ຂ່າວລ່າສຸດ

0 0

ໃນວັນທີ 27 ພະຈິກ 2020 ທີ່ ສະຖາບັນຄົ້ນຄວ້າເສດຖະກິດອຸດສາຫະກໍາ ແລະ ການຄ້າ ໄດ້ຈັດກອງປະຊຸມສໍາມະນາແລກປ່ຽນຄວາມຮູ້ໃນຫົວຂໍ້ “ການປັບປ່ຽນລະບົບຕ່ອງໂສ້ສະໜອງ ສິນຄ້າພາຍຫຼັງການແຜ່ລະບາດຂອງພະຍາດໃນທົ່ວໂລກເພື່ອເພີ່ມຄວາມສາມາດໃນການແຂ່ງຂັນ” ພາຍໃຕ້ການສະໜັບສະໜູນຈາກລັດຖະບານຈີນ ໂດຍຜ່ານກອງທຶນພິເສດການຮ່ວມມືແມ່ນໍ້າລ້ານຊ້າງ – ແມ່ນໍ້າຂອງ (Lancang-Mekong Special Fund) ແລະ ສະຖາບັນແມ່ນໍ້າຂອງ (Mekong Institute). ໂດຍການເປັນປະທານ ຂອງ ທ່ານ ສິລິ ສໍາພັນ ວໍຣະຈິດ, ຫົວໜ້າສະຖາບັນຄົ້ນຄວ້າເສດຖະກິດອຸດສາຫະກໍາ ແລະ ການຄ້າ, ມີແຂກເຂົ້າຮ່ວມທັງໝົດ 40 ກວ່າທ່ານ ຈາກຫ້ອງການສົ່ງເສີມ ແລະ ຄຸ້ມຄອງເຂດເສດຖະກິດພິເສດ, ກົມສົ່ງເສີມການລົງທຶນ, ກົມສົ່ງເສີມວິສາຫະກິດຂະໜາດ ແລະ ກາງ, ກົມອຸດສາຫະກໍາ ແລະ ຫັດຖະກໍາ ແລະ ພາກລັດທີ່ກ່ຽວຂ້ອງ ພ້ອມທັງສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດ, ສູນບໍລິການວິສາຫະກິດຂະໜາດນ້ອຍ ແລະ ກາງ ແລະ ຜູ້ປະກອບການໃນຂະແໜງອຸດສາຫະກໍາຕັດຫຍິບ.

 

ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອສ້າງຄວາມເຂົ້າໃຈກ່ຽວກັບການປັບປ່ຽນລະບົບຕ່ອງໂສ້ການສະໜອງວັດຖຸດິບ ພາຍຫຼັງການແຜ່ລະບາດຂອງພະຍາດໃນທົ່ວໂລກ ເພື່ອເພີ່ມຄວາມສາມາດໃນການແຂ່ງຂັນ (ກໍລະນີສຶກສາ ກ່ຽວກັບ ຂະແໜງອຸດສາຫະກຳຕັດຫຍິບ ແລະ ແຜ່ນແພ).

 

ກອງປະຊຸມສໍາມະນາໄດ້ແບ່ງອອກເປັນສອງພາກຄື:

