ຂ່າວລ່າສຸດ

ພາລະບົດບາດ

 

ຂໍ້ຕົກລົງ
ວ່າດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວ
ຂອງສະຖາບັນອຸດສາຫະກໍາ ແລະ ການຄ້າ

– ອີງຕາມ ດຳລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງກະຊວງອຸດສາຫະກຳ ແລະ ການຄ້າ ສະບັບເລກທີ 275/ນຍ, ລົງວັນທີ 01 ກັນຍາ 2023;
– ອີງຕາມ ການສະເໜີຂອງສະຖາບັນອຸດສາຫະກຳ ແລະ ການຄ້າ ແລະ ອີງຕາມການຄົ້ນຄວ້ານຳສະເໜີຂອງກົມຈັດຕັ້ງ ແລະ ພະນັກງານ.

ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ອອກຂໍ້ຕົກລົງ:

ໝວດທີ 1
ຫຼັກການທົ່ວໄປ

ມາດຕາ 1 ຈຸດປະສົງ
ຂໍ້ຕົກລົງສະບັບນີ້ ກຳນົດທີ່ຕັ້ງ, ພາລະບົດບາດ, ໜ້າທີ່, ຂອບເຂດສິດ, ໂຄງປະກອບກົງຈັກການຈັດຕັ້ງ, ຫຼັກການ ແລະ ແບບແຜນວິທີເຮັດວຽກ ເພື່ອເປັນບ່ອນອີງໃນດ້ານນິຕິກຳໃຫ້ແກ່ການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງສະຖາບັນອຸດສາຫະກຳ ແລະ ການຄ້າ, ຕໍ່ໄປເອີ້ນວ່າ ສະຖາບັນ, ແນໃສ່ພັດທະນາວຽກງານຄົ້ນຄວ້າວິທະຍາສາດ ແລະ ວຽກງານພັດທະນາຊັບພະຍາກອນມະນຸດໃນດ້ານວິຊາການ ຂອງຂະແໜງອຸດສາຫະກໍາ ແລະ ການຄ້າ ໃຫ້ມີຄຸນນະພາບ, ປະສິດທິພາບ, ປະສິດທິຜົນ ຕາມທິດທາງແຜນການພັດທະນາອຸດສາຫະກຳປຸງແຕ່ງ ແລະ ການຄ້າ ຕາມແນວທາງນະໂຍບາຍຂອງພັກ ແລະ ນິຕິກຳຂອງລັດຖະບານ.

ມາດຕາ 2 ທີ່ຕັ້ງ ແລະ ພາລະບົດບາດ
ສະຖາບັນອຸດສາຫະກຳ ແລະ ການຄ້າ, ຂຽນຫຍໍ້ “ສອຄ” ພາສາ ອັງກິດ Institute for Industry and Commerce ຂຽນຫຍໍ້ “IIC”, ເປັນຫົວໜ່ວຍວິຊາການທຽບເທົ່າກົມສັງກັດໃນໂຄງປະກອບກົງຈັກການຈັດຕັ້ງ ຂອງກະຊວງອຸດສາຫະກຳ ແລະ ການຄ້າ ຢູ່ພາຍໃຕ້ການຊີ້ນໍາໂດຍກົງຂອງຄະນະພັກ ແລະ ຄະນະນໍາກະຊວງ.
ສະຖາບັນ ມີພາລະບົດບາດເປັນເສນາທິການໃຫ້ລັດຖະມົນຕີກະຊວງ ໃນວຽກງານຄົ້ນຄວ້າວິທະຍາສາດໃນຂົງເຂດອຸດສາຫະກໍາ ແລະ ການຄ້າ, ຝຶກອົບຮົມຕາມແຜນພັດທະນາຊັບພະຍາກອນມະນຸດ, ເຜີຍແຜ່ການນໍາໃຊ້ເຕັກໂນໂລຊີ ແລະ ວິທະຍາໄລການຄ້າ. ວິທະຍາໄລການຄ້າ ຂຽນຫຍໍ້ “ວຄ” ຂຽນເປັນພາສາອັງກິດ Commerce College ຂຽນຫຍໍ້ “CC”.

