ຂ່າວລ່າສຸດ

ຄົ້ນຄວ້າ-ວິໄຈ

ທາງສະຖາບັນໄດ້ເຄື່ອນໄຫວຕາມພາລະບົດບາດ ແລະ ຕາມການມອບໝາຍຂອງຂັ້ນເທິງຢ່າງເປັນເຈົ້າການ ເປັນຕົ້ນແມ່ນການຄົ້ນຄວ້າສະເໜີແນະທາງດ້ານວິຊາການຕໍ່ບັນດານະໂຍບາຍອຸດສາຫະກໍາ ແລະ ການຄ້າ, ການສ້າງແຜນ ແລະ ຍຸດທະສາດຂອງຂະແໜງອຸດສາຫະກໍາ ແລະ ການຄ້າ ທີ່ພົ້ນເດັ່ນກວ່າໝູ່ ແມ່ນ ການຮ່າງແຜນຍຸດທະສາດການພັດທະນາອຸດສາຫະກຳປຸງແຕ່ງ ແລະ ການຄ້າ ໄລຍະ 2011-2020 ແລະ ການຮ່ວມຮ່າງຍຸດທະສາດການພັດທະນາອຸດສາຫະກໍາກັບສະຖາບັນຄົ້ນຄວ້າເສດຖະກິດອາຊຽນ ແລະ ເອເຊຍຕາເວັນອອກ (ERIA) ຂອງປະເທດຍີ່ປຸ່ນ ພາຍໃຕ້ຫົວຂໍ້ແຜນຍຸດທະສາດ: “Lao PDR at the Crossroads: Industrial Development Strategies 2016–2030”. ນອກນີ້, ຍັງໄດ້ມີການປະກອບສ່ວນບົດຄົ້ນຄວ້າໃຫ້ກັບບັນດາກົມພາຍໃນກະຊວງ ແລະຂະແໜງອຸດສາຫະກໍາ ແລະ ການຄ້າຂັ້ນທ້ອງຖິ່ນ, ຍາດແຍ່ງທຶນຄົ້ນຄວ້າຈາກອົງການຈັດຕັ້ງສາກົນ ເຊັ່ນ: ການເຮັດບົດຄົ້ນຄວ້າ-ວິໄຈ ພາຍໃຕ້ໂຄງການ TDF ໃນການຂຽນບົດຄົ້ນຄວ້ານະໂຍບາຍການຄ້າຫຍໍ້ (Policy brief) ເຊິ່ງໃນໄລຍະຜ່ານມາ ທາງສະຖາບັນປະກອບສ່ວນໄປ 16 ຫົວຂໍ້.

ພ້ອມນີ້, ສະຖາບັນຍັງໄດ້ມີການຮ່ວມມື ກັບສະຖາບັນຄົ້ນຄວ້າທັງພາຍໃນ ແລະ ຕ່າງປະເທດ ເຊັ່ນ: ສະຖາບັນແມ່ນໍ້າຂອງ (MI) ປະເທດໄທ, ສະຖາບັນເພື່ອການຄ້າ ແລະ ການພັດທະນາ (ITD) ປະເທດໄທ, ສະຖາບັນພັດທະນາຊັບພະຍາກອນກຳປູເຈຍ (CDRI), ສະຖາບັນວິທະຍາສາດສັງຄົມຂອງ ສປ ຈີນ (IWEB), ແລະ ສະຖາບັນການຄ້າຫວຽດນາມ (VIT). ໃນນີ້, ບົດຄົ້ນຄວ້າພາສາລາວ (Lao version) ທີ່ສະໜອງໃຫ້ບັນດາກົມ ແລະ ສະຖາບັນຄົ້ນຄວ້າຕ່າງໆ ມີທັງໝົດ 53 ຫົວຂໍ້, ແລະ ບົດຄົ້ນຄວ້າພາສາອັງກິດ (English version) ທີ່ປະກອບ ສ່ວນໃຫ້ອົງການຈັດຕັ້ງສາກົນ ແລະ ສະຖາບັນຄົ້ນຄວ້າຕ່າງປະເທດຈໍານວນ 09 ຫົວຂໍ້ (ລາຍລະອຽດຫົວຂໍ້ຄົ້ນຄວ້າໃນເອກະສານຊ້ອນທ້າຍທີ 1).
ໃນການເຜີຍແຜ່ຜົນງານການຄົ້ນຄວ້າ-ວິໄຈ ນອກຈາກການຕີພີມເປັນບົດລາຍງານການແຈກຢາຍໃຫ້ບັນດາກົມ ແລະ ຂະແໜງການທີ່ກ່ຽວຂ້ອງ, ຕີພີມໃນໜັງສືພິມເສດຖະກິດ-ການຄ້າ, ເຜີຍແຜ່ໃນເວັບໄຊລ໌ຂອງສະຖາບັນ (https://eriit.moic.gov.la       ແລະ       www.laomoic.org/ERIIT) ແລ້ວ; ທາງສະຖາບັນຍັງໄດ້ມີການຕີພີມໃນຮູບແບບວາລະສານວິໄຈການຄ້າລາວ (Lao Trade Research Digest) ໂດຍໃນໄລຍະຜ່ານມາແມ່ນ ໄດ້ຕີພິມມາແລ້ວ 6 ຄັ້ງ (6 Volumes) ປະກອບມີບົດຄົ້ນຄວ້າທັງໝົດທີ່ເຜີຍແຜ່ພາຍໃຕ້ວາລະສານດັ່ງກ່າວຈໍານວນ 28 ຫົວບົດ. ພ້ອມນີ້, ສະຖາບັນຍັງໄດ້ມີການເຜີຍແຜ່ໃນຮູບແບບການຈັດກອງປະຊຸມເຜີຍແຜ່ຜົນງານຄົ້ນຄວ້າ-ວິໄຈ (Research Forum) ທັງໃນລະດັບຊາດ ແລະ ລະດັບສາກົນອີກດ້ວຍ.

ບົດຄົ້ນຄວ້າ-ວິໄຈ ປີ 2024

ລີ້ງ ຂໍ້ມູນໃນເຟສບຸກ Facebook – ເຟສບຸກ ສະຖາບັນອຸດສາຫະກຳ ແລະ ການຄ້າ

ບົດຄົ້ນຄວ້າ-ວິໄຈ ປີ 2023

ບົດຄົ້ນຄວ້າ-ວິໄຈ ປີ 2022

 12,962 total views,  12 views today

Social media & sharing icons powered by UltimatelySocial