ຂ່າວລ່າສຸດ

0 0

ກອງປະຊຸມ ຄົບຄະນະກາງສະໄໝ ຂອງຄະນະພັກຮາກຖານ ສະຖາບັນອຸດສາຫະກຳ ແລະ ການຄ້າ (ສອຄ), ກະຊວງ ອຸດສາຫະກຳ ແລະ ການຄ້າ (ອຄ) ໄດ້ຈັດຂຶ້ນໃນວັນທີ 03 ກໍລະກົດ 2023 ຜ່ານມານີ້, ທີ່ຫ້ອງປະຊຸມ ສະຖາບັນອຸດສາຫະກຳ ແລະ ການຄ້າ, ໂດຍພາຍໃຕ້ການເປັນປະທານ ຂອງສະຫາຍ ພຸດທະວັນ ນັນທະວົງ ຄະນະປະຈຳພັກ, ປະທານກວດກາ ກະຊວງ ອຄ, ມີສະຫາຍ ປອ ແກ້ວມໍລະກົດ ສີດລາກອນ, ເລຂາຄະນະພັກຮາກຖານ ສອຄ, ບັນດາສະຫາຍ ຄະນະພັກຮາກຖານ, ຄະນະໜ່ວຍພັກ, ແລະ ບັນດາສະຫາຍສະມາຊິກພັກ ສອຄ ດັ່ງກ່າວເຂົ້າຮ່ວມ.

ກອງປະຊຸມກາງສະໄໝ ສອຄ ໄດ້ຈັດຂຶ້ນເປັນເວລາ 1 ວັນ, ໄດ້ເຊື່ອມຊຶມເອກະສານ: ຄໍາສັ່ງຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 268/ຄລສພ, ລົງວັນທີ 20 ມັງກອນ 2023; ເຊື່ອມຊຶມເອກະສານ: ມະຕິຂອງກົມການເມືອງສູນກາງພັກ ສະບັບເລກທີ 030/ກມສພ, ລົງວັນທີ 3 ມັງກອນ 2018 ແລະ ໄດ້ເຊື່ອມຊືມເອກະສານ: ກົດລະບຽບພັກ ສະໄຫມທີ XI ວ່າດ້ວຍຂໍ້ຫ້າມ, ໜ້າທີ່ ແລະ ສິດຂອງຄະນະພັກ ແຕ່ລະຂັ້ນ, ໂດຍການບັນຍາຍ ພຸດທະວັນ ນັນທະວົງ ຄະນະປະຈຳພັກ, ປະທານກວດກາ ກະຊວງ ອຄ.

ຫລັງຈາກນັ້ນ, ໄດ້ຮັບຟັງການຜ່ານບົດສະຫຼຸບການຊີ້ນໍາ-ນໍາພາ ກາງສະໄໝ 06/2020-06/2023 ຂອງຄະນະພັກຮາກຖານ ສອຄ ແລະ ທິດທາງແຜນການໃນໄລຍະ ກາງສະໄໝ 2022-2024 ໂດຍສະຫາຍ ປອ ແກ້ວມໍລະກົດ ສີດລາກອນ, ເລຂາຄະນະພັກຮາກຖານ ສອຄ; ເຊິ່ງສະຫາຍໄດ້ໃຫ້ຮູ້ວ່າ: ຄະນະພັກຮາກຖານ ສອຄ ປະກອບມີ 3 ສະຫາຍ (ຍິງ 1 ສະຫາຍ), ມີສະມາຊິກພັກ ທັງໝົດ 30 ສະຫາຍ (ຍິງ 10 ສະຫາຍ) ຊຶ່ງພະນັກງານ ສອຄ ທັງຫມົດ 34 ສະຫາຍ; ຕະພຼອດໄລຍະກາງສະໄໝ ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ V ຂອງຄະນະພັກຮາກຖານ ສອຄ ມີຜົນສໍາເລັດຫຼາຍດ້ານເຊັ່ນ: ວຽກງານຈັດຕັ້ງ-ພະນັກງານ ແລະ ນະໂຍບາຍ, ວຽກງານວິຊາສະເພາະ, ວຽກງານອົງການຈັດຕັ້ງມະຫາຊົນ, ວຽກງານຕິດຕາມ-ກວດກາ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ວຽກງານພົວພັນຕ່າງປະເທດ.

ຈາກນັ້ນ ກໍໄດ້ຮັບຟັງການຜ່ານບົດສໍາຫຼວດ ການຊີ້ນໍາ-ນໍາພາ ລວມຂອງຄະນະພັກຮາກຖານ; ເຊິ່ງຜົນງານ ອັນພົ້ນເດັ່ນ ຄະນະພັກຮາກຖານ ໄດ້ເອົາໃຈໃສ່ຢ່າງຕັ້ງໜ້າໃນການຄຸ້ມຄອງ, ກໍ່ສ້າງ, ຊີ້ນໍາ-ນໍາພາ ສະມາຊິກພັກ ພະນັກງານ ເປັນຕົ້ນແມ່ນໄດ້ສົ່ງເສີມ, ນໍາສົ່ງພະນັກງານໄປຍົກລະດັບວິຊາສະເພາະຢູ່ພາຍໃນ ແລະ ຕ່າງປະເທດ, ນໍາສົ່ງພະນັກງານລົງກໍ່ສ້າງຮາກຖານ, ນໍາສົ່ງພະນັກງານໄປເຝິກອົບຮົມ ທິດສະດີການເມືອງ ແລະ ການປົກຄອງໄລຍະສັ້ນ 45 ວັນ; ດ້ານວິຊາສະເພາະ ສອຄ ໄດ້ເອົາໃຈໃສ່ຊີ້ນໍາ-ນໍາພາ ປັບປຸງ, ເສີມຂະຫຍາຍ ການຮ່ວມມື ແລະ ພັດທະນາຫຼັກສູດການຮຽນ-ການສອນ, ການຝຶກອົບຮົມ ແລະ ການວີໄຈ ຄື: ຫລັກສຸດຝຶກອົບຮົມພະນັກງານເມືອງອຸດສາຫະກຳແລະການຄ້າ, ຫລັກສູດຝືກອົຍຮົມ 45ວັນ, ຫລັກສູດອອນລາຍ-ອອຟລາຍ, ຮ່ວມມືພາຍໃນແລະ ຕ່າງປະເທດ. ທີ່ປະຊຸມໄດ້ຮັບຟັງການໃຫ້ກຽດໂອ້ລົມຂອງ ສະຫາຍ ພຸດທະວັນ ນັນທະວົງ ເພື່ອເປັນເຂັມຊີ້ທິດເຍືອງທາງ ໃຫ້ແກ່ການປະຕິບັດວຽກງານ ຂອງຄະນະພັກຮາກຖານ ສອຄ ອີກດ້ວຍ.

 

 

 

 

 

 

 

 

 

 

 

 836 total views,  1 views today

Happy
Happy
0 %
Sad
Sad
0 %
Excited
Excited
0 %
Sleppy
Sleppy
0 %
Angry
Angry
0 %
Surprise
Surprise
0 %

Average Rating

5 Star
0%
4 Star
0%
3 Star
0%
2 Star
0%
1 Star
0%

Leave a Reply

Your email address will not be published. Required fields are marked *

Social media & sharing icons powered by UltimatelySocial