ໝວດທີ 2
ໜ້າທີ່ ແລະ ຂອບເຂດສິດ

ມາດຕາ 3 ໜ້າທີ່
ສະຖາບັນ ມີໜ້າທີ່ດັ່ງນີ້:
1. ຄົ້ນຄວ້າ, ເຊື່ອມຊຶມ ແລະ ຈັດຕັ້ງຜັນຂະຫຍາຍແນວທາງ, ນະໂຍບາຍຂອງພັກ ແລະ ລັດຖະບານ ກ່ຽວກັບວຽກງານຄົ້ນຄວ້າ-ວິໄຈ “ວິທະຍາສາດ”, ການຝຶກອົມຮົມ ແລະ ການຮຽນ-ການສອນວິຊາຊີບ ດ້ານອຸດສາຫະກຳປຸງແຕ່ງ ແລະ ການຄ້າ;
2. ຄົ້ນຄວ້າສ້າງ, ປັບປຸງ, ໂຄສະນາເຜີຍແຜ່ ແລະ ປະເມີນຜົນການຈັດຕັ້ງປະຕິບັດບັນດານິຕິກໍາລຸ່ມກົດໝາຍ ກ່ຽວກັບວຽກງານທີ່ຕິດພັນກັບສະຖາບັນ ໃຫ້ສອດຄ່ອງ ເປັນແຕ່ລະໄລຍະ;
3. ສຶກສາ, ຄົ້ນຄວ້າວຽກງານອຸດສາຫະກຳ ແລະ ການຄ້າ ແລະ ບັນຫາກ່ຽວຂ້ອງອື່ນໆ ພ້ອມທັງນຳສະເໜີນະໂຍບາຍ, ກົນໄກຄຸ້ມຄອງ ແລະ ສົ່ງເສີມອຸດສາຫະກໍາ ແລະ ການຄ້າ ໃຫ້ຄະນະນຳກະຊວງ ເປັນແຕ່ລະໄລຍະ;
4. ຄົ້ນຄວ້າ, ປັບປຸງ, ພັດທະນາ ແລະ ສ້າງຫຼັກສູດການຮຽນ-ການສອນຂອງວິທະຍາໄລການຄ້າ ໃຫ້ສ່ອດຄອງກັບສະພາບຕົວຈິງຂອງສັງຄົມໃນແຕ່ລະໄລຍະ;
5. ເກັບກຳຂໍ້ມູນຂ່າວສານ, ຝຶກອົບຮົມ, ເຜີຍແຜ່ແນະນຳການນຳໃຊ້ ເຕັກໂນໂລຊີ ແລະ ນະວັດຕະກຳໃໝ່ ທີ່ຕິດພັນກັບຂະແໜງອຸດສາຫະກຳ ແລະ ການຄ້າ;
6. ສ້າງແຜນການ, ແຜນງານ ແລະ ໂຄງການຄົ້ນຄວ້ານະໂຍບາຍອຸດສາຫະກຳປຸງແຕ່ງ ແລະ ການຄ້າ, ການຝຶກອົບຮົມ ແລະ ພັດທະນາວິທະຍາໄລການຄ້າ ເພື່ອສະເໜີຂໍອະນຸມັດພ້ອມທັງເປັນເຈົ້າການຈັດຕັ້ງປະຕິບັດ;
7. ໃຫ້ບໍລິການດ້ານວິຊາການ ດ້ານການຄົ້ນຄວ້າວິໄຈ, ເປັນວິທະຍາກອນ, ໃຫ້ຄຳປຶກສາ ແລະ ເຂົ້າຮ່ວມໃນຄະນະ, ກອງເລຂາຄະນະປະສານງານ ແລະ ຄະນະວິຊາການຕ່າງໆ ຕາມກົນໄກປະສານງານ ລະຫວ່າງພາກສ່ວນກ່ຽວຂ້ອງຕາມພາລະບົດບາດ ແລະ ລະບຽບການ;
8. ຈັດຕັ້ງປະຕິບັດບັນດາໂຄງການຊ່ວຍເຫຼືອລ້າ, ໂຄງການຮ່ວມມືກັບຕ່າງປະເທດ ແລະ ອົງການຈັດຕັ້ງສາກົນ;
9. ສຶກສາອົບຮົມ, ບຳລຸງ, ກໍ່ສ້າງ ແລະ ຄຸ້ມຄອງ ພະນັກງານ-ລັດຖະກອນ ພາຍໃນສະຖາບັນ ຕາມກົດໝາຍ ແລະ ລະບຽບການ ທີ່ລັດຖະບານ ແລະ ກະຊວງ ວາງອອກ;
10. ຄຸ້ມຄອງຊັບສົມບັດ ແລະ ງົບປະມານຂອງສະຖາບັນ ຕາມກົດໝາຍ ແລະ ລະບຽບການກ່ຽວຂ້ອງ;
11. ສ້າງແຜນການພັດທະນາ ແລະ ແຜນການເຄື່ອນໄຫວວຽກງານຈຸດສຸມ ພ້ອມທັງ ສະຫຼຸບລາຍງານການເຄື່ອນໄຫວວຽກງານຕ່າງໆ ຂອງສະຖາບັນຢ່າງເປັນປົກກະຕິ;
12. ປະກອບຄໍາເຫັນຕໍ່ນິຕິກຳ ແລະ ເອກະສານຕ່າງໆ ທີ່ຕິດພັນກັບວຽກງານຂົງເຂດອຸດສາຫະກຳ ແລະ ການຄ້າ ແລະ ຂະແໜງການທີ່ກ່ຽວຂ້ອງ ເປັນແຕ່ລະໄລຍະ;
13. ພົວພັນຮ່ວມມື ແລະ ປະສານງານກັບພາກສ່ວນຕ່າງໆ ທັງພາຍໃນ ແລະ ຕ່າງປະເທດເພື່ອລະດົມຂົນຂວາຍການຮ່ວມມື ແລະ ສະໜັບສະໜູນທາງດ້ານທຶນຮອນ, ເຕັກນິກ ແລະ ວິຊາການເຂົ້າໃນການພັດທະນາວຽກງານຂອງສະຖາບັນ;
14. ຕິດຕາມ, ກວດກາ, ຊຸກຍູ້, ປະເມີນຜົນ ແລະ ສະຫຼຸບຖອດຖອນບົດຮຽນການຈັດຕັ້ງປະຕິບັດວຽກງານທີ່ຕິດພັນກັບສະຖາບັນ ພ້ອມທັງລາຍງານສະພາບການເຄື່ອນໄຫວວຽກງານຮອບດ້ານຂອງສະຖາບັນໃຫ້ຂັ້ນເທິງ;
15. ປະຕິບັດໜ້າທີ່ອື່ນໆ ຕາມການມອບໝາຍຂອງລັດຖະມົນຕີ ແລະ ຕາມທີ່ກໍານົດໄວ້ໃນກົດໝາຍ ແລະ ລະບຽບການ.

ມາດຕາ 4 ຂອບເຂດສິດ
ສະຖາບັນ ມີຂອບເຂດສິດ ດັ່ງນີ້:
1. ປະກອບຄຳເຫັນ ແລະ ນຳສະເໜີການວາງນະໂຍບາຍ ແລະ ຍຸດທະສາດການພັດທະນາ, ຄຸ້ມຄອງຂະແໜງການອຸດສາຫະກຳ ແລະ ການຄ້າ;
2. ສະເໜີພິຈາລະນາ, ອະນຸມັດ, ປັບປຸງ, ສ້າງ ຫຼື ຍົກເລີກບັນດານິຕິກຳຄຸ້ມຄອງວຽກງານອຸດສາຫະກຳ ແລະ ການຄ້າ ທີ່ເຫັນວ່າບໍ່ສອດຄ່ອງ;
3. ສະເໜີພິຈາລະນາປັບປຸງກົງຈັກການຈັດຕັ້ງພ້ອມດ້ວຍພາລະບົດບາດ, ໜ້າທີ່, ຂອບເຂດສິດ ແລະ ຄວາມຮັບຜິດຊອບຂອງສະຖາບັນ;
4. ຄົ້ນຄວ້າ ແລະ ສະເໜີແຕ່ງຕັ້ງ, ຍົກຍ້າຍ, ຍ້ອງຍໍ, ເລື່ອນຊັ້ນ-ຂັ້ນເງິນເດືອນ ແລະ ປະຕິບັດວິໄນ ຕໍ່ພະນັກງານ-ລັດຖະກອນ ແລະ ຄຸ້ມຄອງພະນັກງານ-ລັດຖະກອນ ຂອງສະຖາບັນ ຕາມກົດໝາຍ ແລະ ລະບຽບທີ່ກໍານົດໄວ້;
5. ອອກນິຕິກຳ ເພື່ອຄຸ້ມຄອງ ແລະ ຈັດສັນວຽກງານພາຍໃນຂອງສະຖາບັນ ໂດຍສອດຄ່ອງກັບກົດໝາຍ, ລະບຽບການກ່ຽວຂ້ອງຂອງລັດ ແລະ ການມອບໝາຍຂອງຂັ້ນເທິງ;
6. ອອກເອກະສານຢັ້ງຢືນຕ່າງໆ ຂອງສະຖາບັນ ແລະ ວິທະຍາໄລການຄ້າຕາມຂອບເຂດສິດ ແລະ ການແບ່ງຂັ້ນຄຸ້ມຄອງ.
7. ມີສິດນຳໃຊ້ງົບປະມານ, ລາຍຮັບວິຊາການ, ທຶນຊ່ວຍເຫຼືອລ້າ, ພາຫະນະ ແລະ ວັດຖຸອຸປະກອນຮັບໃຊ້ວຽກງານທາງລັດຖະການ ທີ່ສະຖາບັນເປັນຜູ້ຈັດຕັ້ງປະຕິບັດ;
8. ພົວພັນ, ຮ່ວມມື ກັບບັນດາສະຖາບັນການຄົ້ນຄວ້າ, ສະຖາບັນການສຶກສາ, ອົງການຈັດຕັ້ງພາຍໃນ ແລະ ຕ່າງປະເທດ ກ່ຽວກັບວຽກງານຄົ້ນຄວ້າວິທະຍາສາດ-ວິທະຍາການ, ການຝຶກອົບຮົມ ແລະ ວຽກງານການຮຽນ-ການສອນ ຂອງຂະແໜງອຸດສາຫະກຳ ແລະ ການຄ້າ;
9. ສະເໜີການຈັດຕັ້ງທີ່ກ່ຽວຂ້ອງເພື່ອປົກປ້ອງ ແລະ ຄຸ້ມຄອງຊັບສິນທາງປັນຍາໃນດ້ານການຄົ້ນຄວ້າ;
10. ຕົກລົງ ຫຼື ເຊັນສັນຍາ, ບົດບັນທຶກ ແລະ ເອກະສານອື່ນໆ ໃນຂອບເຂດສິດຂອງສະຖາບັນ;
11. ນໍາໃຊ້ສິດອື່ນໆ ຕາມການມອບໝາຍຂອງລັດຖະມົນຕີ ຫຼື ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ ແລະ ລະບຽບການ.

