ຂ່າວລ່າສຸດ

0 0

ໃນລະຫວ່າງວັນທີ 15-16 ພະຈິກ 2021 ສະຖາບັນອຸດສາຫະກຳ ແລະ ການຄ້າ ຮ່ວມກັບກົມສົ່ງເສີມການຄ້າ ໄດ້ຈັດກອງປະຊຸມສໍາມະນາອອນລາຍ ຜ່ານ ZOOM ໃນຫົວຂໍ້ “ການພັດທະນາຜູ້ປະກອບການຜ່ານການສົ່ງເສີມການຄ້າທາງເອເລັກໂຕຣນິກ” (Entrepreneurship Development through E-Commerce Promotion) ຈຸດປະສົງຂອງການສຳມະນາໃນຄັ້ງນີ້ ແມ່ນເພື່ອຊຸກຍູ້ສົ່ງເສີມ, ສ້າງຄວາມເຂັ້ມແຂງໃຫ້ແກ່ຜູ້ປະກອບການທຸລະກິດ SMEs ຂອງລາວໃຫ້ສາມາດເຂົ້າເຖິງຕະຫຼາດພາຍໃນ ແລະ ຕ່າງປະເທດ ໂດຍຜ່ານການນໍາໃຊ້ platform E-commerce ຈາກນັກບັນຍາຍທີ່ມີປະສົບປະການດ້ານທຸລະກິດອອນລາຍ, ໂດຍການເປັນປະທານຂອງ ທ່ານ ປອ ແກ້ວມໍລະກົດ ສິດລາກອນ, ຮັກສາການຫົວໜ້າສະຖາບັນອຸດສາຫະກຳ ແລະ ການຄ້າ ແລະ ທ່ານ ນາງ ຮາວ ເວິນ ຜູ້ປະສານງານໂຄງການ, ກົມອຳນວຍຄວາມສະດວກດ້ານການຄ້າ ແລະ ການລົງທຶນ, ສະຖາບັນແມ່ນໍ້າຂອງ ແຫ່ງຮາດຊະອານາຈັກໄທ. ກອງປະຊຸມສຳມະນາໃນຄັ້ງນີ້ແມ່ນໄດ້ຮັບກຽດຈາກນັກບັນຍາຍຈາກພາກສ່ວນຕ່າງໆ ທີ່ກ່ຽວຂ້ອງ ໄດ້ມີການນຳສະເໜີ ຮູບແບບຂອງການຄ້າເອເລັກໂຕຣນິກ, ການຕະຫຼາດອອນລາຍຂອງການຄ້າເອເລັກໂຕຣນິກ, ທຸລະກິດຂົນສົ່ງສິນຄ້າ ຂອງການຄ້າເອເລັກໂຕຣນິກ, ຜົນກະທົບຂອງ ໂຄວິດ-19 ໃນການຂະຫຍາຍຕົວຂອງ ການຄ້າເອເລັກໂຕນິກ ໃນ ສປປ ລາວ, ການເງິນສຳລັບການຄ້າເອເລັກໂຕຣນິກ, ການແລກປ່ຽນແຊປະສົບການກ່ຽວກັບການຄ້າເອເລັກໂຕຣນິກ ນັກສຳມະນາກອນເຂົ້າຮ່ວມໃນຄັ້ງນີ້ ແມ່ນມາຈາກພາກລັດຂອງຂະແໜງອຸດສາຫະກຳແລະການຄ້າ, ຜູ້ປະກອບການທຸລະກິດ e-commerce, ຫົວໜ່ວຍສິນຄ້າໂອດອບ, ທະນາຄານ ແລະ ບໍລິສັດຂົນສົ່ງ ລວມທັງບັນດາອາຈານ ແລະ ນັກສຶກສາ ຈໍານວນໜຶ່ງ ລວມຜູ້ເຂົ້າຮ່ວມທັງໝົດຈຳນວນ 50 ທ່ານ.

 1,109 total views,  1 views today

Happy
Happy
0 %
Sad
Sad
0 %
Excited
Excited
0 %
Sleppy
Sleppy
0 %
Angry
Angry
0 %
Surprise
Surprise
100 %

Average Rating

5 Star
0%
4 Star
0%
3 Star
0%
2 Star
0%
1 Star
0%

Leave a Reply

Your email address will not be published. Required fields are marked *

Social media & sharing icons powered by UltimatelySocial