ຂ່າວລ່າສຸດ

0 0

ເປີດຊຸດຝຶກອົບຮົມ ພະນັກງານອຸດສາຫະກຳ ແລະ ການຄ້າ ຂັ້ນເມືອງ ທົ່ວປະເທດຄັ້ງທີ X ລະຫວ່າງ ວັນທີ 22-25 ກັນຍາ 2020
ວັນ​ທີ 22 ກັນຍາ​ 2020 ຜ່ານ​ມາ, ທີ່​ສະ​ຖາ​ບັນ​ຄົ້ນຄວ້າ​ເສດຖະກິດ​ອຸດສາຫະກໍາ ​ແລະ ການ​ຄ້າ ​ນະຄອນຫຼວງວຽງ​ຈັນ ໄດ້​ເປີດຊຸດຝຶກອົບຮົມພາຍໃຕ້ຫົວຂໍ້ ““ສ້າງຄວາມເຂັ້ມແຂງວຽກງານອຸດສາຫະກຳ ແລະ ການຄ້າ ໃຫ້ພະນັກງານອຸດສາຫະກຳ ແລະ ການຄ້າ ຂັ້ນເມືອງ” ຄັ້ງທີ X ຂຶ້ນຢ່າງ​ເປັນ​ທາງ​ການ ​ໂດຍ​ການ​ເປັນ​ປະທານ ຂອງ​ທ່ານ ນາງ ​ເຂັມ​ມະນີ ພົນ​ເສນາ ລັດຖະມົນຕີ​ ກະ​ຊວງ​ອຸດສາຫະກໍາ ​ແລະ ການ​ຄ້າ ​ ແລະ ມີຜູ້ເຂົ້າຮ່ວມທັງໝົດ 64 ທ່ານ.​

 

ຕາມພາລະ​ບົດບາດ​ຂອງກະຊວງ ອຄ ເປັນອົງການຄຸ້ມຄອງຂອງລັດຂັ້ນສູນກາງ ຊຶ່ງເຮັດບົດບາດຄຸ້ມຄອງມະຫາພາກ ແລະ ມີການແບ່ງຂັ້ນຄຸ້ມຄອງວຽກງານ ຄຸ້ມຄອງຕາມຂະແໜງການ ຕາມທິດ 03 ສ້າງ. ຕາມນະໂຍບາຍດັ່ງກ່າວຖືວ່າຫຼາຍວຽກງານ ຂອງຂະແໜງການ, ນັບທັງຈຳນວນລັດຖະກອນກໍ່ແມ່ນໄດ້ມອບ ແລະ ແບ່ງໃຫ້ໄປປະຕິບັດ ແລະ ປະຈຳການຢູ່ທ້ອງຖິ່ນ (ໃນທົ່ວຂະແໜງການພວກເຮົາມີລັດຖະກອນ ປະມານ 2.700 ຄົນ, ໃນນັ້ນຢູ່ກະຊວງບໍ່ເຖິງ 500 ຄົນ, ຢູ່ແຂວງປະມານ 900 ປາຍ ແລະ ຢູ່ເມືອງປະມານ 1.200 ປາຍຄົນ. ສະນັ້ນ ຜົນສຳເລັດ ຂອງການຈັດຕັ້ງປະຕິບັດວຽກງານຄຸ້ມຄອງອຸດສາຫະກຳປຸງແຕ່ງ ແລະ ການຄ້າ ແມ່ນຂຶ້ນກັບຄວາມສາມາດໃນການປະຕິບັດໜ້າທີ່ ຂອງພະນັກງານລັດຖະກອນພວກເຮົາທັງໝົດ. ພັກເຮົາຍາມໃດກໍ່ຖືສໍາຄັນວຽກງານບຳລຸງສ້າງພະນັກງານ ໂດຍໄດ້ມອບໃຫ້ກະຊວງມີໜ້າທີ່ ພັດທະນາຊັບພະຍາກອນມະນຸດຂອງຂະແໜງການຕົນ. ດັ່ງນັ້ນ ແຕ່ລະປີກະຊວງກໍ່ໄດ້ຈັດສັນງົບປະມານໃນການຈັດຝຶກອົບຮົມໃຫ້ພະນັກງານຂອງຕົນ. ໃນວຽກຝຶກອົບ ຮົມ, ລັດຖະບານກໍ່ໄດ້ມີດໍາລັດ ວ່າດ້ວຍການຝຶກອົບຮົມ ແລະ ພັດທະນາລັດຖະກອນ ສະບັບເລກທີ 294/ລບ, ລົງວັນທີ 04/09/2017. ໃນນັ້ນໄດ້ກໍານົດແຈ້ງວ່າ ພະນັກງານລັດຖະກອນຕ້ອງໄດ້ຮັບການຝຶກອົບຮົມຫຍັງ? ແລະ ມີການແບ່ງຂັ້ນ ແລະ ແບ່ງຂອດຝຶກອົບຮົມກັນແນວໃດ? ໃນບັນຫານີ້ທາງສະຖາບັນກໍ່ກໍາລັງຄົ້ນຄວ້າຜັນຂະຫຍາຍໃນການສ້າງຫຼັກສູດ ຄິດວ່າໃນການອົບຮົມຄັ້ງຕໍ່ໄປ ກໍ່ຈະມີຫົວບົດອື່ນເພີ່ມເຂົ້າໃນວຽກປົກກະຕິຂອງບັນດາກົມ.