ໝວດທີ 3
ໂຄງປະກອບການຈັດຕັ້ງ

ມາດຕາ 5 ໂຄງປະກອບກົງຈັກ
ໂຄງປະກອບກົງຈັກການຈັດຕັ້ງ ຂອງສະຖາບັນມີ 7 ພະແນກ (ໃນນັ້ນ 2 ພະແນກ ຢູ່ໃນໂຄງປະກອບກົງຈັກຂອງວິທະຍາໄລການຄ້າ) ດັ່ງນີ້:
1. ພະແນກ ສັງລວມ.
2. ພະແນກ ຂໍ້ມູນຂ່າວສານດ້ານເຕັກໂນໂລຊີ ແລະ ນະວັດຕະກໍາ.
3. ພະແນກ ຄົ້ນຄວ້ານະໂຍບາຍການຄ້າ.
4. ພະແນກ ຄົ້ນຄວ້າວິທະຍາສາດອຸດສາຫະກໍາ ແລະ ຫັດຖະກໍາ.
5. ພະແນກ ຝຶກອົບຮົມ.
6. ວິທະຍາໄລການຄ້າ.
6.1. ພະແນກ ກິດຈະການນັກສຶກສາ.
6.2. ພະແນກ ວິຊາການ.

ມາດຕາ 6 ໂຄງປະກອບບຸກຄະລາກອນ
ໂຄງປະກອບບຸກຄະລາກອນ ຂອງສະຖາບັນ ປະກອບດ້ວຍ: ຫົວໜ້າ ແລະ ຮອງຫົວໜ້າສະຖາບັນຈຳນວນໜຶ່ງ, ຮອງຫົວໜ້າສະຖາບັນໜຶ່ງທ່ານເປັນຜູ້ອໍານວຍການວິທະຍາໄລການຄ້າ, ຫົວໜ້າພະແນກ, ຮອງຜູ້ອໍານວຍການວິທະຍາໄລການຄ້າ ທຽບເທົ່າຫົວໜ້າພະແນກ, ຮອງຫົວໜ້າພະແນກ ແລະ ພະນັກງານວິຊາການຕາມການກໍານົດໃນຕໍາແໜ່ງງານຂອງສະຖາບັນ.
ບຸກຄະລາກອນດັ່ງກ່າວມີຄວາມຮັບຜິດຊອບ ດັ່ງນີ້:
1. ຫົວໜ້າສະຖາບັນ ເປັນຜູ້ຮັບຜິດຊອບທັງໝົດ ແລະ ໂດຍກົງຕໍ່ທຸກຜົນສໍາເລັດ ແລະ ຂໍ້ຂາດຕົກບົກຜ່ອງໃນການປະຕິບັດພາລະບົດບາດ, ສິດ, ໜ້າທີ່ ຕາມທີ່ໄດ້ບົ່ງໄວ້ໃນມາດຕາ 2, 3 ແລະ 4 ຂອງຂໍ້ຕົກລົງສະບັບນີ້.
2. ຮອງຫົວໜ້າສະຖາບັນເປັນຜູ້ຊ່ວຍຫົວໜ້າສະຖາບັນ ຮັບຜິດຊອບຕໍ່ຜົນໄດ້, ຜົນເສຍ ໃນວຽກງານໃດໜຶ່ງ ຕາມການມອບໝາຍຂອງຫົວໜ້າສະຖາບັນ;
3. ຜູ້ອໍານວຍການວິທະຍາໄລການຄ້າ ເປັນຜູ້ຊ່ວຍຫົວໜ້າສະຖາບັນຮັບຜິດຊອບຕໍ່ຜົນໄດ້, ຜົນເສຍໃນວຽກງານຄຸ້ມຄອງ ແລະ ພັດທະນາວິທະຍາໄລການຄ້າ;
4. ຫົວໜ້າພະແນກ, ຮອງຜູ້ອໍານວຍການວິທະຍາໄລການຄ້າ, ຮອງຫົວໜ້າພະແນກ ແລະ ພະນັກງານວິຊາການ ຮັບຜິດຊອບຕໍ່ຜົນໄດ້, ຜົນເສຍ ໃນວຽກງານຕາມຕໍາແໜ່ງງານຂອງຕົນ;
5. ການມອບໝາຍໃຫ້ປະຈໍາການແທນ ຕ້ອງເຮັດເປັນລາຍລັກອັກສອນ.

