ຂ່າວລ່າສຸດ

0 0

ໃນວັນທີ 11 ມິຖຸນາ 2021 ທີ່ສະຖາບັນຄົ້ນຄວ້າເສດຖະກິດອຸດສາຫະກໍາ ແລະ ການຄ້າ, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດພິທີມອບ-ຮັບ ໜ້າທີ່ວຽກງານລັດຖະການ ລະຫວ່າງ ທ່ານ ສີລິສຳພັນ ວໍຣະຈິດ, ຫົວໜ້າສະຖາບັນ, ຜູ້ເກົ່າ ແລະ ທ່ານ ປອ ແກ້ວມໍລະກົດ ສິດລາກອນ, ຮັກສາການແທນຫົວໜ້າສະຖາບັນ ເພື່ອສືບຕໍ່ຊີນຳ-ນຳພາ ແລະ ຄຸ້ມຄອງ-ບໍລິຫານວຽກງານຂອງສະຖາບັນຄົ້ນຄວ້າເສດຖະກິດອຸດສາຫະກຳ ແລະ ການຄ້າ, ກະຊວງອຸດສາຫະກຳ ແລະ ການຄ້າ ທີ່ການຈັດຕັ້ງໄດ້ມອບໝາຍໃຫ້, ທັງປະຕິບັດພາລະບົດບາດ, ໜ້າທີ່ ແລະ ຂອບເຂດສິດ ທີ່ໄດ້ລະບຸໄວ້ໃນຂໍ້ຕົກລົງ ສະບັບເລກທີ 1550/ອຄ, ລົງວັນທີ 31 ສິງຫາ 2016.

ພິທີມອບ-ຮັບໜ້າທີ່ຄັ້ງນີ້ ໄດ້ຈັດຂຶ້ນໂດຍການເຂົ້າຮ່ວມເປັນສັກຂີພິຍານ ຂອງ ທ່ານ ຄໍາແພງ ໄຊສົມແພງ, ກໍາມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ແລະ ພະນັກງານ-ລັດຖະກອນຂອງສະຖາບັນຄົ້ນຄວ້າເສດຖະກິດອຸດສາຫະກໍາ ແລະ ການຄ້າ ແລະ ແຂກຖືກເຊີນຈາກບາງກົມອ້ອມຂ້າງກະຊວງອຸດສາຫະກຳ ແລະ ການຄ້າ.

ພ້ອມນີ້, ກໍ່ໄດ້ຊົມເຊີຍຜົນງານດີເດັ່ນທີ່ຍາດມາໄດ້ ຂອງທ່ານຫົວໜ້າ ສສອຄ ຜູ້ເກົ່າ ໃນການປະກອບສ່ວນວຽກງານຕະຫຼອດໄລຍະຜ່ານມາ ແລະ ໄດ້ໃຫ້ຄໍາໂອວາດ ແກ່ຮັກສາການແທນຫົວໜ້າສະຖາບັນ  ໃຫ້ເອົາໃຈໃສ່ໃນການຊີ້ນຳນຳພາ, ມີຄວາມໜັກແໜ້ນຍົກສູງຄວາມເປັນແບບຢ່າງການນໍາພາທາງດ້ານການເມືອງ-ແນວຄິດ, ການຈັດຕັ້ງ, ຄຸນສົມບັດສິນທໍາປະຕິວັດ, ຕ້ານປະກົດການຫຍໍ້ທໍ້ຕ່າງໆ ເພີ່ມທະວີຄວາມສາມັກຄີພາຍໃນ ແລະ ພາຍນອກຢ່າງກວ້າງຂວາງດ້ວຍຄວາມຮັບຜິດຊອບສູງ ເພື່ອເຮັດສຳເລັດໜ້າທີ່ໃນວຽກງານທີ່ຖືກມອບໝາຍ.

 

 

 

 1,886 total views,  5 views today

Happy
Happy
100 %
Sad
Sad
0 %
Excited
Excited
0 %
Sleppy
Sleppy
0 %
Angry
Angry
0 %
Surprise
Surprise
0 %

Average Rating

5 Star
0%
4 Star
0%
3 Star
0%
2 Star
0%
1 Star
0%

Leave a Reply

Your email address will not be published. Required fields are marked *

Social media & sharing icons powered by UltimatelySocial