ຂ່າວລ່າສຸດ

0 0

ໃນຕົ້ນຊຸມປີ 2000, ໂລກໂທລະສັບມືຖື ໄດ້ຖືກຄອບງໍາ ໂດຍສອງ ຍັກໃຫຍ່ Nokia ແລະ BlackBerry.  ໂທລະສັບ Nokia ທີ່ທົນທານ, ເຊື່ອຖືໄດ້ ມີຢູ່ທົ່ວທຸກແຫ່ງ, ຈາກຕົວເມືອງ ທີ່ໃຫຍ່ຕ່າງໆ ໄປຈົນເຖິງບ້ານຫ່າງໄກສອກຫຼີກ. BlackBerry, ດ້ວຍລະບົບອີເມລ໌ ທີ່ປອດໄພ ແລະແປ້ນພິມ QWERTY ທີ່ສາມາດຈັບໄດ້ ໃຊ້ງ່າຍ ສະດວກ, ເປັນທີ່ຮັກ ຂອງໂລກ ແລະ ຂອງບໍລິສັດຕ່າງໆ.

Nokia ພູມໃຈໃນຕົນເອງ ແລະ ໃນຄວາມຫຼາກຫຼາຍ ຂອງໂທລະສັບຕົນເອງ, ຈາກໂທລະສັບພື້ນຖານ ຈົນເຖິງໂທລະສັບສະຫຼາດທັນສະໄຫມເປັນອັນດັບຕົ້ນໆ. ພວກເຂົາເຊື່ອ ໃນການໃຫ້ທາງເລືອກ ຂອງລູກຄ້າ. ໃນຂະນະດຽວກັນ, BlackBerry, ກໍມີຄວາມໝັ້ນໃຈ ໃນຈຸດພິເສດຂອງຕົນ, ແນ່ນອນວ່າ ຜູ້ໃຊ້ໃນທຸລະກິດຕ່າງໆ ຈະມັກແປ້ນພິມ ທີ່ຕິດມາກັບໜ່ວຍໂທລະສັບ ສໍາລັບການຂຽນພິມອີເມວ ແລະ ຂໍ້ມູນຕ່າງໆ.

ຫຼັງຈາກນັ້ນ, ໃນວັນທີ 9 ມັງກອນ 2007,  ທ່ານ Steve Jobs ໄດ້ຂຶ້ນເວທີ Macworld ແລະ ເປີດຕົວ iPhone ໃຫມ່. ມັນບໍ່ຄືກັບສິ່ງທີ່ໂລກມືຖື ໄດ້ເຫັນ ຊຶ່ງອຸປະກອນມືຖື ເປັນແບບສໍາຜັດເຕັມຮູບແບບ ໃນ ໂທລະສັບ, iPod, ແລະ ເຄື່ອງສື່ສານອິນເຕີເນັດ ທັງຫມົດ ຢູ່ໃນເຄື່ອງດຽວ.

ໃນເບື້ອງຕົ້ນ, Nokia ແລະ BlackBerry ໄດ້ປະຕິເສດ ການມາໃຫມ່ ຂອງ iPhone. ແລະ CEO ຂອງ Nokia ຜູ້ທີ່ມີຊື່ສຽງ ເວົ້າວ່າ, ມັນເປັນຜະລິດຕະພັນທີ່ດີ, ແຕ່ມັນບໍ່ແມ່ນ ການປ່ຽນແປງເກມ. ສຳລັບ CEO ຂອງ BlackBerry ອ້າງວ່າ, ມັນບໍ່ເປັນຫຍັງ, ແຕ່ມັນບໍ່ປອດໄພ, ມັນບໍ່ແຂງແຮງທົນທານ.

ແຕ່ເມື່ອຍອດຂາຍ iPhone ເພີ່ມຂຶ້ນ, ທັງສອງບໍລິສັດ ເລີ່ມຮັບຮູ້ຄວາມຜິດພາດຂອງພວກເຂົາ. ພວກເຂົາເຈົ້າ ໄດ້ຕົກເປັນເຫຍື່ອຂອງ ສະຖານະການຄວາມຫຍຸ້ງຍາກ ການເປັນຜູ້ປະດິດສ້າງ. ສະນັ້ນ ພວກເຂົາ ໄດ້ສຸມໃສ່ການປັບປຸງຜະລິດຕະພັນ ທີ່ມີຢູ່ແລ້ວ ຢ່າງບໍ່ຢຸດຢັ້ງ ແລະ ບໍ່ສາມາດເຫັນການປ່ຽນແປງ ຂອງຂະບວນວິວັດ ທີ່ເກີດຂື້ນຢູ່ອ້ອມຂ້າງພວກເຂົາ.

Nokia ພະຍາຍາມຫັນປ່ຽນຈາກ Symbian OS ທີ່ເປັນກຳມະສິດຂອງຕົນ ໄປສູ່ຮູບແບບທີ່ທັນສະໄໝກວ່າ. ແລະ ຍັງໄດ້ຮ່ວມມືກັບ Microsoft ເພື່ອໃຊ້ Windows Phone, ແຕ່ວ່າ ມັນຄືບໜ້າຫນ້ອຍເກີນໄປ, ຊ້າເກີນໄປ.

BlackBerry ພະຍາຍາມເຂົ້າສູ່ຕະຫຼາດ ສຳພັດໜ້າຈໍ touchscreen ກັບອຸປະກອນເຊັ່ນ Storm, ແຕ່ຊອບແວຂອງເຂົາເຈົ້າ ບໍ່ໄດ້ຮັບການປັບປຸງ ສໍາລັບການສໍາພັດໜ້າຈໍ, ສົ່ງຜົນໃຫ້ປະສົບການຜູ້ໃຊ້ ຮູ້ສຶກ ບໍ່ທັນສະໄຫມ ຕົກຍຸກ

ໃນເວລາທີ່ທັງສອງບໍລິສັດ ໄດ້ມຸ່ງຫມັ້ນຢ່າງເຕັມສ່ວນກັບ ໂທລະສັບສະຫຼາດ ສຳພັດຫນ້າຈໍ touchscreen, ຕະຫຼາດໄດ້ກ້າວໄປຂ້າງໜ້າແລ້ວ. ລະບົບນິເວດຂອງແອັບ ໄດ້ກາຍເປັນສິ່ງສຳຄັນ, ແລະ ທັງສອງຍັງຊັກຊ້າ ຢູ່ໄກຈາກ App Store ຂອງ Apple ແລະ Play Store ຂອງ Google.

ທຸລະກິດໂທລະສັບມືຖື ຂອງ Nokia ໃນທີ່ສຸດກໍຖືກຂາຍໃຫ້ Microsoft ໃນປີ 2013, ໃນຂະນະທີ່ BlackBerry ຢຸດເຊົາ ການຜະລິດໂທລະສັບ ໃນປີ 2016 ເພື່ອສຸມໃສ່ຊອບແວ ແລະ ການບໍລິການອື່ນ.

 

 

ຂຽນໂດຍ “ສອຄ” ສະຖາບັນອຸດສາຫະກຳ ແລະ ການຄ້າ ແລະ ວິທະຍາໄລ ການຄ້າ

 

 

 334 total views,  7 views today

Happy
Happy
0 %
Sad
Sad
0 %
Excited
Excited
0 %
Sleppy
Sleppy
0 %
Angry
Angry
0 %
Surprise
Surprise
0 %

Average Rating

5 Star
0%
4 Star
0%
3 Star
0%
2 Star
0%
1 Star
0%

Leave a Reply

Your email address will not be published. Required fields are marked *

Social media & sharing icons powered by UltimatelySocial