 

 

ໝວດທີ 4
ໜ້າທີ່ຂອງແຕ່ລະພະແນກ

ມາດຕາ 7 ໜ້າທີ່ພະແນກສັງລວມ

ພະແນກສັງລວມ ມີໜ້າທີ່ ດັ່ງນີ້:
1. ຄົ້ນຄວ້າ, ສັງລວມ, ສ້າງແຜນການ, ແຜນງານ, ໂຄງການ ແລະ ຍຸດທະສາດຂອງສະຖາບັນ;
2. ແຈ້ງບັນດາຂໍ້ມູນຂ່າວສານພາຍໃນສະຖາບັນ ເປັນຕົ້ນ ນິຕິກຳ, ຜົນການຄົ້ນຄວ້າ, ນະໂຍບາຍ ແລະ ເອກະສານທາງລັດຖະການ;
3. ເປັນຈຸດປະສານງານວຽກງານຮ່ວມມືພາຍໃນ ແລະ ຕ່າງປະເທດ ແລະ ອົງການຈັດຕັ້ງສາກົນກ່ຽວກັບວຽກງານຂອງສະຖາບັນ;
4. ສະຫຼຸບ ແລະ ສັງລວມການເຄື່ອນໄຫວວຽກງານຕ່າງໆ ຂອງພະແນກ ແລະ ສະຖາບັນ ປະຈຳອາທິດ, ປະຈໍາເດືອນ, ປະຈຳງວດ ແລະ ປະຈໍາປີ, ລວມທັງຕິດຕາມຊຸກຍູ້ ແລະ ກວດກາການຈັດຕັ້ງປະຕິບັດແຜນຍຸດທະສາດ, ແຜນພັດທະນາ ແຕ່ລະໄລຍະຂອງສະຖາບັນ;
5. ເຮັດໜ້າທີ່ເລຂານຸການ, ຄຸ້ມຄອງເອກະສານຂາເຂົ້າ-ຂາອອກ ແລະ ຕາປະທັບຂອງສະຖາບັນ;
6. ເປັນເສນາທິການໃຫ້ຄະນະສະຖາບັນໃນວຽກງານຈັດຕັ້ງ ແລະ ພະນັກງານຂອງສະຖາບັນ;
7. ຄຸ້ມຄອງ ແລະ ຈັດຕັ້ງປະຕິບັດວຽກງານບໍລິຫານ, ພິທີການ, ອາຄານ, ສະຖານທີ່ຫ້ອງການ ແລະ ຊັບສິນອື່ນໆ;
8. ຂຶ້ນແຜນ ແລະ ສະຫຼຸບວຽກງານການເງິນ, ຄຸ້ມຄອງລາຍຈ່າຍວິຊາການ ແລະ ລາຍຈ່າຍບໍລິຫານ ຂອງສະຖາບັນ;
9. ຄຸ້ມຄອງ, ຕິດຕາມຊຸກຍູ້ ແລະ ຈັດຕັ້ງປະຕິບັດບັນດາໂຄງການຕ່າງໆ ຕາມການມອບໝາຍ;
10. ປະສານສົມທົບກັບບັນດາພະແນກພາຍໃນສະຖາບັນ ໃນການສະຫຼຸບການເຄື່ອນໄຫວວຽກງານປະຈໍາອາທິດ, ປະຈໍາເດືອນ, ປະຈໍາງວດ ແລະ ປະຈໍາປີ ຂອງສະຖາບັນ ໃຫ້ແທດເໝາະກັບທິດທາງ ແລະ ແຜນການລວມທີ່ວາງອອກ;
11. ປະຕິບັດໜ້າທີ່ອື່ນໆ ຕາມການຕົກລົງ ແລະ ມອບໝາຍຂອງຫົວໜ້າສະຖາບັນ.

 

ມາດຕາ 8. ໜ້າທີ່ພະແນກຂໍ້ມູນຂ່າວສານດ້ານເຕັກໂນໂລຊີ ແລະ ນະວັດຕະກໍາ

ພະແນກຂໍ້ມູນຂ່າວສານດ້ານເຕັກໂນໂລຊີ ແລະ ນະວັດຕະກໍາ ມີໜ້າທີ່ ດັ່ງນີ້:
1. ເກັບກໍາ ແລະ ເຜີຍແຜ່ຂໍ້ມູນຂ່າວສານດ້ານເຕັກໂນໂລຊີ ແລະ ນະວັດຕະກໍາໃໝ່ ທີ່ຕິດພັນກັບ ຂະແໜງອຸດສາຫະກໍາ ແລະ ການຄ້າ;
2. ຜັນຂະຫຍາຍນະໂຍບາຍ ແລະ ຍຸດທະສາດ ກ່ຽວກັບວຽກງານເຕັກໂນໂລຊີ ແລະ ນະວັດຕະກຳ ຂອງລັດຖະບານ ທີ່ຕິດພັນກັບວຽກງານອຸດສາຫະກຳ ແລະ ການຄ້າ;
3. ຮ່ວມມືກັບພາກສ່ວນຕ່າງໆ ທັງພາຍໃນ ແລະ ຕ່າງປະເທດ ໃນວຽກງານຂໍ້ມູນຂ່າວສານ ດ້ານເຕັກໂນໂລຊີ ແລະ ນະວັດຕະກໍາ ຂອງຂະແໜງອຸດສາຫະກໍາ ແລະ ການຄ້າ;
4. ສ້າງ ແລະ ຄຸ້ມຄອງຖານຂໍ້ມູນຂ່າວສານ ກ່ຽວກັບການຄົ້ນຄວ້າ, ການສຶກສາ, ສະຖານຜູ້ປະກອບກິດຈະການ ເພື່ອເປັນບ່ອນອີງໃຫ້ແກ່ການເຄື່ອນໄຫວວຽກງານຂອງສະຖາບັນ;
5. ບຳລຸງຮັກສາດ້ານເຕັກນິກໄອຊີທີ, ພັດທະນາໂປແກຼມ, ເວັບໄຊ ແລະ ສື່ອອນລາຍຕ່າງໆ ຂອງສະຖາບັນໃຫ້ເປັນລະບົບ;
6. ຄຸ້ມຄອງ ແລະ ພັດທະນາລະບົບຫໍສະໝຸດ ແລະ ຫ້ອງຮຽນຄອມພີວເຕີໃຫ້ທັນສະໄໝ;
7. ຄຸ້ມຄອງ ແລະ ພັດທະນາຫ້ອງຈໍາລອງຮ້ານຂາຍສິນຄ້າ ເພື່ອເປັນແຫຼ່ງຮຽນຮູ້ ແລະ ປະຕິບັດຕົວຈິງໃຫ້ນັກສຶກສາ;
8. ຄົ້ນຄວ້າ ແລະ ສ້າງແຜນໂຄສະນາ ກ່ຽວກັບວຽກຄົ້ນຄວ້າ, ຝຶກອົບຮົມ ແລະ ວຽກການຮຽນ-ການສອນຂອງສະຖາບັນ ຜ່ານສື່ອອນລາຍໃຫ້ສັງຄົມຮັບຮູ້ຢ່າງກວ້າງຂວາງ;
9. ສະຫຼຸບລາຍງານການເຄື່ອນໄຫວວຽກງານຂອງພະແນກ ເພື່ອປະກອບເຂົ້າໃນບົດລາຍງານວຽກຂອງສະຖາບັນເປັນປົກກະຕິ;
10. ປະຕິບັດໜ້າທີ່ອື່ນໆ ຕາມການຕົກລົງ ແລະ ມອບໝາຍຂອງຫົວໜ້າສະຖາບັນ.