ສຳລັບຊຸດຝຶກອົບຮົມ ຈັດຂຶ້ນເປັນເວລາ 04 ວັນເຕັມ ແລະ ໃນແຕ່ລະມື້ແມ່ນຈະໄດ້ ຮັບຟັງການບັນຍາຍ ແລະ ສົນທະນາປຶກສາຫາລື ໃນຫຼາຍຫົວຂໍ້ເຊັ່ນ: (1) ວຽກງານ 03 ສ້າງ ທີ່ຕິດພັນກັບການແບ່ງຂັ້ນຄຸ້ມຄອງພາຍໃນຂອງຂະແໜງການພວກເຮົາ ລະຫວ່າງ ກະຊວງ, ແຂວງ ແລະ ເມືອງ; (2) ວຽກງານຂັ້ນຕອນການປະກອບເອກະສານຮັບພະນັກງານຍົົກຍ້າຍ ມາຈາກພາກສ່ວນອື່ນ; (3) ວຽກງານສົ່ງເສີມ ແລະ ພັດທະນາສິນຄ້າໜຶ່ງເມືອງ ໜຶ່ງຜະລິດຕະພັນແຫ່ງຊາດ; (4) ການຈັດຕັ້ງປະຕິບັດວຽກງານ ການຄ້າຊາຍແດນ ແລະ ການປະຕິບັດສັນຍາການຄ້າຊາຍແດນລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມ; (5) ຂັ້ນຕອນການຂໍຂຶ້ນທະບຽນວິສາຫະກິດ ແລະ ຂັ້ນຕອນການຄຸ້ມຄອງທະບຽນວິສາຫະກິດ ພາຍຫຼັງຂຶ້ນທະບຽນວິສາຫະກິດແລ້ວ; (6) ການອອກໃບອະນຸຍາດດຳເນີນທຸລະກິດໃນກິດຈະການການຄ້າພາຍໃນ, ວຽກງານການຄຸ້ມຄອງສິນຄ້າ-ລາຄາ; (7) ການຄ້າອີເລັກໂຕຣນິກ; (8) ຂັ້ນຕອນ ແລະ ວິທີເຂົ້າເຖິງແຫຼ່ງທຶນສຳລັບ SME; (9) ວຽກການຄຸ້ມຄອງໂຮງງານອຸດສາຫະກຳ ແລະ ການຜະລິດສົ່ງອອກ. ພ້ອມດຽວກັນ​ນີ້, ຍັງມີຄວາມໝາຍຄວາມສຳຄັນຫຼາຍ ຕໍ່ພະນັກງານທົ່ວຂະແໜງອຸດສາຫະກຳ ແລະ ການຄ້າ ​ໃນ​ການສົນທະນາ, ຄົ້ນຄວ້າ, ປຶກສາຫາລື ແລະ ແລກ ປ່ຽນດ້ານວິຊາການຈາກກົມວິຊາການທີ່ຮັບຜິດຊອບແຕ່ລະຂົງເຂດ.

ແຫຼ່ງຂ່າວ ແລະ ພາບໂດຍ: ທ ສີສະຫວ່າງ ສຸນະລາດ ສະຖາບັນຄົ້ນຄວ້າເສດຖະກິດອຸດສາຫະກໍາ ແລະ ການຄ້າ

ຮຽບຮຽງໂດຍ: ນ ຖື ແຫວນວົງສົດ ສູນສະຖິຕິ ແລະ ຂໍ້ມູນຂ່າວສານ ກຜຮ

 

 

 

 

 

 

 1,526 total views,  1 views today

Happy
Happy
0 %
Sad
Sad
0 %
Excited
Excited
0 %
Sleppy
Sleppy
0 %
Angry
Angry
0 %
Surprise
Surprise
0 %

Average Rating

5 Star
0%
4 Star
0%
3 Star
0%
2 Star
0%
1 Star
0%

Leave a Reply

Your email address will not be published. Required fields are marked *

Social media & sharing icons powered by UltimatelySocial