ຂ່າວລ່າສຸດ

0 0

ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຕ້ອນຮັບຄະນະອາຈານ ແລະ ນັກສຶກສາ ຈາກມະຫາວິທະຍາໄລສຸພານຸວົງ ທີ່ມາທັດສະນະສຶກສາ-ແລກປ່ຽນບົດຮຽນ ໃນວັນທີ 11 ກຸມພາ 2021

ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຕ້ອນຮັບ ແລະ ຈັດກອງປະຊຸມແລກປ່ຽນບົດຮຽນກັບຄະນະອາຈານ ແລະ ນັກສຶກສາ ຈໍານວນ 58 ທ່ານ ຈາກມະຫາວິທະຍາໄລສຸພານຸວົງ ທີ່ມາທັດສະນະສຶກສາ ທີ່ກະຊວງອຸດສາຫະກໍາ ແລະ ການຄ້າ ໃນວັນທີ 11 ກຸມພາ 2021 ໂດຍກອງປະຊຸມດັ່ງກ່າວ ເປັນປະທານໂດຍ ທ່ານ ສີລິສໍາພັນ ວໍຣະຈິດ, ກໍາມະການປະຈໍາພັກກະຊວງ, ຫົວໜ້າສະຖາບັນຄົ້ນຄວ້າເສດຖະກິດອຸດສາຫະກໍາ ແລະ ການຄ້າ ແລະ ເປັນປະທ່ານຮ່ວມໂດຍ ທ່ານ ປອ ທອງພັນ​ ຈັນຖາວອນ, ຄະນະບໍດີ​ ຄະນະເສດຖະສາດ ແລະ​ ການທ່ອງທ່ຽວ. ພ້ອມນີ້, ພະນັກງານກະຊວງອຸດສາຫະກຳ ແລະ ການຄ້າ ຈໍານວນ 36 ທ່ານ ກໍເຂົ້າຮ່ວມກອງປະຊຸມດັ່ງກ່າວ.

ໃນກອງປະຊຸມດັ່ງກ່າວນີ້ ຜູ້ເຂົ້າຮ່ວມໄດ້ຮັບຟັງການບັນຍາຍ ກ່ຽວກັບການຄ້າ ຢູ່ ສປປ ລາວ ໃນ 4 ຫົວຂໍ້ ຄື:

1). ບົດບາດ ແລະ ຄວາມສໍາຄັນຂອງວຽກງານທາງດ້ານການຄ້າຕໍ່ການພັດທະນາເສດຖະກິດຂອງ ສປປ ລາວ;

2). ຜົົນການຈັດຕັ້ງປະຕິບັດທາງດ້ານການຄ້າພາຍໃນ ແລະ ການຄ້າຕ່າງປະເທດ ຂອງ ສປປ ລາວ ໃນໄລຍະທີ່ຜ່ານມາ;

3). ນະໂຍບາຍສົ່ງເສີມທາງດ້ານການຄ້າ ແລະ ການສົ່ງເສີມທາງດ້ານການຜະລິດສິນຄ້າ ໃນ ສປປ ລາວ;

4). ການພົວພັນຮ່ວມມືທາງດ້ານການຄ້າ ກັບ ຕ່າງປະເທດຂອງ ສປປ ລາວ.

ພ້ອມກັນນັ້ນ ກໍ່ໄດ້ມີການປຶກສາຫາລື ແລະ ແລກປ່ຽນຖອດຖອນບົດຮຽນເຊິ່ງກັນ ແລະ ກັນ ຢ່າງເປັນກັນເອງ ໃນພາກປະຕິບັດຕົວຈິງ ທັງຜົນສໍາເລັດ, ສິ່ງທ້າທາຍ ແລະ ທິດທາງຂ້າງໜ້າຂອງກະຊວງອຸດສາຫະກໍາ ແລະ ການຄ້າ ຊຶ່ງທັງໝົດ ແມ່ນເປັນບົດຮຽນ ແລະ ປະໂຫຍດ ໃຫ້ຄະນະຄູອາຈານ ແລະ ນັກສຶກສາ ໃນການສິດສອນ, ການຄົ້ນຄວ້າ-ວິໄຈ ແລະ ການຜັນຂະຫຍາຍນໍາໄປໃຊ້ ສໍາລັບວຽກງານຕົວຈິງດ້ານອື່ນໆ ໃນອະນາຄົດ.

 

 

 3,156 total views,  8 views today

Happy
Happy
0 %
Sad
Sad
0 %
Excited
Excited
0 %
Sleppy
Sleppy
0 %
Angry
Angry
0 %
Surprise
Surprise
0 %

Average Rating

5 Star
0%
4 Star
0%
3 Star
0%
2 Star
0%
1 Star
0%

Leave a Reply

Your email address will not be published. Required fields are marked *

Social media & sharing icons powered by UltimatelySocial