ຂ່າວລ່າສຸດ

0 0

ສະຖາບັນອຸດສາຫະກໍາ ແລະ ການຄ້າ ໄດ້ຈັດຝຶກອົບຮົມຂື້ນໃນວັນທີ 27-30 ກັນຍາ 2022 ໃຕ້ຫົວຂໍ້ “ຝຶກອົບຮົມຄູຝຶກ” ໃຫ້ແກ່ພະນັກງານອຸດສາຫະກໍາ ແລະ ການຄ້າ ພາຍໃຕ້ການເປັນປະທານເປິດ ແລະ ປິດຊຸດຝຶກອົບຮົມ ໂດຍທ່ານ ປອ ແກ້ວມໍລະກົດ ສິດລະກອນ, ຫົວໜ້າສະຖາບັນອຸດສາຫະກໍາ ແລະ ການຄ້າ. ຊຸດຝຶກອົບຄັ້ງນີ້ມີຜູ້ເຂົ້າຮ່ວມຮົມທັງໝົດຈຳນວນ 13 ທ່ານ, ຍິງ 09 ທ່ານ ຈາກບັນດາກົມອ້ອມຂ້າງກະຊວງອຸດສາຫະກຳ ແລະ ການຄ້າ ແລະ ສະຖາບັນອຸດສາຫະກໍາ ແລະ ການຄ້າ . ສໍາລັບວິທະຍາກອນແມ່ນພະນັກງານຂອງສະຖາບັນອຸດສາຫະກຳ ແລະ ການຄ້າ ຈຳນວນ 6 ທ່ານ, ມະຫາວິທະຍາໄລແຫາງຊາດ 01 ທ່ານ.ຈຸດປະສົງຂອງຊຸດຝຶກອົບຮົມ ແມ່ນເພື່ອສ້າງໄດ້ຄູຝຶກທີ່ມີປະສິດທິພາບຜູ້ເຂົ້າຮ່ວມສາມາດນຳເອົາເຕັກນິກຕ່າງໆ ໃນບົດຮຽນການເປັນຄູຝຶກ ຫລື ເຕັກນິກການສື່ສານ ເພື່ອເຮັດການສອນ ແລະ ການນຳສະເໜີ ໃຫ້ມີຄວາມໜ້າສົນໃຈ ແລະ ເປັນທີ່ຍອມຮັບຂອງຜູ້ຮຽນ ແລະ ຕອບສະໜອງກັບເປົ້າໝາຍທີ່ໄດ້ວາງໄວ້. ພ້ອມທັງເປັນການເປີດໂອກາດໃຫ້ບັນດາຜູ້ເຂົ້າຮ່ວມໄດ້ປຶກສາຫາລືແລກປ່ຽນບົດຮຽນ ລະຫວ່າງວິທະຍາກອນ ແລະ ຜູ້ເຂົ້າຮ່ວມດ້ວຍກັນ. ຊຸດຝຶກອົບຮົມຄັ້ງນີ້ແມ່ນໄດ້ດໍາເນີນເປັນເວລາ 4 ວັນ ໂດຍໄດ້ຮັບຟັງການບັນຍາຍຈາກວິທະຍາກອນທີ່ມີປະສົບການໃນການຂື້ນບັນຍາຍ ບົດຮຽນທີ່ນໍາມາສິດສອນໃນຝຶກອົບຮົມໃນຄັ້ງນີ້ ປະກອບມີ 8 ບົດ ແລະ ໄດ້ແບງອອກເປັນ ສອງພາກຄື: (ພາກທິດສະດີ ແລະ ພາກປະຕິບັດຕົວຈິງ) (1). ການກະກຽມຫລັກສູດຝຶກອົບຮົມ, (2) ການກະກຽມສະຖານທີ່ ແລະ ອຸປະກອນຊ່ວຍສອນ, (3) ການປະເມີນຄວາມຄືບໜ້າ ແລະ ວິໃຈຜົນໄດ້ຮັບ, (4) ການນຳສະເໜີບົດບັນຍາຍ, (5) ການດຳເນີນການເຮັດບົດຝຶກຫັດແບບເປັນກຸ່ມ, (6) ການປະເມີນຜົນ, (7) ການປັບປຸງຫລັກສູດ, (8) ການປະເມີນຜົນຫລັກສູດຝຶກອົບຮົມ

 

 

 1,010 total views,  3 views today

Happy
Happy
0 %
Sad
Sad
0 %
Excited
Excited
0 %
Sleppy
Sleppy
0 %
Angry
Angry
0 %
Surprise
Surprise
0 %

Average Rating

5 Star
0%
4 Star
0%
3 Star
0%
2 Star
0%
1 Star
0%

Leave a Reply

Your email address will not be published. Required fields are marked *

Social media & sharing icons powered by UltimatelySocial