ຂ່າວລ່າສຸດ

0 1

ສະຖາບັນອຸດສາຫະກຳ ແລະ ການຄ້າ ກະຊວງ ອຸດສາຫະກຳ ແລະ ການຄ້າ ຮ່ວມກັບກັບກົມສົ່ງເສີມ ແລະ ປະຢັດພະລັງງານ, ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ຈັດກອງປະຊຸມສໍາມະນາອອນລາຍ ຜ່ານ ZOOM ໃນຫົວຂໍ້ “ການນຳໃຊ້ໂຊລາເຊວ ສຳລັບຟາມກະເສດຂະໜາດນ້ອຍ” (Solar cell Utilization for small-scale farm In Laos) ໃນລະຫວ່າງວັນທີ 1-2 ກຸມພາ 2023 ໂດຍມີຈຸດປະສົງຂອງການສຳມະນາໃນຄັ້ງນີ້ ແມ່ນເພື່ອສ້າງຄວາມເຂົ້າໃຈ, ແລກປ່ຽນ ແລະ ປຶກສາຫາລື ລະຫວ່າງທຸລະກິດ SMEs, ພາກລັດ, ນັກບັນຍາຍທີ່ມີປະສົບການດ້ານພະລັງງານ ໂຊລາເຊວ ທັງທິດສະດີ ແລະ ພາກປະຕິບັດຕົວຈິງ ທີ່ຕິດພັນກັບກະສິກຳ, ໂດຍການເປັນປະທານຮ່ວມຂອງ ທ່ານ ປອ ແກ້ວມໍລະກົດ ສິດລາກອນ, ຫົວໜ້າສະຖາບັນອຸດສາຫະກຳ ແລະ ການຄ້າ ແລະ ທ່ານ ຫຸມແພງ ເທື້ອບຸນມີ, ຮອງຫົວໜ້າ ກົມສົ່ງເສີມ ແລະ ປະຢັດພະລັງງານ, ກະຊວງພະລັງງານແລະບໍແຮ່ ແລະ ທ່ານ ນາງ Tina Wang, ຜູ້ຈັດການໂຄງການ. ສະຖາບັນແມ່ນໍ້າຂອງ (MI), ສະຖາບັນແມ່ນໍ້າຂອງ (Mekong Institute : MI) ແຫ່ງຮາດຊະອານາຈັກໄທ.

ກອງປະຊຸມສຳມະນາໃນຄັ້ງນີ້ແມ່ນໄດ້ຮັບກຽດຈາກນັກບັນຍາຍຈາກພາກສ່ວນຕ່າງໆ ທີ່ກ່ຽວຂ້ອງ ໄດ້ມີການນຳສະເໜີຕະຫຼາດໂຊລາເຊວ, ການສົ່ງເສີມ ແລະ ການພັດທະນາ ໂຊລາເຊວ, IOT (ໂຊລາເຊວ) ສຳລັບກະສິກຳ, ເຄື່ອງ(ຕູ້)ອົບແຫ້ງພະລັງງານແສງຕາເວັນ, ການຈັດຕັ້ງປະຕິບັດ ແລະ ແຜນການ ລະບົບໂຊລາເຊວ ຂອງບໍລິສັດໄຟຟ້າລາວ (EDL), ການໃຫ້ບໍລິການ ໂຊລາເຊວ ແລະ ປ້ໍາໂຊລາເຊວ, ການແຊປະສົບການການນຳໃຊ້ໂຊລາເຊລເຂົ້າໃນກະສິກຳ ຂອງ ກຸ່ມໝູ່ບ້ານໂຄກຊາຍ, ກຸ່ມໝູ່ບ້ານໜອງດາ ແລະ ກຸ່ມໝູ່ບ້ານທ່າຊ້າງ ນະຄອນຫຼວງວຽງຈັນ.

ນັກສຳມະນາກອນເຂົ້າຮ່ວມໃນຄັ້ງນີ້ ແມ່ນມາຈາກພາກລັດຂອງຂະແໜງພະລັງງານ, ຂະແໜງອຸດສາຫະກຳແລະການຄ້າ, ຜູ້ປະກອບການທຸລະກິດໂຊລາເຊວ, ຊາວກະເສດກະສິກອນ ແລະ ປະຊາຊົນທົ່ວໄປ ລວມທັງບັນດາອາຈານ ແລະ ນັກສຶກສາ ຈໍານວນໜຶ່ງ ລວມຜູ້ເຂົ້າຮ່ວມທັງໝົດຈຳນວນ 35 ທ່ານ.

 

 

 

 

 2,376 total views,  4 views today

Happy
Happy
0 %
Sad
Sad
100 %
Excited
Excited
0 %
Sleppy
Sleppy
0 %
Angry
Angry
0 %
Surprise
Surprise
0 %

Average Rating

5 Star
0%
4 Star
0%
3 Star
0%
2 Star
0%
1 Star
0%

Leave a Reply

Your email address will not be published. Required fields are marked *

Social media & sharing icons powered by UltimatelySocial