 

ມາດຕາ 9. ໜ້າທີ່ ພະແນກຄົ້ນຄວ້ານະໂຍບາຍການຄ້າ

ພະແນກຄົ້ນຄວ້ານະໂຍບາຍການຄ້າ ມີໜ້າທີ່ ດັ່ງນີ້:

1. ສ້າງແຜນການ, ແຜນງານ ແລະ ໂຄງການຄົ້ນຄວ້ານະໂຍບາຍການຄ້າ ແຕ່ລະໄລຍະ;
2. ດຳເນີນການສຶກສາ, ຄົ້ນຄວ້າ, ວິໄຈ, ພະຍາກອນສະພາບເສດຖະກິດ ແລະ ບັນຫາເຄັ່ງຮ້ອນທີ່ສັງຄົມໃຫ້ຄວາມສົນໃຈ ທີ່ກ່ຽວຂ້ອງກັບທຸລະກິດການຄ້າ ແລະ ການບໍລິການ ໃນແຕ່ລະໄລຍະ;
3. ຄົ້ນຄວ້າ, ເກັບກໍາຂໍ້ມູນ ແລະ ສະໜອງການບໍລິການໃຫ້ຄຳປຶກສາບັນຫາທີ່ກ່ຽວຂ້ອງກັບນະໂຍບາຍການຄ້າ ໃຫ້ກັບອົງການຈັດຕັ້ງ, ສະຖາບັນ, ພາກທຸລະກິດ ແລະ ພາກສ່ວນຕ່າງໆ ທັງພາຍໃນ ແລະ ຕ່າງປະເທດ;
4. ຈັດກອງປະຊຸມ, ສໍາມະນາ ແລະ ແລກປ່ຽນບົດຮຽນດ້ານວິຊາການກັບສະຖາບັນຄົ້ນຄວ້າທັງພາຍໃນ ແລະ ຕ່າງປະເທດ ກ່ຽວກັບວຽກງານຄົ້ນຄວ້າດ້ານນະໂຍບາຍການຄ້າ ແລະ ການບໍລິການ;
5. ປະຕິບັດ ແລະ ຕິດຕາມປະເມີນຜົນການຈັດຕັ້ງປະຕິບັດວຽກງານຄົ້ນຄວ້ານະໂຍບາຍດ້ານການຄ້າ ແລະ ການບໍລິການ ແລະ ສະຫຼຸບລາຍງານຜົນການຈັດຕັ້ງປະຕິບັດຕາມໜ້າທີ່ຄວາມຮັບຜິດຊອບຂອງຕົນ;
6. ສັງລວມຂໍ້ມູນ ແລະ ຄຸ້ມຄອງຂໍ້ມູນຜົນສໍາເລັດຂອງການຄົ້ນຄວ້າ ກ່ຽວກັບເສດຖະກິດການຄ້າ ແລະ ວຽກງານທີ່ກ່ຽວຂ້ອງຢ່າງເປັນລະບົບ ເພື່ອສ້າງຖານຂໍ້ມູນ ແລະ ຮັບໃຊ້ການຄົ້ນຄວ້າ;
7. ນໍາສະເໜີ ແລະ ເຜີຍແຜ່ຜົນການຄົ້ນຄວ້າວິໄຈ ກ່ຽວກັບນະໂຍບາຍການຄ້າ ແລະ ການບໍລິການ ໃຫ້ກັບພາກສ່ວນທີ່ກ່ຽວຂ້ອງ;
8. ປະກອບຄຳເຫັນໃສ່ບັນດານິຕິກຳ, ນະໂຍບາຍການຄ້າ ແລະ ການບໍລິການ ແລະ ວຽກງານຄົ້ນຄວ້າເປັນແຕ່ລະໄລຍະ;
9. ສະຫຼຸບລາຍງານການເຄື່ອນໄຫວວຽກງານຂອງພະແນກເພື່ອປະກອບເຂົ້າໃນບົດລາຍງານວຽກຂອງ ສະຖາບັນເປັນປົກກະຕິ;
10. ປະຕິບັດໜ້າທີ່ອື່ນໆ ຕາມການຕົກລົງ ແລະ ມອບໝາຍ ຂອງຫົວໜ້າສະຖາບັນ.

 