  • ໃນພາກທີ 1 ແມ່ນຮັບຟັງການບັນຍາຍບົດຮຽນ ແລະ ປະສົບການຈາກນັກວິທະຍາກອນ ທ່ານ ປອ ສົມເດດ ໂພທິສານ ນັກຄົ້ນຄວ້າຈາກສະຖາບັນຄົ້ນຄວ້າເສດຖະກິດອຸດສາຫະກໍາ ແລະ ການຄ້າ ແລະ ທ່ານ ພອນປະເສີດ ເຮົ້າອອ່ອນຈັນ ຫົວໜ້າພະແນກ, ຫ້ອງການສົ່ງເສີມ ແລະ ຄຸ້ມຄອງເຂດເສດຖະກິດພິເສດ ທີ່ໄດ້ຜ່ານການຝຶກອົບຮົມພາຍໃຕ້ໂຄງການຝຶກອົບຮົມທາງໄກ ໃນຫົວຂໍ້ “ເພີ່ມທະວີການແຂ່ງຂັນດ້ານການຄ້າສິນຄ້າ ແລະ ການບໍລິການ: ການດຳເນີນການ ແລະ ຍຸດທະສາດພາຍຫຼັງການແຜ່ລະບາດຂອງພະຍາດໃນທົ່ວໂລກ” (Enhancing Trade Competitiveness for Goods and Services: Issues and Strategies in Post-Pandemic World” ທີ່ໄດ້ຈັດຂື້ນໃນລະຫວ່າງວັນທີ 3 – 20 ສິງຫາ 2020 ຜ່ານທາງລະບົບ Zoom Cloud Meeting.
  • ​​ພາກທີ 2: ຈະແມ່ນ “Panel discussion” ກ່ຽວກັບຜົນກະທົບຂອງໂຄວິດ- 19ຕໍ່ ກັບຂະແໜງອຸດສະຫະກຳຕັດຫຍິບ ແລະ ແຜ່ນແພ ແລະ ນະໂຍບາຍຂອງພາກລັດທີ່ກ່ຽວຂ້ອງໃນການຊ່ວຍຂະແໜງດັ່ງກ່າວໃນຊ່ວງໄລຍະການແຜ່ລະບາດຂອງພະຍາດ ແລະ ແຜນ ການໃນຕໍ່ໜ້າ ໂດຍການເປັນ Moderator ຂອງທ່ານ ວຽງສະຫວ່າງ ທິບພະວົງ ຮອງຫົວໜ້າສະຖາບັນຄົ້ນຄວ້າເສດຖະກິດອຸດສາຫະກໍາ ແລະ ການຄ້າ ເຊິ່ງຈະມີຕາງໜ້າຈາກພາກສ່ວນຕ່າງໆເຂົ້າຮ່ວມເປັນ Panelist ດັ່ງລຸ່ມນີ້:
    • ປອ ໄຊບັນດິດ ຣາຊະພົນ ປະທານສະມາຄົມຕັດຫຍິບ ນໍາສະເໜີ ສະພາບທົ່ວໄປ ແລະ ຜົນກະທົບໃນຂະແໜງອຸດສະຫະກຳຕັດຫຍິບ ແລະ ແຜ່ນແພ ແລະ ການຮັບມືຕໍ່ບັນຫາດັ່ງກ່າວຂອງສະມາຄົມຕັດຫຍິບລາວ;
    • ທ່ານ ນາງ ແສງແກ້ວ ພຸດທະວົງ ຮອງອໍານວຍການກອງທຶນສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ, ກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ, ກະຊວງ ອຸດສາຫະກໍາ ແລ ການຄ້າ ນໍາສະ ເໜີ ນະໂຍບາຍການເຂົ້າເຖິງແຫຼ່ງທຶນຂອງວິສາຫະກິດຂະໜາດນ້ອຍ ແລະ ກາງ ເພື່ອຊ່ວຍຂະແໜງ ອຸດສາຫະກໍາຕັດຫຍິບ ແລະ ແຜ່ນແພໃນຊ່ວງໄລຍະການແຜ່ລະບາດຂອງພະຍາດ ແລະ ແຜນການໃນຕໍ່ໜ້າເພື່ອຟື້ນຟູຂະແໜງການດັ່ງກ່າວ.
    • ທ່ານ ໜູໄຊ ພູມສຸວັນ ຮອງຫົວໜ້າກົມບໍລິການ, ທະນາຄານແຫ່ງສປປ ລາວ ນໍາສະເໜີ ນະໂຍບາຍ ແລະ ມາດຕະການ ເພື່ອຊ່ວຍແກ້ໄຂຜົນກະທົບຈາກສະພາບການລະບາດຂອງພະຍາດໂຄວິດ- 19, ໂດຍສະເພາະແມ່ນນະໂຍບາຍສິນເຊື່ອ ດອກເບ້ຍ 5,5% ມີເງື່ອນໄຂ ແລະ ຊ່ອງທາງການເຂົ້າເຖິງແນວໃດ.
    • ທ່ານ ພອນປະເສີດ ເຮົ້າອ່ອນຈັນ ຫົວໜ້າພະແນກ, ຫ້ອງການສົ່ງເສີມ ແລະ ຄຸ້ມຄອງເຂດເສດຖະກິດພິເສດ, ກະຊວງແຜນການ ແລະ ການລົງທຶນ ນໍາສະເໜີກ່ຽວກັບນະໂຍບາຍການສົ່ງເສີມໃນເຂດເສດຖະກິດພິເສດ

ທ່ານ ປອ ນາງ ທານຕາວັນ ມະໂນລົມ ຫົວໜ້າພະແນກຄົ້ນຄວ້ານະໂຍບາຍອຸດສາຫະກໍາ ແລະ ຫັດຖະກໍາ, ສະຖາບັນຄົ້ນຄວ້າເສດຖະກິດອຸດສາຫະກໍາ ແລະ ການຄ້າ ນໍາສະເໜີ ຜົນຂອງການຄົ້ນຄວ້າກ່ຽວກັບຜົນກະທົບຂອງໂຄວິດ- 19 ຕໍ່ຂະແໜງອຸດສາຫະກໍາຕັດຫຍິບ ຂອງສປປ ລາວ.

 

          

Happy
Happy
0 %
Sad
Sad
0 %
Excited
Excited
0 %
Sleppy
Sleppy
0 %
Angry
Angry
0 %
Surprise
Surprise
0 %

Average Rating

5 Star
0%
4 Star
0%
3 Star
0%
2 Star
0%
1 Star
0%

Leave a Reply

Your email address will not be published. Required fields are marked *

Social media & sharing icons powered by UltimatelySocial