ຂ່າວລ່າສຸດ

0 1

ກະຊວງອຸກສາຫະກຳ ແລະ ການຄ້າ ໄດ້ຈັດຊຸດອົບຮົມ ຝຶກພະນັກງານອຸດສາຫະກຳ ແລະ ການຄ້າ ຂັ້ນເມືອງ ທົ່ວປະເທດຄັ້ງທີ XI ພາຍໃຕ້ຫົວຂໍ້ “ສ້າງຄວາມເຂັ້ມແຂງວຽກງານອຸດສາຫະກຳ ແລະ ການຄ້າ ໃຫ້ພະນັກງານອຸດສາຫະກຳ ແລະ ການຄ້າ ຂັ້ນເມືອງ” ລະຫວ່າງວັນທີ 29-31 ມີນາ 2023, ທີ່ສະຖາບັນ ອຸດສາຫະກຳ ແລະ ການຄ້າ, ນະຄອນຫຼວງວຽງຈັນ. ພາຍໃຕ້ການເປັນປະທານຂອງທ່ານ ບຸນເຖິງ ດວງສະຫວັນ, ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ.

ການຈັດຊຸດອົບຮົມ ຝຶກພະນັກງານອຸດສາຫະກຳ ແລະ ການຄ້າ ຂັ້ນເມືອງ ທົ່ວປະເທດຄັ້ງນີ້ ແມ່ນແນໃສ່ ປັບປຸງຄວາມຮູ້ ແລະ ຄວາມເຂົ້າໃຈຂອງພະນັກງານໃນຂະແໜງອຸດສາຫະກຳ ແລະ ການຄ້າ ໂດຍສະເພາະຂັ້ນເມືອງ ກ່ຽວກັບສະພາບຕົວຈິງ, ວຽກງານການຄ້າ, ວຽກງານການເຊື່ອມໂຍງການຄ້າ, ແລະ ໂອກາດທາງການຄ້າທີ່ມີຢູ່ ໃນໄລຍະປະຈຸບັນ ພ້ອມທັງຊອກຫາຊ່ອງທາງທາງດ້ານການຄ້າ ເພື່ອຍາດແຍ່ງຜົນປະໂຫຍດຈາກການເຊື່ອມໂຍງການຄ້າ ແລະ ການປັບຕົວເຂົ້າໃຫ້ທັນກັບສະພາບການປ່ຽນແປງເສດຖະກິດໃນປັດຈຸບັນ.

ການຝຶກອົບຮົມຄັ້ງນີ້ ໄດ້ເຕົ້າໂຮມຜູ້ເຂົ້າຮ່ວມທັງໝົດ 32 ທ່ານ ທີ່ມາຈາກ 32 ພະນັກງານຂັ້ນເມືອງຈາກທົ່ວປະເທດ ແລະ ຜູ້ເຂົ້າຮ່ວມ ໄດ້ຮຽນຮູ້ກ່ຽວກັບຫົວຂໍ້ຕ່າງໆ ເຊັ່ນ: ຄວາມຮູ້ພື້ນຖານຂອງການເປັນນັກບັນຍາຍ, ການຄຸ້ມຄອງໂຮງງານ ແລະ ສິ່ງແວດລ້ອມ, ວຽກງານສົ່ງເສີມຫັດຖະກໍາ, ວຽກງານຈັດຕັ້ງ ແລະ ພະນັກງານ, ວຽກງານຊັບສິນທາງປັນຍາ, ວຽກງານມາດຕະຖານ ແລະ ວັດແທກ, ອີຄອມເມີສ, ຂັ້ນຕອນ ແລະ ວິທີເຂົ້າເຖິງແຫຼ່ງທືນສຳລັບ SME, ວຽກງານເຈົ້າໜ້າທີ່ກວດກາການຄ້າ ແລະ ອື່ນໆ.
ກອງປະຊຸມສຳມະນາຄັ້ງນີ້ ຍັງໄດ້ໄປທັດສະນະສຶກສາຢູ່ ກົມມາດຕະຖານ ແລະ ວັດແທກ ເຊິ່ງຜູ້ເຂົ້າຮ່ວມໄດ້ຮຽນຮູ້ເຕັກນິກວິຊາການ ເພື່ອນຳໄປຈັດຕັ້ງປະຕິບັດຢູ່ບັນດາເມືອງຂອງຕົນ. ການຝຶກອົບຮົມແມ່ນມີຄວາມສຳຄັນຫຼາຍ ເພື່ອກະກຽມພະນັກງານໃນຂະແໜງອຸດສາຫະກຳ ແລະ ການຄ້າ ໃຫ້ມີຄວາມຮູ້ ແລະ ຄວາມສາມາດທີ່ຈຳເປັນ ເພື່ອເຮັດຫນ້າທີ່ຂອງຕົນໃຫ້ມີຄວາມກ້າວໜ້າ ແລະ ເພື່ອຮັບມືກັບສິ່ງທ້າທາຍໃຫມ່ ແລະ ການເຊື່ອມໂຍງວຽກງານການຄ້າ ທີ່ນັບມື້ນັບຫຼາຍຂຶ້ນ.

 

 

 

 

 

 13,246 total views,  7 views today

Happy
Happy
0 %
Sad
Sad
0 %
Excited
Excited
0 %
Sleppy
Sleppy
0 %
Angry
Angry
0 %
Surprise
Surprise
100 %

Average Rating

5 Star
0%
4 Star
0%
3 Star
0%
2 Star
0%
1 Star
0%

Leave a Reply

Your email address will not be published. Required fields are marked *

Social media & sharing icons powered by UltimatelySocial