ຂ່າວລ່າສຸດ

0 0

ບໍ່ມີປະເທດໃດ ກາຍເປັນປະເທດຮັ່ງມີ ພຽງແຕ່ “ກະສິກຳ” ເທົ່ານັ້ນ

ກໍລະນີສຶກສາ ປະເທດ ບຣາຊິລ

ການກະເສດ/ກະສິກຳ ແມ່ນມີຄວາມສໍາຄັນຫຼາຍ ສໍາລັບ Brazil ບໍ່ຕ້ອງສົງໃສ, ແຕ່ຖ້າ ຕ້ອງການຄວາມອຸດົມສົມບູນ ໃນໄລຍະຍາວ, ແມ່ນບໍ່ສາມາດເອົາໄຂ່ທັງຫມົດ ໄວ້ໃນກະຕ່າກະສິກໍາອັນດຽວ. ຂະນະ​ທີ່​ ພືດພັນ ຜົນລະປູກ ​ແລະ ການລ້ຽງງົວ  ໄດ້​ຮັບກຳໄລຫລາຍ ໃນ​ປະຈຸ​ບັນ, ແຕ່ການ​ເພິ່ງ​ພາ​ອາ​ໄສ ຂະແໜງສິນຄ້າກະສິກຳ​  ແມ່ນກເປັນ​ສິ່ງ​ທ້າ​ທາຍ.

 

ການກະເສດ/ກະສິກຳ ອີງໃສ່ ສະພາບອາກາດ ແລະ ລາຄາ ຕະຫລາດໂລກ ແມ່ນຢູ່ນອກເຫນືອການຄວບຄຸມ ຂອງຊາວກະສິກອນ, ຊຶ່ງເຮັດໃຫ້ການກະເສດ ປັບໂຕຂຶ້ນໆ ແລະ ລົງໆ. ແລະ ສ່ວນຫຼາຍຟາມກະເສດຂອງບຣາຊິລ ແມ່ນຍັງເປັນຟາມນ້ອຍໆ ທີ່ມີເທັກໂນໂລຍີ ທີ່ຫລ້າຫລັງ ແລະ ລ້າສະໄໝ, ສະນັ້ນມັນເປັນເລື່ອງຍາກ ທີ່ຈະຂະຫຍາຍ ແລະ ເພີ່ມປະສິດທິພາບການຜະລິດ. ຊຶ່ງຖ້າທຽບໃສ່ ​ບັນ​ດາ​ປະ​ເທດ​ອາ​ເມ​ລິ​ກາ​ໃຕ້ ແລະ ​ອາ​ຟ​ຣິ​ກາ​ໃຕ້​ອື່ນໆ.

​ໃນ​ຂະນະ​ດຽວກັນນັ້ນ, ບັນດາ​ປະ​ເທດ​ອຸດສາຫະກຳ​ ຄື ອາ​ເມ​ລິ​ກາ, ​ເຢຍລະ​ມັນ ​ແລະ ຍີ່​ປຸ່ນ ​ໄດ້​ ຂະຫຍາຍ​ ອອກ​ນອກ​ບັນດາ​ຂົງ​ເຂດ​ກະສິກຳດັ່ງກ່າວ ເຂົ້າ​ສູ່​ບັນດາ​ໂຮງຈັກໂຮງງານ, ພື້ນຖານ​ໂຄງ​ລ່າງ ​ແລະ ນະ​ວັດຕະກຳ. ຄວາມຫຼາກຫຼາຍນີ້ ສ້າງຜົນສຳເລັດທີ່ເຊື່ອຖື ໄດ້ຫຼາຍຂຶ້ນ. ດັ່ງນັ້ນ, ຖ້າ ຕ້ອງການຂະຫຍາຍການເຕີບໂຕ ຂອງເສດຖະກິດ ໃຫ້ຮັ່ງມີ, ຈໍາເປັນຕ້ອງເລີ່ມຕົ້ນ ການເຄື່ອນຍ້າຍຊັບພະຍາກອນ ໄປສູ່ກິດຈະກໍາ ທີ່ມີຄຸນຄ່າສູງ.

ຖ້ານຳເອົາ ກົນຈັກ ໂຮງງານຜະລິດໃຫມ່ ແລະ ທັກສະການຄ້າທີ່ມີຄວາມຊໍານິຊໍານານ, ປັບປຸງການເຊື່ອມໂຍງການຂົນສົ່ງ, ການເລີ່ມຕົ້ນ ພັດທະນາ ແລະ ຂະຫຍາຍ ເຕັກໂນໂລຊີ  ເຂົ້າໄປໃນປະເພດທຸລະກິດເຫຼົ່ານີ້ ຈະເຮັດໃຫ້ເກີດການເຕີບໂຕ ຢ້າງກ້າວກະໂດດ. ສິນຄ້າ ອາດຈະດຶງດູດເງິນຫລາຍເພີ່ມຂຶ້ນ, ແຕ່ການຂາດຄວາມກ້າວຫນ້າ ໃນຂະແຫນງການຄ້າອື່ນໆ ແມ່ນອາດຂາດຜົນສໍາເລັດທີ່ແທ້ຈິງ. ພຽງແຕ່ການປູກເມັດພືດ ແລະ ມີຊີ້ນງົວຫຼາຍ ຈະບໍ່ສ້າງເສັ້ນທາງການເຕີບໂຕ ໃນໄລຍະຍາວ ເພື່ອຄວາມຮັ່ງມີ. ການສະຫນັບສະຫນູນອຸດສາຫະກໍາເພີ່ມຂຶ້ນ  ນອກເຫນືອຈາກກະສິກໍາ ແມ່ນສໍາຄັນ!

 

 

 

 

 2,115 total views,  29 views today

Happy
Happy
0 %
Sad
Sad
0 %
Excited
Excited
0 %
Sleppy
Sleppy
0 %
Angry
Angry
0 %
Surprise
Surprise
0 %

Average Rating

5 Star
0%
4 Star
0%
3 Star
0%
2 Star
0%
1 Star
0%

Leave a Reply

Your email address will not be published. Required fields are marked *

Social media & sharing icons powered by UltimatelySocial