປັນສະຖາບັນຄົ້ນຄວ້າເສດຖະກິດອຸດສາຫະກໍາ ແລະ ການຄ້າ, ນອກນັ້ນຍັງໄດ້ເພີ່ມພະແນກໃໝ່ 1 ພະແນກ ເຮັດໃຫ້ສະຖາບັນມີທັງໝົດ 7 ພະແນກ; ການປັບປຸງຄັ້ງນີ້ໄດ້ເຮັດໃຫ້ພາລະບົດບາດ-ໜ້າທີ່ຮັບຜິດຊອບຂອງສະຖາບັນມີຄວາມຈະແຈ້ງ ແລະ ສາມາດສະໜອງບໍລິການດ້ານວິຊາການແບບຮອບດ້ານໃຫ້ກັບຄະນະນໍາ ແລະ ບັນດາກົມກອງອ້ອມຂ້າງກະຊວງອຸດສາຫະກໍາ ແລະ ການຄ້າ.

 

ປະຈຸບັນ ສະຖາບັນ ໄດ້ມີຂໍ້ຕົກລົງສະບັບໃຫມ່  ຂໍ້ຕົກລົງ ວ່າດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວ ຂອງສະ​ຖາ​ບັນ​ອຸດສາຫະກໍາ ແລະ ການ​ຄ້າ  ສະບັບເລກທີ 0262/ອຄ, 25 ມີນາ 2021  ໄດ້ປ່ຽນຊື່ວ່າ “ສະ​ຖາ​ບັນ​ອຸດສາຫະກໍາ ແລະ ການ​ຄ້າ ” ຂຽນຫຍໍ້ວ່າ “ສອຄ”  ຂຽນເປັນພາສາອັງກິດວ່າ “Institute for Industry and Commerce”  ຂຽນຫຍໍ້ “IIC” ຊຶ່ງທັງຫມົດມີ 7 ພະແນກ ຄື:​   1. ພະແນກສັງລວມ         2. ພະແນກຄົ້ນຄວ້ານະໂຍບາຍການຄ້າ      3. ພະແນກຄົ້ນຄວ້ານະໂຍບາຍອຸດສາຫະກໍາ ແລະ ຫັດຖະກໍາ    4. ພະແນກຂໍ້ມູນຂ່າວສານດ້ານເຕັກໂນໂລຊີ ແລະ ນະວັດຕະກຳ         5. ພະແນກຝຶກອົບຮົມ          6. ພະແນກກິດຈະການນັກສຶກສາ             7. ພະແນກວິຊາການ

 

1.2 ປະຫວັດຂອງວິທະຍາໄລການຄ້າ
ວິທະຍາໄລການຄ້າ ແມ່ນກຸ່ມວຽກໜຶ່ງຂອງສະຖາບັນຄົ້ນຄວ້າເສດຖະກິດອຸດສາຫະກໍາ ແລະ ການຄ້າ ເຮັດໜ້າທີ່ພັດທະນາຊັບພະຍາກອນມະນຸດ, ວິຊາຊີບການຄ້າ, ອຸດສາຫະກໍາ ແລະ ຫັດຖະກໍາ ຖືກສ້າງຕັ້ງຂຶ້ນພາຍໃຕ້ຂໍ້ຕົກລົງເລກທີ 4004/ສສກ.ອສ.11, ລົງວັນທີ 26 ຕຸລາ 2011 ເພື່ອເປີດສອນຫຼັກສູດຊັ້ນກາງສາຂາທຸລະກິດການຄ້າໃຫ້ກັບນັກສຶກສາຮຽນຈົບລະດັບມັດທະຍົມສຶກສາ ແລະ ພະນັກງານໃນຂະແໜງອຸດສາຫະກໍາ ແລະ ການຄ້າ ທີ່ບໍ່ມີວິຊາສະເພາະດ້ານການຄ້າໃຫ້ສາມາດຍົກລະດັບຄວາມຮູ້ວິຊາການໃນດ້ານນີ້. ພາຍຫຼັງເປີດສອນຫຼັກສູດຊັ້ນກາງເລີ່ມຕົ້ນໃນສົກປີ 2012-2013 ຮອດ ປີ 2014 ວິທະຍາໄລການຄ້າກໍ່ໄດ້ຮັບການອະນຸມັດໃຫ້ເປີດສອນຫຼັກສູດຊັ້ນສູງຕໍ່ເນື່ອງ (ສໍາລັບນັກສຶກສາທີ່ຮຽນຈົບຫຼັກສູດຊັ້ນກາງ ຫຼື ທຽບເທົ່າຈາກສະຖາບັນອື່ນສາມາດລົງທະບຽນຮຽນໃນຫຼັກສູດນີ້) ແລະ ຫຼັກສູດຊັ້ນສູງສາຂາທຸລະກິດການຄ້າ ໂດຍໄດ້ເລີ່ມເປີດສອນສອງຫຼັກສູດດັ່ງກ່າວໃນສົກປີ 2014-2015.

 

ປະຈຸບັນ ສະຖາບັນ ມີ :

 

(ໂຄງຮ່າງການຈັດຕັ້ງ ສະຖາບັນ)

 

+ ຄະນະສະຖາບັນ 3 ທ່ານ 

+ ມີ  7 ພະແນກ:
1. ພະແນກສັງລວມ
2. ພະແນກຄົ້ນຄວ້ານະໂຍບາຍການຄ້າ
3. ພະແນກຄົ້ນຄວ້ານະໂຍບາຍອຸດສາຫະກໍາ ແລະ ຫັດຖະກໍາ
4. ພະແນກຂໍ້ມູນຂ່າວສານດ້ານເຕັກໂນໂລຊີ ແລະ ນະວັດຕະກຳ
5. ພະແນກຝຶກອົບຮົມ
6. ພະແນກກິດຈະການນັກສຶກສາ
7. ພະແນກວິຊາການ

 1,655 total views,  1 views today

Social media & sharing icons powered by UltimatelySocial