ຂ່າວລ່າສຸດ

0 0

ກອງປະຊຸມ ປຶກສາຫາລື ແລະ ເຜິຍແຜ່ບົດຄົ້ນຄວ້າ ຫົວຂໍ້ “ເສີມສ້າງການຄ້າເອເລັກໂຕຣນິກ ເພື່ອສົ່ງເສີມຮູບແບບທຸລະກິດສູ່ທຸລະກິດ ແລະ ທຸລະກິດສູ່ຜູ້ບໍລິໂພກ ໃນເຂດການຄ້າເສລີ ອາຊຽນ-ຮົງກົງ” ໄດ້ຈັດຂຶ້ນທີ່ ນະຄອນຫລວງວຽງຈັນ ໃນລະຫວ່າງວັນທີ 3-4 ພະຈິກ 2022 ໂດຍໃຫ້ກຽດ ກ່າວເປີດຂອງ ທ່ານ ບຸນເຖິງ ດວງສະຫວັນ ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ສປປ ລາວ, ມີນັກຄົ້ນຄວ້າຈາກບັນດາປະເທດສະມາຊິກອາຊຽນ, ແຂກຮັບເຊີນຈາກກະຊວງທີ່ກ່ຽວຂ້ອງ ແລະ ສະພາການຄ້າ ແລະ ອຸດສາຫະກຳ ເຂົ້າຮ່ວມ.
ໃນກອງປະຊຸມດັ່ງກ່າວ, ທ່ານ ປອ ແກ້ວມໍລະກົດ ສິດລາກອນ. ຫົວໜ້າສະຖາບັນອຸດສາຫະກໍາ ແລະ ການຄ້າ ໃນນາມປະທານກອງປະຊຸມ ຄັ້ງນີ້ ໄດ້ກ່າວຕ້ອນຮັບຕ້ອນຮັບບັນດາຜູ້ແທນຂອງອາຊຽນ ແລະ ແຂກທີ່ຖືກເຊີນ ທີ່ເຂົ້າຮ່ວມກອງປະຊຸມ. ໃນນັ້ນ ທ່ານໄດ້ສະແດງຄວາມຂອບໃຈນັກຄົ້ນຄວ້າຂອງອາຊຽນ ແລະ ຮົງກົງ (ສປ ຈີນ) ຜູ້ໃຫ້ທຶນສະຫນັບສະຫນູນໂຄງການນີ້

 

 866 total views,  5 views today

Happy
Happy
0 %
Sad
Sad
0 %
Excited
Excited
0 %
Sleppy
Sleppy
0 %
Angry
Angry
0 %
Surprise
Surprise
0 %

Average Rating

5 Star
0%
4 Star
0%
3 Star
0%
2 Star
0%
1 Star
0%

Leave a Reply

Your email address will not be published. Required fields are marked *

Social media & sharing icons powered by UltimatelySocial