ຂ່າວລ່າສຸດ

0 1
ການເຊັນບົດບັນທຶກຄວາມເຂົ້າໃຈ (MOU) ກ່ຽວກັບ ການຫັນເປັນດິຈິຕອນ ແລະ ການແກ້ໄຂບັນຫາຂອງທຸລະກິດ ລະຫວ່າງ ສະຖາບັນອຸດສາຫະກໍາ ແລະ ການຄ້າ ແລະ ສະຖາບັນ ສະຖາບັນວິໄຈ ແລະ ພັດທະນາເສດຖະກິດການຄ້າ (IBERD) ໃນວັນທີ 25 ພຶດສະພາ 2023 ທີ່ ສະຖານເອກອັກຄະລັດຖະທູດລາວ ປະຈໍາບາງກອກ, ປະເທດໄທ.
ຝ່າຍ ສປປ ລາວ: ນຳໂດຍ ທ່ານ ວຽງສະຫວ່າງ ທິບພະວົງ, ຮອງຫົວໜ້າສະຖາບັນ ສອຄ ຕາງໜ້າຝ່າຍລາວ ຮ່ວມເຊັນ MOU ພ້ອມດ້ວຍຄະນະພະນັກງານຂອງ ກະຊວງ ອຄ ແລະ ຄະນະຈາກສະຖານເອກອັກຄະລັດຖະທູດລາວ ປະຈໍາບາງກອກ.
ຝ່າຍ ໄທ : ນຳໂດຍ ທ່ານ ນາງ ນາຕີ ສວນສະນີດ, ຜູ້ບໍລິຫານໃຫຍ່ ຂອງສະຖາບັນວິໄຈ ແລະ ພັດທະນາເສດຖະກິດການຄ້າ (IBERD) ພ້ອມດ້ວຍຄະນະພະນັກງານ ຂອງ IBERD, ປະເທດໄທ.
ສະຖາບັນອຸດສາຫະກໍາ ແລະ ການຄ້າ (ສອຄ – IIC), ກະຊວງອຸດສາຫະກໍາ ແລະ ການຄ້າ ຮັບຜິດຊອບການຄົ້ນຄວ້າ, ສະໜອງການຝຶກອົບຮົມ, ພັດທະນານະໂຍບາຍ ແລະ ຍຸດທະສາດທີ່ກ່ຽວຂ້ອງເຖິງອຸດສາຫະກຳ ແລະ ການຄ້າ ຢູ່ ສປປ ລາວ.
ສະຖາບັນວິໄຈ ແລະ ພັດທະນາເສດຖະກິດການຄ້າ (IBERD) ເປັນສະຖາບັນທີ່ໃຫ້ບໍລິການກ່ຽວກັບການວິໄຈນະວັດຕະກໍາ ໃນຂະແໜງການຕ່າງໆ ເຊັ່ນ: ດ້ານອຸດສາຫະກໍາ, ການຈັດຝຶກອົບຮົມໃນຫົວຂໍ້ຕ່າງໆ ທີ່ຕິດພັນກັບວຽກງານດ້ານເສດຖະກິດ-ການຄ້າ, ການຄ້າທາງອີເລັກໂຕຣນິກ ແລະ ນະວັດຕະກໍາ ເພື່ອນໍາໄປສູ່ການຕໍ່ຍອດທາງທຸລະກິດ-ການຄ້າ ໂດຍສະເພາະແມ່ນການຈັດຝຶກອົບຮົມຜ່ານລະບົບອີເລັກໂຕຣນິກ.
ທັງສອງສະຖາບັນ ໄດ້ວາງແຜນຮ່ວມມືໃນອະນາຄົດ ກ່ຽວກັບການຄົ້ນຄວ້າ ແລະ ການຝຶກອົບຮົມ ໄລຍະສັ້ນ ເພື່ອຍົກລະດັບ ການຫັນເປັນດິຈິຕອນ ແລະ ການແກ້ໄຂບັນຫາຂອງທຸລະກິດ. ຜ່ານມາ IIC ໄດ້ລົງນາມໃນ MOU ດ້ານວິຊາການກັບ 4 ສະຖາບັນໃນປະເທດໄທ ເພື່ອການຄົ້ນຄວ້າ ແລະ ການຝຶກອົບຮົມຮ່ວມກັນໃນຫົວຂໍ້ຕ່າງໆທີ່ກ່ຽວຂ້ອງກັບ e-commerce ແລະ ການພັດທະນາຜູ້ປະກອບການ.

 403 total views,  6 views today

Happy
Happy
0 %
Sad
Sad
0 %
Excited
Excited
0 %
Sleppy
Sleppy
0 %
Angry
Angry
0 %
Surprise
Surprise
100 %

Average Rating

5 Star
0%
4 Star
0%
3 Star
0%
2 Star
0%
1 Star
0%

Leave a Reply

Your email address will not be published. Required fields are marked *

Social media & sharing icons powered by UltimatelySocial