ຂ່າວລ່າສຸດ

1 1

ວິທະຍາໄລການຄ້າ, ສະຖາບັນອຸດສາຫະກຳ ແລະ ການຄ້າ, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຮ່ວມພິທີລົງນາມບົດບັນທຶກຄວາມເຂົ້າໃຈ (MOU) ຢ່າງເປັນທາງການ ກັບ ວິທະຍາໄລເຕັກນິກ-ວິຊາຊີບ ວີຕ້າ ໃນວັນທີ 21/08/2023 ທີ່ VITA Vocational College. ທ່ານ ປອ ແກ້ວມໍລະກົດ ສິດລາກອນ, ຫົວໜ້າ ສອຄ, ກະຊວງ ອຄ ແລະ ທ່ານ ເຊີນ​ ຊິເສີນ, ຜູ້ອຳນວຍການວິທະຍາໄລວິຊາຊີບວີຕ້າ, ຫົວຫນ້າເຂດເສດຖະກິດ ນິຄົມອຸດສາຫະກຳ​ ແລະ​ ການຄ້າ​ ວຽງຈັນ-ໂນນທອງ ໄດ້ຮ່ວມລົງນາມ ໃນເອກະສານ MOU ດັ່ງກ່າວ.

ງານດັ່ງກ່າວ, ໄດ້ຈັດຂຶ້ນຢູ່ວິທະຍາເຂດ ວິທະຍາໄລເຕັກນິກວິຊາຊີບ VITA ທີ່ມີຊື່ສຽງ, ເປັນຂີດໝາຍການເລີ່ມຕົ້ນ ຂອງການພົວພັນຄູ່ຮ່ວມມືຍຸດທະສາດ ເພື່ອແນໃສ່ຊຸກຍູ້ການຮ່ວມມື ແລະ ສົມທົບກັນລະຫວ່າງ 2 ສະຖາບັນ. ບົດ​ບັນທຶກ​ຊ່ວຍ​ຈຳ​ໝາຍ​ເຖິງ​ຄຳ​ໝັ້ນ​ສັນຍາ​ຮ່ວມກັນ ​ໃນ​ການ​ເພີ່ມ​ທະວີ​ບັນດາ​ໂຄງການ​ຝຶກ​ອົບຮົມ​ວິຊາ​ຊີບ ​ແລະ ຮັດແໜ້ນລະຫວ່າງ​ນັກ​ສຶກສາ ​ແລະ ອຸດສາຫະກຳ.

ພາຍໃຕ້ຂໍ້ຕົກລົງດັ່ງກ່າວ, ທັງສອງວິທະຍາໄລ ຈະແລກປ່ຽນ ແລະ ຮ່ວມມື ສະໜອງຄວາມຊ່ຽວຊານ, ຊັບພະຍາກອນມະນຸດ ແລະ ປຶກສາແນະນຳກັນ. ດ້ວຍການໝູນໃຊ້ເຄືອຂ່າຍອຸດສາຫະກຳ ແລະ ຄວາມຮູ້ທີ່ກວ້າງຂວາງ, ມຸ່ງໄປເຖິງການສະໜອງໃຫ້ນັກສຶກສາວິທະຍາໄລ ມີທັກສະ ແລະ ຄວາມຮູ້ທີ່ຈຳເປັນ ເພື່ອພັດທະນາຕະຫຼາດວຽກເຮັດງານທຳ ຢ່າງຕໍ່ເນື່ອງ. ລວມທັງ ອຳນວຍຄວາມສະດວກໃຫ້ແກ່ການຝຶກງານ ແລະ ການຮ່ວມມືຄົ້ນຄວ້າ, ຊ່ວຍໃຫ້ນັກສຶກສາ ໄດ້ສຳຜັດຕົວຈິງ ແລະ ເຂົ້າໃຈ ໃນຂະແໜງອຸດສາຫະກຳຕ່າງໆ.

 

English version

The College of Commerce, Institute of Industry and Commerce, Ministry of Industry and Commerce, and VITA Vocational College recently held a signing ceremony for a Memorandum of Understanding (MOU) on August 21, 2023. The event, hosted at VITA Vocational College, marked the beginning of a strategic partnership focused on promoting cooperation and collaboration. The MOU signifies a joint commitment to enhancing vocational training programs and strengthening the connection between students and the industry. Both institutions will exchange expertise, resources, and support, leveraging their industry networks to equip students with the skills and knowledge necessary to excel in the evolving job market. This collaboration will include opportunities for internships and research collaborations, providing students with firsthand experience in various industries.

 

 

 

 

 

 

#PartnershipforEducation #VocationalTraining #IndustryCollaboration #SkillsDevelopment #JobMarketPreparation #MOUSigning #CooperationandCollaboration #VITAandCommerceCollaboration #BridgingAcademiaandIndustry #InternshipOpportunities #ResearchCollaborations

#ການສຶກສາ
#ຄູ່ຮ່ວມງານເພື່ອການສຶກສາ
# ຝຶກອົບຮົມວິຊາຊີບ
#ການ​ຮ່ວມ​ມື​ອຸດ​ສາ​ຫະ​ກໍາ​
#ການພັດທະນາທັກສະ
#ການກຽມງານຕະຫຼາດນັດ
#ການລົງທືນ
#ການ​ຮ່ວມ​ມື​ແລະ​ການ​ຮ່ວມ​ມື​
#ການຮ່ວມມືດ້ານການຄ້າ
#VITAandCommerceCollaboration

#BridgingAcademiaandIndustry
#ອຸດສາຫະກຳ
#ໂອກາດການຝຶກງານ
#ການຄົ້ນຄວ້າຮ່ວມມື

 

 

 

 

 

 

 534 total views,  3 views today

Happy
Happy
0 %
Sad
Sad
0 %
Excited
Excited
0 %
Sleppy
Sleppy
0 %
Angry
Angry
0 %
Surprise
Surprise
100 %

Average Rating

5 Star
0%
4 Star
0%
3 Star
0%
2 Star
0%
1 Star
0%

Leave a Reply

Your email address will not be published. Required fields are marked *

Social media & sharing icons powered by UltimatelySocial