ຂ່າວລ່າສຸດ

0 1

 ສະຖາບັນຄົ້ນຄວ້າເສດຖະກິດອຸດສາຫະກໍາ ແລະ ການຄ້າ ຮ່ວມກັບກົມແຜນການ ແລະ ການຮ່ວມມື ໄດ້ຈັດກອງປະຊຸມ​ກອງປະຊຸມຜ່ານຮ່າງລາຍງານການເມືອງ ເພື່ອກະກຽມກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກກະຊວງອຸດສາຫະກໍາ ແລະ ການຄ້າ ຄັ້ງທີ III ໃນວັນທີ 29 (ວັນອັງຄານ) ກັນຍາ 2020

 

ກອງປະຊຸມດັ່ງກ່າວ ເປັນປະທານໂດຍທ່ານ ສິລິສຳພັນ ວໍຣະຈິດ, ຄະນະພັກປະຈຳກະຊວງ ອຄ, ຫົວໜ້າ ສສອຄ  ຊຶ່ງກອງປະຊຸມນີ້ ແມ່ນສຸມໃສ່ ການປັບປຸງຮ່າງລາຍງານການເມືອງໄດ້ສຳເລັດເບື້ອງຕົ້ນ ພາຍຫຼັງປັບປຸງເນື້ອໃນຕາມທີ່ບັນດາກຳມະການຂອງອະນຸກຳມະການ ໄດ້ປະກອບຄໍາເຫັນໃນກອງປະຊຸມຜ່ານຮ່າງເນື້ອໃນ ແລະ ທາບທາມບຸກຄະລາກອນ ຄັ້ງວັນທີ 06 ສິງຫາ 2020 ໂດຍໄດ້ປັບຮ່າງລາຍງານການເມືອງ ແລະ ແຜນ 5 ປີ ຈາກ 10 ແຜນນະໂຍບາຍ ຫຼື ແຜນງານເປັນ 5 ແຜນງານ ຈຶ່ງເຮັດໃຫ້ບາງບັນຫາຍັງບໍ່ເອກະພາບໃນສອງບົດ. ເພື່ອເຮັດໃຫ້ຮ່າງລາຍງານການເມືອງ ຄັ້ງທີ V ຂອງອົງຄະນະພັກກະຊວງອຸດສາຫະກໍາ ແລະ ການຄ້າ ມີເນື້ອໃນສົມບູນ-ຄົບຖ້ວນ, ເພື່ອເປັນການວາງນະໂຍບາຍວຽກງານຂະແໜງອຸດສາຫະກໍາ ແລະ ການຄ້າໃນອີກ 5 ປີ ຕໍ່ໜ້າ ແລະ ເພື່ອຄວາມເປັນເອກະພາບພາຍໃນອະນຸກຳມະການເນື້ອໃນ ກ່ອນທີ່ຈະມີການສົ່ງຮ່າງເອກະສານທັງສອງສະບັບໃຫ້ຫ້ອງວ່າການສູນກາງພັກກ່ອນເພີ່ນຈະລົງມາເຮັດວຽກນຳຄະນະພວກເຮົາໃນອາທິດຫນ້າ.

ກອງປະຊຸມ ໄດ້ຈັດຂຶ້ນໃນວັນທີ 29 (ວັນອັງຄານ) ກັນຍາ 2020 ເວລາ 9:00 ໂມງເຊົ້າ ທີ່ຫ້ອງປະຊຸມທາງໄກ ຊັ້ນ 3 ຂອງກະຊວງອຸດສາຫະກໍາ ແລະ ການຄ້າ.

 

 

 6,854 total views,  5 views today

Happy
Happy
0 %
Sad
Sad
0 %
Excited
Excited
0 %
Sleppy
Sleppy
100 %
Angry
Angry
0 %
Surprise
Surprise
0 %

Average Rating

5 Star
0%
4 Star
0%
3 Star
0%
2 Star
0%
1 Star
0%

Leave a Reply

Your email address will not be published. Required fields are marked *

Social media & sharing icons powered by UltimatelySocial