ໃນວັນທີ 11 ມິຖຸນາ 2021 ທີ່ສະຖາບັນຄົ້ນຄວ້າເສດຖະກິດອຸດສາຫະກໍາ ແລະ ການຄ້າ, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດພິທີມອບ-ຮັບ ໜ້າທີ່ວຽກງານລັດຖະການ ລະຫວ່າງ ທ່ານ ສີລິສຳພັນ ວໍຣະຈິດ, ຫົວໜ້າສະຖາບັນ, ຜູ້ເກົ່າ ແລະ ທ່ານ ປອ ແກ້ວມໍລະກົດ ສິດລາກອນ, ຮັກສາການແທນຫົວໜ້າສະຖາບັນ ເພື່ອສືບຕໍ່ຊີນຳ-ນຳພາ ແລະ ຄຸ້ມຄອງ-ບໍລິຫານວຽກງານຂອງສະຖາບັນຄົ້ນຄວ້າເສດຖະກິດອຸດສາຫະກຳ ແລະ ການຄ້າ, ກະຊວງອຸດສາຫະກຳ ແລະ ການຄ້າ ທີ່ການຈັດຕັ້ງໄດ້ມອບໝາຍໃຫ້, ທັງປະຕິບັດພາລະບົດບາດ, ໜ້າທີ່ ແລະ ຂອບເຂດສິດ ທີ່ໄດ້ລະບຸໄວ້ໃນຂໍ້ຕົກລົງ ສະບັບເລກທີ 1550/ອຄ, ລົງວັນທີ 31 ສິງຫາ 2016.
ພິທີມອບ-ຮັບໜ້າທີ່ຄັ້ງນີ້ ໄດ້ຈັດຂຶ້ນໂດຍການເຂົ້າຮ່ວມເປັນສັກຂີພິຍານ ຂອງ ທ່ານ ຄໍາແພງ ໄຊສົມແພງ, ກໍາມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ແລະ ພະນັກງານ-ລັດຖະກອນຂອງສະຖາບັນຄົ້ນຄວ້າເສດຖະກິດອຸດສາຫະກໍາ ແລະ ການຄ້າ ແລະ ແຂກຖືກເຊີນຈາກບາງກົມອ້ອມຂ້າງກະຊວງອຸດສາຫະກຳ ແລະ ການຄ້າ.
ພ້ອມນີ້, ກໍ່ໄດ້ຊົມເຊີຍຜົນງານດີເດັ່ນທີ່ຍາດມາໄດ້ ຂອງທ່ານຫົວໜ້າ ສສອຄ ຜູ້ເກົ່າ ໃນການປະກອບສ່ວນວຽກງານຕະຫຼອດໄລຍະຜ່ານມາ ແລະ ໄດ້ໃຫ້ຄໍາໂອວາດ ແກ່ຮັກສາການແທນຫົວໜ້າສະຖາບັນ ໃຫ້ເອົາໃຈໃສ່ໃນການຊີ້ນຳນຳພາ, ມີຄວາມໜັກແໜ້ນຍົກສູງຄວາມເປັນແບບຢ່າງການນໍາພາທາງດ້ານການເມືອງ-ແນວຄິດ, ການຈັດຕັ້ງ, ຄຸນສົມບັດສິນທໍາປະຕິວັດ, ຕ້ານປະກົດການຫຍໍ້ທໍ້ຕ່າງໆ ເພີ່ມທະວີຄວາມສາມັກຄີພາຍໃນ ແລະ ພາຍນອກຢ່າງກວ້າງຂວາງດ້ວຍຄວາມຮັບຜິດຊອບສູງ ເພື່ອເຮັດສຳເລັດໜ້າທີ່ໃນວຽກງານທີ່ຖືກມອບໝາຍ.
3,280 total views, 1 views today
Average Rating