ມາດຕາ 10 ໜ້າທີ່ພະແນກຄວ້າວິທະຍາສາດອຸດສາຫະກໍາ ແລະ ຫັດຖະກໍາ

ພະແນກຄວ້າວິທະຍາສາດອຸດສາຫະກໍາ ແລະ ຫັດຖະກໍາ ມີໜ້າທີ່ ດັ່ງນີ້:
1. ສ້າງແຜນການ, ແຜນງານ ແລະ ໂຄງການຄົ້ນຄວ້າວິທະຍາສາດອຸດສາຫະກໍາ ແລະ ຫັດຖະກໍາ ໃນແຕ່ລະໄລຍະ;
2. ປະຕິບັດ ແລະ ຕິດຕາມປະເມີນຜົນການຈັດຕັ້ງແຜນການ ແລະ ໂຄງການຄົ້ນຄວ້າວິທະຍາສາດອຸດສາຫະກໍາ ແລະ ຫັດຖະກໍາ ທີ່ໄດ້ຮັບການອະນຸມັດໃນແຕ່ລະໄລຍະ;
3. ສຶກສາຄົ້ນຄວ້າ, ວິເຄາະວິໄຈຕາມຫຼັກວິທະຍາສາດເພື່ອຮັບໃຊ້ໃຫ້ແກ່ການສ້າງຍຸດທະສາດ, ນະໂຍບາຍ ແລະ ແຜນພັດທະນາວຽກງານອຸດສາຫະກໍາ ແລະ ຫັດຖະກໍາ;
4. ສຶກສາ, ຄົ້ນຄວ້າ ແລະ ສະເໜີແນະວິທີການສົ່ງເສີມອຸດສາຫະກໍາປຸງແຕ່ງ ແລະ ຫັດຖະກໍາ ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ໃນລະດັບທ້ອງຖິ່ນ ແລະ ລະດັບປະເທດ ຕາມນະໂຍບາຍ ແລະ ແຜນພັດທະນາຂອງຂະແໜງການ ແລະ ຂອງລັດຖະບານໃນແຕ່ລະໄລຍະ;
5. ຄົ້ນຄວ້າ ແລະ ມີຄໍາເຫັນດ້ານວິຊາການໃສ່ບັນດານິຕິກໍາ ແລະ ນະໂຍບາຍຕໍ່ວຽກງານການຫັນເປັນອຸດສາຫະກໍາ ແລະ ທັນສະໄໝ ແລະ ແນວທາງການພັດທະນາອຸດສາຫະກໍາປຸງແຕ່ງຕາມທິດສີຂຽວ ແລະ ຍືນຍົງ;
6. ພົວພັນ ແລະ ຮ່ວມມືກັບບັນດາປະເທດ, ຄູ່ຮ່ວມພັດທະນາ ແລະ ອົງການຈັດຕັ້ງສາກົນ ຕ່າງໆ ເພື່ອຍາດແຍ່ງການຊ່ວຍເຫຼືອໃນການດໍາເນີນການສໍາຫຼວດເກັບກໍາຂໍ້ມູນ ແລະ ຄົ້ນຄວ້າວິທະຍາສາດອຸດສາຫະກໍາ, ຜະລິດຕະພາບ, ຫັດຖະກໍາ ແລະ ຕ່ອງໂສ້ການຜະລິດ;
7. ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງທັງພາຍໃນ ແລະ ຕ່າງປະເທດ ເພື່ອຍົກລະດັບຄວາມສາມາດ ແລະ ແລກປ່ຽນບົດຮຽນການຄົ້ນຄວ້າວິທະຍາສາດອຸດສາຫະກໍາ ແລະ ຫັດຖະກໍາ;
8. ໃຫ້ຄໍາປຶກສາ, ບໍລິການວິຊາການ, ຈັດກອງປະຊຸມ, ບັນຍາຍ ແລະ ເຜີຍແຜ່ວຽກງານຄົ້ນຄວ້າວິທະຍາສາດອຸດສາຫະກໍາ ແລະ ຫັດຖະກໍາ;
9. ສະຫຼຸບລາຍງານການເຄື່ອນໄຫວວຽກງານຂອງພະແນກ ເພື່ອປະກອບເຂົ້າໃນບົດລາຍງານຂອງສະຖາບັນເປັນປົກກະຕິ;
10. ປະຕິບັດໜ້າທີ່ອື່ນໆ ຕາມການຕົກລົງ ແລະ ມອບໝາຍຂອງຫົວໜ້າສະຖາບັນ.

 

ມາດຕາ 11. ໜ້າທີ່ພະແນກຝຶກອົບຮົມ

ພະແນກຝຶກອົບຮົມ ມີໜ້າທີ່ ດັ່ງນີ້:
1. ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດແຜນຝຶກອົບຮົມຕາມແຜນຍຸດທະສາດພັດທະນາຊັບພະຍາກອນມະນຸດ ຂອງຂະແໜງອຸດສາຫະກຳ ແລະ ການຄ້າເປັນແຕ່ລະໄລຍະ;
2. ສ້າງແຜນການ, ແຜນງານ, ຄົ້ນຄວ້າສ້າງ ແລະ ພັດທະນາຫຼັກສູດຝຶກອົບຮົມຂົງເຂດວຽກງານຂະແໜງອຸດສາຫະກໍາ ແລະ ການຄ້າ, ໄລຍະສັ້ນ, ໄລຍະກາງ ແລະ ໄລຍະຍາວ ຕາມຄວາມຕ້ອງການຂອງກຸ່ມເປົ້າໝາຍ, ປັບປຸງ ແລະ ດັດປັບເນື້ອໃນຫຼັກສູດ ໃຫ້ສອດຄ່ອງກັບສະພາບ ແລະ ເງື່ອນໄຂຕົວຈິງຂອງການຝຶກອົບຮົມ;
3. ສຶກສາ, ຄົ້ນຄວ້າ ແລະ ພົວພັນຮ່ວມມືແລກປ່ຽນບົດຮຽນ ທັງພາຍໃນ, ຕ່າງປະເທດ ແລະ ອົງການຈັດຕັ້ງສາກົນ ດ້ານວິຊາການ ກ່ຽວກັບການພັດທະນາຫຼັກສູດ;
4. ສ້າງ ແລະ ພັດທະນາຄູຝຶກຂັ້ນກະຊວງ ແລະ ທ້ອງຖິ່ນໃຫ້ກາຍເປັນຄູຝຶກທີ່ໄດ້ຮັບການຢັ້ງຢືນຕາມມາດຕະຖານຂອງຄູຝຶກ;
5. ພົວພັນ ແລະ ຮ່ວມມືກັບສະຖາບັນການສຶກສາ ແລະ ສູນຝຶກອົບຮົມທັງພາຍໃນ ແລະ ຕ່າງປະເທດໃນການພັດທະນາຄູຝຶກ;
6. ສຶກສາ, ຄົ້ນຄວ້າ, ກຳນົດຮູບແບບ, ວິທີການຈັດຝຶກອົບຮົມ-ສຳມະນາ ໃຫ້ເໝາະສົມ ແລະ ສອດຄ່ອງກັບສະພາບໃນແຕ່ລະໄລຍະ;
7. ໂຄສະນາປະຊາສຳພັນ ກ່ຽວກັບການໃຫ້ບໍລິການ ການຈັດກອງປະຊຸມ, ສຳມະນາ ແລະ ຝຶກອົບຮົມໃນຫົວຂໍ້ຕ່າງໆ ໃຫ້ກັບພະນັກງານຂະແໜງອຸດສາຫະກຳ ແລະ ການຄ້າ ຂັ້ນສູນກາງ, ທ້ອງຖິ່ນ ແລະ ສັງຄົມ
8. ຄົ້ນຄວ້າສ້າງຖານຂໍ້ມູນເກັບກຳສະຖິຕິການຈັດຝຶກອົບຮົມ-ສຳມະນາ ໃຫ້ເປັນລະບົບຄົບຊຸດ;
9. ສະຫຼຸບລາຍງານການເຄື່ອນໄຫວວຽກງານຂອງພະແນກ ເພື່ອປະກອບເຂົ້າໃນບົດລາຍງານຂອງສະຖາບັນເປັນປົກກະຕິ
10. ປະຕິບັດວຽກງານອື່ນໆ ຕາມການຕົກລົງ ແລະ ມອບໝາຍ ຂອງຫົວໜ້າສະຖາບັນ.

