ຂ່າວລ່າສຸດ

0 0

ໃນຕອນບ່າຍວັນທີ 05 ມັງກອນ 2025 ທີ່ ຫ້ອງປະຊຸມສະຖາບັນອຸດສາຫະກຳ ແລະ ການຄ້າ ໂດຍການເຂົ້າຮ່ວມຂອງ ທ່ານ ວຽງສະຫວ່າງ ທິບພະວົງ ຫົວຫນ້າສະຖາບັນອຸດສາຫະກຳ ແລະ ການຄ້າ, ກະຊວງ ອຸດສາຫະກຳ ແລະ ການຄ້າ ແລະ ທ່ານ ນ Khaliungoo Ganbat ຮອງຜູ້ຕາງຫນ້າມູນນິທິເອເຊຍ ປະຈຳ ສປປລາວ ໂດຍມີຕ່າງຫນ້າຈາກບັນດາພະແນກການຂອງສະຖາບັນ ແລະ ຜູ້ປະສານງານໂຄງການເຂົ້າຮ່ວມ.

ໃນພິທີ ທ່ານ ວຽງສະຫວ່າງ ທິບພະວົງ ຫົວຫນ້າສະຖາບັນອຸດສາຫະກຳ ແລະ ການຄ້າ ໄດ້ກ່າວສະແດງຄວາມຂອບໃຈ ມາຍັງມູນນິທິເອເຊຍ ທີ່ຊ່ວຍອຳນວຍຄວາມສະດວກ ແລະ ໃຫ້ການສະຫນັບສະຫນູນກິດຈະກຳຕ່າງໆ ພາຍໃຕ້ກອບການຮ່ວມມືຂອງບົດບັນທຶກຄວາມເຂົ້າໃຈ ທີ່ທັງສອງຝ່າຍໄດ້ຮ່ວມກັນຈັດຕັ້ງ ປະຕິບັດມາຈົນສຳເລັດໃນໄລຍະ ປີ 2024 ທີ່ຜ່ານມາ,​ ເຖິງຢ່າງໃດກໍ່ດີ ທາງສະຖາບັນກໍ່ຈະຍັງສືບຕໍ່ໃຫ້ການຮ່ວມມື ແລະ ນໍາສົ່ງບັນດາປຶ້ມສະຖິຕິຂໍ້ມູນ ແລະ ຜົນການສຳຫລວດທີ່ໄດ້ຮັບໃນຄັ້ງນີ້ ເພື່ອກະຈາຍໃຫ້ແກ່ບັນດາກະຊວງ ແລະ ຂັ້ນແຂວງໃນລະດັບທ້ອງຖິ່ນຕໍ່ໄປ.

ໃນຕອນທ້າຍ ທ່ານ ວຽງສະຫວ່າງ ທິບພະວົງ ຍັງໄດ້ສະແດງຄວາມຂອບໃຈມາຍັງຄູ່ຮ່ວມພັດທະນາ ແລະ ຜູ້ໃຫ້ທຶນ ໂດຍສະເພາະ ສະພາອຸດສາຫະກຳ ແລະ ການຄ້າແຫ່ງຊາດ, ມູນນິທິເອເຊຍປະຈຳ ສປປລາວ ແລະ ລັດຖະບານອ໋ອດສະຕາລີ ທີ່ຊ່ວຍສະຫນັບສະຫນູນ ເພື່ອໃຫ້ການດຳເນີນກິດຈະກຳປະສົບຜົນສຳເລັດຈົນ ມີຜົນງານເປັນທີ່ປະຈັກຕາດັ່ງເອກະສານ ແລະ ການພິມປຶ້ມສະຖິຕິຂໍ້ມູນ 2024 ຄັ້ງນີ້ອອກມາໄດ້.

ສະຖາບັນອຸດສາຫະກໍາ ແລະ ການຄ້າ

ກະຊວງອຸດສາຫະກໍາ ແລະ ການຄ້າ.

 77 total views,  15 views today

Happy
Happy
0 %
Sad
Sad
0 %
Excited
Excited
0 %
Sleppy
Sleppy
0 %
Angry
Angry
0 %
Surprise
Surprise
0 %

Average Rating

5 Star
0%
4 Star
0%
3 Star
0%
2 Star
0%
1 Star
0%

Leave a Reply

Your email address will not be published. Required fields are marked *

Social media & sharing icons powered by UltimatelySocial