ຂ່າວລ່າສຸດ

0 0

ນັກສຶກສາ ວິທະຍາໄລການຄ້າ ເຂົ້າຮ່ວມງານມະຫະກຳວາງສະແດງສິນຄ້າ ສີມືຫັດຖະກຳລາວ ປີ 2020 ຊຶ່ງງານໄດ້ຈັດຂຶ້ນ ໃນລະວັນທີ 12-18 ຕຸລາ 2020   ເພື່ອເປັນການເປີດໂອກາດໃຫ້ນັກຮຽນໄດ້ສຶກສາໂຕຈິງ ນອກຈາກທີ່ໄດ້ຮຽນຮູ້ມາພາກທິດສະດີໃນວິທະຍາໄລ ແລະ ຮູ້ປັບໃຊ້ໃນອະນາຄົດຕໍ່ໄປ.

ໃນງານດັ່ງກ່າວ  ມີກິດຈະກຳຫຼັກຂອງງານ ແມ່ນການວາງສະແດງ ແລະ ຂາຍຜະລິດຕະພັນຫັດຖະກຳ ຂະແໜງການຕ່າງໆ ຂອງ ຫົວໜ່ວຍການຜະລິດ ແລະ ຊູມຊົນບັນດາເຜົ່າ ທີ່ມາຈາກນະຄອນຫຼວງ ແລະ ແຂວງຕ່າງໆທົ່ວປະເທດ, ໂດຍຈະມີຫ້ອງວາງສະແດງຫຼາຍກວ່າ 200 ຫ້ອງ. ໃນໄລຍະງານວາງສະແດງ 9 ມື້ນີ້ ຈະເປັນໂອກາດໃຫ້ຊາວຊ່າງຫັດຖະກຳ ໄດ້ນຳສະເໜີຜະລິດຕະພັນໃໝ່, ຜະລິດຕະພັນວັດທະນະທຳ ແລະ ຜະລິດຕະພັນເອກະລັກຊົນເຜົ່າ ສູ່ຜູ້ຊົມໃຊ້ໂດຍກົງ ແລະ ກໍ່ຈະເປັນໂອກາດໃຫ້ບັນດາຫົວໜ່ວຍ ທຸລະກິດທີ່ມາຈາກທ້ອງຖິ່ນທີ່ແຕກຕ່າງກັນໄດ້ພົບປະ ແລະ ເຈລະຈາ ການຮ່ວມມືກັນໃນອະນາຄົດ

 

 2,316 total views,  2 views today

Happy
Happy
0 %
Sad
Sad
0 %
Excited
Excited
0 %
Sleppy
Sleppy
0 %
Angry
Angry
0 %
Surprise
Surprise
0 %

Average Rating

5 Star
0%
4 Star
0%
3 Star
0%
2 Star
0%
1 Star
0%

Leave a Reply

Your email address will not be published. Required fields are marked *

Social media & sharing icons powered by UltimatelySocial