7.6 ວິທະຍາໄລການຄ້າ
7.6.1 ພະແນກກິດຈະການນັກສຶກສາ ມີໜ້າທີ່ ດັ່ງນີ້:
1. ຄົ້ນຄວ້າສ້າງລະບຽບການ ແລະ ນະໂຍບາຍຕ່າງໆ ຕໍ່ກັບນັກສຶກສາ;
2. ຄຸ້ມຄອງ, ເກັບກຳສະຖິຕິບັນຊີລາຍຊື່ ແລະ ຊີວະປະຫວັດ ນັກສຶກສາ ຕາມລະບຽບ ຂອງວິທະຍາໄລການຄ້າ;
3. ອອກບັດປະຈຳຕົວນັກສຶກສາ, ເລກລະຫັດການຂຶ້ນທະບຽນເປັນນັກສຶກສາ ແລະ ການພົ້ນພາວະນັກສຶກສາ;
4. ແນະນຳ, ຕິດຕາມ ແລະ ກວດກາການປະຕິບັດລະບຽບ ຂອງນັກສຶກສາ ເພື່ອຍ້ອງຍໍ ຫຼື ປະຕິບັດວິໄນຕໍ່ນັກສຶກສາ;
5. ສ້າງແຜນ, ຄຸ້ມຄອງອົງການຈັດຕັ້ງມະຫາຊົນ ແລະ ວຽກງານສະຫວັດດີການ ຂອງນັກສຶກສາ, ດູແລນັກສຶກສາໃນກໍລະນີເຈັບເປັນ ຫຼື ພົບຄວາມຫຍຸ້ງຍາກ;
6. ໃຫ້ຄຳປຶກສາດ້ານການຫາວຽກເຮັດງານທຳ ໂດຍການຮ່ວມມືກັບພາກສ່ວນທຸລະກິດ ທັງພາກລັດ ແລະ ເອກະຊົນ;
7. ສ້າງແຜນການເຄື່ອນໄຫວ ແລະ ພັດທະນາລະບົບຕິດຕາມຜູ້ຮຽນຈົບ ແລະ ຄົ້ນຄວ້າສ້າງໂຄງການຊ່ວຍເຫຼືອເຊິ່ງກັນ ແລະ ກັນລະຫວ່າງອາດີດນັກສຶກສາດ້ວຍກັນ;
8. ສ້າງແຜນທັດສະນະສຶກສາ, ຝຶກອົບຮົມວິຊາການທະຫານໃຫ້ແກ່ນັກສຶກສາ ຕາມໄລຍະເວລາທີ່ ເໝາະສົມ;
9. ສ້າງແຜນການເຄື່ອນໄຫວນອກຫຼັກສູດ (ສິນລະປະວັນນະຄະດີ, ກິລາ, ອອກແຮງງານ, ປ້ອງກັນເວນຍາມ ແລະ ອື່ນໆ) ແລະ ໂຄສະນາຂໍ້ມູນຕ່າງໆ ທີ່ກ່ຽວຂ້ອງກັບວິທະຍາໄລການຄ້າໂດຍຜ່ານກິດຈະກຳຕ່າງໆ;
10. ສ້າງແຜນ ແລະ ຈັດສົ່ງນັກສຶກສາເຂົ້າຮ່ວມງານວາງສະແດງສິນຄ້າ ແລະ ຕະຫຼາດນັດ ເພື່ອຝຶກທັກສະດ້ານທຸລະກິດການຄ້າ ແລະ ເສີມສ້າງທ່າແຮງໃນການຮຽນຮູ້ ຂອງນັກສຶກສາໃຫ້ມີປະສິດທິພາບ;
11. ຄຸ້ມຄອງເອກະສານຂາອອກ-ຂາເຂົ້າ ແລະ ຕາປະທັບຂອງວິທະຍາໄລ;
12. ສະຫຼຸບລາຍງານການເຄື່ອນໄຫວວຽກງານຂອງພະແນກ ເພື່ອປະກອບເຂົ້າໃນບົດລາຍງານຂອງສະຖາບັນເປັນປົກກະຕິ;
13. ປະຕິບັດວຽກງານອື່ນໆ ຕາມການຕົກລົງ ແລະ ມອບໝາຍຂອງຫົວໜ້າສະຖາບັນ.

7.6.2 ພະແນກວິຊາການ ມີໜ້າທີ່ ດັ່ງນີ້:
1. ຄົ້ນຄວ້າ ແລະ ສ້າງລະບຽບການດ້ານວຽກງານວິຊາການ;
2. ຄົ້ນຄວ້າ, ປັບປຸງ, ວິເຄາະ, ວິໄຈຄວາມຕ້ອງການສ້າງຫຼັກສູດໃໝ່, ພັດທະນາ ແລະ ສ້າງຫຼັກສູດການຮຽນ-ການສອນຂອງວິທະຍາໄລການຄ້າ ໃຫ້ສ່ອດຄອງກັບສະພາບຕົວຈິງຂອງສັງຄົມໃນແຕ່ລະໄລຍະ;
3. ສ້າງແຜນການຍົກລະດັບວິຊາສະເພາະ, ຄວາມຮູ້ດ້ານການບໍລິຫານການສຶກສາ, ເຕັກນິກການສອນ ແລະ ແຜນການເຄື່ອນໄຫວວຽກງານດ້ານວິຊາການຮ່ວມກັບພາກສ່ວນທີ່ກ່ຽວຂ້ອງ ທັງພາຍໃນ ແລະ ຕ່າງປະເທດ ເພື່ອຍົກສູງຂີດຄວາມສາມາດໃນການສິດສອນ ແລະ ແລກປ່ຽນບົດຮຽນເປັນປະຈຳ;
4. ຄົ້ນຄວ້າ ແລະ ນຳສະເໜີຮ່າງຂໍ້ຕົກລົງແຕ່ງຕັ້ງຄະນະກຳມະການຮັບຜິດຊອບວຽກງານຕ່າງໆ ກ່ຽວກັບວິຊາການ;
5. ຄົ້ນຄວ້າ ແລະ ນຳສະເໜີຜົນງານຂອງຄູ-ອາຈານ ເພື່ອຍ້ອງຍໍ ຫຼື ປະຕິບັດວິໄນຕໍ່ຄູ-ອາຈານ;
6. ສ້າງແຜນການຮຽນປະຈຳເດືອນ, ປະຈໍາພາກ, ປະຈໍາປີຮຽນ ແລະ ຊຸດຮຽນ, ມີການກວດກາ, ການສອບເສັງ, ສ້າງແຜນ ແລະ ຕິດຕາມການລົງຝຶກງານຂອງນັກສຶກສາ, ຕິດຕາມການຊີ້ນຳ ແລະ ໃຫ້ຄຳປຶກສາການຂຽນ ແລະ ປ້ອງກັນບົດຈົບຊັ້ນ;
7. ຈັດຕາຕະລາງການຮຽນ-ການສອນ, ຈັດແບ່ງຫ້ອງຮຽນ, ສັບຊ້ອນຄູສອນ, ສ້າງແຜນ ແລະ ປະເມີນຜົນການຮ່ວມຊົ່ວໂມງສອນ, ການຄົ້ນຄວ້າບົດສອນ, ຕິດຕາມການຂຶ້ນຫ້ອງສອນຂອງຄູ ແລະ ສັງລວມຊົ່ວໂມງສອນເພື່ອຄິດໄລ່ຄ່າແຮງງານຂອງຄູສອນ;
8. ສັງລວມ, ປະເມີນຜົນການຈັດຕັ້ງປະຕິບັດຫຼັກສູດ ແລະ ຂະບວນການຮຽນ-ການສອນ ຕາມແຕ່ລະໄລຍະ;
9. ຕິດຕາມການຈ່າຍຄ່າລົງທະບຽນ ແລະ ຄ່າຮຽນຂອງນັກສຶກສາ;
10. ຄົ້ນຄວ້າ, ຄຸ້ມຄອງ ແລະ ອອກໃບຢັ້ງຢືນການສຶກສາ, ໃບຄະແນນ ແລະ ໃບປະກາສະນີຍະບັດ;
11. ສ້າງແຜນການເກັບໜ່ວຍກິດ ແລະ ດັດແກ້ຄະແນນ (Grade) ຂອງນັກສຶກສາ;
12. ສະຫຼຸບລາຍງານການເຄື່ອນໄຫວວຽກງານຂອງພະແນກ ເພື່ອປະກອບເຂົ້າໃນບົດລາຍງານຂອງສະຖາບັນເປັນປົກກະຕິ;
13. ປະຕິບັດວຽກງານອື່ນໆ ຕາມການຕົກລົງ ແລະ ມອບໝາຍຂອງຫົວໜ້າສະຖາບັນ.

