ຂ່າວລ່າສຸດ

0 0
ກອງປະຊຸມສະຫຼຸບຕີລາຄາການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ໃນຂະແໜງອຸດສາຫະກໍາ ແລະ ການຄ້າ
ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຈັດກອງປະຊຸມ “ກອງປະຊຸມສະຫຼຸບຕີລາຄາການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໃນຂະແໜງອຸດສາຫະກໍາ ແລະ ການຄ້າ” ເປັນເວລາ 2 ວັນ ໃນວັນທີ 4-5 ເມສາ 2024 ທີ່ນະຄອນຫຼວງວຽງຈັນ ເພື່ອຕີລາຄາການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ 11 ຂອງພັກ ໃນຂົງເຂດອຸດສາຫະກໍາ ແລະ ການຄ້າ. ໂດຍການເປັນປະທານຂອງ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ. ເຂົ້າຮ່ວມມີບັນດາພະນັກງານ, ສະມາຊິກພັກ, ສະມາຊິກສະພາແຫ່ງຊາດ, ນັກຄົ້ນຄ້ວາ, ຜູ້ຕາງໜ້າວິສາຫະກິດ, ສະຖາບັນການສືກສາ ແລະ ອື່ນໆ.
ໃນມື້ທີ 1, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ນຳສະເໜີບົດລາຍງານການປະເມີນຜົນ, ນັກຄົ້ນຄວ້າອາວຸໂສ 2 ທ່ານ ໄດ້ນຳສະເໜີ ກ່ຽວກັບການຫັນເປັນອຸດສາຫະກຳໃນລາວ ແລະ ການຈັດຕັ້ງປະຕິບັດແນວຄວາມຄິດຕ່ອງໂສ້ການຄ້າ ພາຍໃຕ້ແນວຄິດໄກສອນພົມວິຫານ. ໄດ້ມີການແລກປ່ຽນຄວາມຄິດເຫັນ ຈາກຂະແໜງການຕ່າງໆ.
ມື້ທີ 2 ໄດ້ມີການສະຫຼຸບຄຳເຫັນ ຂອງມື້ທຳອິດ ແລະ ປະກອບຄຳເຫັນຕື່ມອີກ ຈາກການນຳຂັ້ນສູງ. ຕອນບ່າຍ, ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ ພັກປະຊາຊົນປະຕິວັດລາວ ໄດ້ໃຫ້ທິດຊີ້ນຳ 1. ການເຕີບໂຕ ຂອງຂະແໜງອຸດສາຫະກຳປຸງແຕ່ງ, 2. ການຊຸກຍູ້, ສົົ່ງເສີມ ການຜະລິດສິນຄ້ຳ. 3. ກຳນຊຸກຍູ້, ສົົ່ງເສີມ ແລະ ພັດທະນາ ວຽກງານຫັດຖະກຳ, 4. ເພີີ່ມຂຶັ້ນ ຄຸນນະພາບ ແລະ ຄວາມຫລາກຫລາຍ ສິນຄ້າການສົົ່ງອອກ, 5. ຊອກຄູ່ຄ້າ ແລະ ເພີ່ມການເຊື່ອມໂຍງ ໃຫ້ມີຫລາກຫລາຍປະເທດ, 6. ເພີ່ມທະວີການປະຕິບັດພາລະບົດບາດຄຸ້ມຄອງມະຫາພາກ ທີ່ຊຸກຍູ້ສົ່ງເສີມທຸລະກິດ ຕະຫລາດ ແລະ ລະບຽບກົດຫມາຍ, 7. ການຫັນພື້ນຖານກຜະລິດ ອຸດສາຫະກາປຸງແຕ່ງ ໄປສູ່ການນ ຳໃຊ້ກົນຈັກ ແລະ ນຳໃຊ້ຜົນສຳເລັດທາງດ້ານວິທະຍາສາດ ແລະ ເຕັກໂນໂລຊີ.
ທ່ານລັດຖະມົນຕີ ອຄ, ຍັງຮຽກຮ້ອງໃຫ້ບັນດາຜູ້ເຂົ້າຮ່ວມ ບໍ່ພຽງແຕ່ຮັບຟັງບົດລາຍງານເທົ່ານັ້ນ ຫາກຍັງສະເໜີໃຫ້ຄຳເຫັນ ແລະ ຂໍ້ສະເໜີແນະ ເພື່ອແນໃສ່ສ້າງບັນດານະໂຍບາຍ, ແຜນການໃຫ້ຂະແໜງອຸດສາຫະກຳ ແລະ ການຄ້າ ໃນຕໍ່ໜ້າ.

 

 

 

 

 80 total views,  8 views today

Happy
Happy
0 %
Sad
Sad
0 %
Excited
Excited
0 %
Sleppy
Sleppy
0 %
Angry
Angry
0 %
Surprise
Surprise
0 %

Average Rating

5 Star
0%
4 Star
0%
3 Star
0%
2 Star
0%
1 Star
0%

Leave a Reply

Your email address will not be published. Required fields are marked *

Social media & sharing icons powered by UltimatelySocial