ຂ່າວລ່າສຸດ

0 1

 

 

ກອງປະຊຸມເຜີຍແຜ່ຜົນການຄົ້ນຄວ້າ ແລະ ແລກປ່ຽນຄວາມຮູ້ດ້ານວິຊາການ ພາຍໃຕ້ຫົວຂໍ້: “ປັດໄຈກໍານົດການເຂົ້າຮ່ວມຕ່ອງໂສ້ມູນຄ່າສິນຄ້າກະສິກໍາຂອງຊາວກະສິກອນລາວ: ກໍລະນີສຶກສາມັນຕົ້ນ”. ວັນທີ 06 ມິຖຸນາ 2023 ທີ່ຫ້ອງປະຊຸມໃຫຍ່, ກະຊວງອຸດສາຫະກໍາ ແລະ ການຄ້າ ໂດຍການເປັນປະທານຂອງ ທ່ານ ບຸນເຖິງ ດວງສະຫວັນ, ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ.

ໂຄງການຄົ້ນຄວ້ານີ້ແມ່ນໄດ້ຮັບການສະໜັບສະໜຸນຈາກມະຫາວິທະຍາໄລ ມິຊີແກນ ປະເທດສະຫະລັດອາເມລິກາ ພາຍໃຕ້ PRCI. ຈຸດປະສົງຂອງໂຄງການ ແມ່ນເພື່ອສຶກສາເຖິງປັດໄຈກໍານົດການເຂົ້າຮ່ວມຕ່ອງໂສ້ມູນຄ່າສິນຄ້າກະສິກໍາຂອງຊາວກະສິກອນລາວ ໂດຍສະເພາະແມ່ນກໍລະນີມັນຕົ້ນ. ມັນຕົ້ນຖືເປັນພືດເສດຖະກິດຊະນິດໜຶ່ງທີ່ນັບມື້ນັບມີບົດບາດສໍາຄັນຕໍ່ການສົ່ງອອກເປັນສິນຄ້າ ແລະ ໄດ້ຮັບຄວາມນິຍົມເພີ່ມສູງຂຶ້ນໃນການປູກຢູ່ ສປປ ລາວ. ອີງຕາມສະຖິຕິ ພື້ນທີ່ປູກມັນຕົ້ນແມ່ນເພີ່ມຂຶ້ນຈາກ 100.000 ຮຕ ໃນປີ 2020 ເປັນ 194.900 ຮຕ ໃນປີ 2022; ມູນຄ່າການສົ່ງອອກ ເພີ່ມຂຶ້ນຈາກ 193 ລ້ານໂດລາ ເປັນ 328 ລ້ານໂດລາ. ປະຊາຊົນລາວນິຍົມປູກມັນຕົ້ນ ສ່ວນໃຫຍ່ແມ່ນຢູ່ບັນດາແຂວງທາງພາກກາງ ແລະ ພາກໃຕ້ ແລ້ວສົ່ງຂາຍຜ່ານພໍ່ຄ້າ ແລະ ໂຮງງານອຸດສາຫະກໍາປຸງແຕ່ງທັງພາຍໃນ ແລະ ຕ່າງປະເທດ ຄື: ປະເທດໄທ, ສສ ຫວຽດນາມ ແລະ ສປ ຈີນ. ດັ່ງນັ້ນ ໂຄງການນີ້ ຈຶ່ງສົນໃຈສຶກສາເຖິງປັດໄຈທີ່ກໍານົດການເຂົ້າຮ່ວມຕ່ອງໂສ້ມູນຄ່າມັນຕົ້ນຂອງຊາວກະສິກອນລາວ ເພື່ອເປັນຂໍ້ມູນໃນການກໍານົດນະໂຍບາຍຕໍ່ໄປ. ປັດຈຸບັນ ການຄົ້ນຄວ້າດັ່ງກ່າວແມ່ນໄດ້ສໍາເລັດ ແລະ ໄດ້ຮັບການຕີພີມເຜີຍແຜ່ໃນວາລະສານສາກົນແລ້ວ.

 

 19,172 total views,  1 views today

Happy
Happy
0 %
Sad
Sad
0 %
Excited
Excited
0 %
Sleppy
Sleppy
0 %
Angry
Angry
0 %
Surprise
Surprise
100 %

Average Rating

5 Star
0%
4 Star
0%
3 Star
0%
2 Star
0%
1 Star
0%

Leave a Reply

Your email address will not be published. Required fields are marked *

Social media & sharing icons powered by UltimatelySocial