ມາດຕາ 8 ມອບໃຫ້ສະຖາບັນ ອອກຂໍ້ຕົກລົງວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງວິທະຍາໄລການຄ້າ ລະອຽດຕ່າງຫາກ.

ໝວດທີ 5
ຫຼັກການ ແລະ ແບບແຜນວິທີເຮັດວຽກ

ມາດຕາ 9 ຫຼັກການ
ສະຖາບັນ ເຄື່ອນໄຫວວຽກງານຕາມຫຼັກການດັ່ງນີ້:
1. ປະຕິບັດຫຼັກການລວມສູນປະຊາທິປະໄຕ, ຕົກລົງເປັນໝູ່ຄະນະ ປະຕິບັດລະບອບຫົວໜ້າດຽວບົນພື້ນຖານມີການແບ່ງງານໃຫ້ບຸກຄົນຮັບຜິດຊອບຢ່າງຈະແຈ້ງ ແລະ ເສີມຂະຫຍາຍຫົວຄິດປະດິດສ້າງຂອງພະນັກງານ-ລັດຖະກອນທຸກລະດັບ;
2. ທຸກການເຄື່ອນໄຫວ ແລະ ແກ້ໄຂວຽກງານຂອງສະຖາບັນ ແມ່ນປະຕິບັດຕາມກົດໝາຍ, ລະບຽບການ ແລະ ຫຼັກການລວມຂອງກະຊວງ, ນຳເອົາແນວທາງນະໂຍບາຍຂອງພັກ, ລັດຖະບານ ຍຸດທະສາດ ແລະ ການພັດທະນາຂອງຂະແໜງການ ມາຈັດຕັ້ງຜັນຂະຫຍາຍໃຫ້ໄດ້ຮັບຜົນເປັນຈິງ.

ມາດຕາ 10 ແບບແຜນວິທີເຮັດວຽກ
ສະຖາບັນ ເຄື່ອນໄຫວວຽກງານຕາມແບບແຜນວິທີເຮັດວຽກ ດັ່ງນີ້:
1. ເຮັດວຽກມີແຜນການ, ແຜນງານ ແລະ ໂຄງການລະອຽດ, ປະຕິບັດ ແລະ ແກ້ໄຂວຽກງານຢ່າງມີຈຸດສຸມ ແລະ ມີເປົ້າໝາຍໃນແຕ່ລະໄລຍະ,
2. ເຄື່ອນໄຫວວຽກງານ ບົນພື້ນຖານການປະສານສົມທົບຢ່າງແໜ້ນແຟ້ນ, ມີຄວາມເປັນເອກະພາບພາຍໃນສະຖາບັນ ແລະ ລະຫວ່າງສະຖາບັນ ກັບບັນດາພາກສ່ວນທີ່ກ່ຽວຂ້ອງ ພ້ອມທັງຫັນລົງຮາກຖານຕາມພາລະບົບບາດ;
3. ມີການຕິດຕາມ, ກວດກາ, ປະເມີນຜົນ, ຊຸກຍູ້, ສົ່ງເສີມ ແລະ ສະຫຼຸບຖອດຖອນບົດຮຽນ ໃນແຕ່ລະໄລຍະ, ປະຕິບັດລະບອບປະຊຸມ, ລາຍງານ, ສ່ອງແສງ ແລະ ຂໍທິດຊີ້ນໍາຈາກຂັ້ນເທິງ.

 

 

 

 

 

 

ໝວດທີ 6
ບົດບັນຍັດສຸດທ້າຍ

ມາດຕາ 11 ງົບປະມານ ແລະ ຕາປະທັບ
ສະຖາບັນ ມີຕາປະທັບ ແລະ ງົບປະມານ ເພື່ອນໍາໃຊ້ເຂົ້າໃນການເຄື່ອນໄຫວວຽກງານຂອງຕົນ, ຕາມພາລະບົດບາດໜ້າທີ່ ແລະ ຂອບເຂດສິດຂອງຕົນ.

ມາດຕາ 12 ການຈັດຕັ້ງປະຕິບັດ
ສະຖາບັນ, ບັນດາກົມອ້ອມຂ້າງກະຊວງ, ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງ, ນະຄອນຫຼວງວຽງຈັນ, ຫ້ອງການອຸດສາຫະກຳ ແລະ ການຄ້າ ເມືອງ, ນະຄອນ ແລະ ພາກສ່ວນທີ່ກ່ຽວຂ້ອງຈົ່ງຮັບຮູ້ ແລະ ຈັດຕັ້ງປະຕິບັດຂໍ້ຕົກລົງສະບັບນີ້ຢ່າງເຂັ້ມງວດ.

ມາດຕາ 13 ຜົນສັກສິດ
ຂໍ້ຕົກລົງສະບັບນີ້ ມີຜົນບັງຄັບໃຊ້ນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ ແລະ ໃຊ້ປ່ຽນແທນຂໍ້ຕົກລົງ ສະບັບເລກທີ 0232/ອຄ.ກຈພງ, ລົງວັນທີ 25 ມີນາ 2021.

 

 

ຄລິກອ່ານທັງໝົດ ກ່ຽວກັບ  ຂໍ້ຕົກລົງ ວ່າດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວ ສສອຄ 2085/ອຄ ວັນທີ 15 ພະຈິກ 2023

 2,819 total views,  1 views today

Social media & sharing icons powered by UltimatelySocial