ຂ່າວລ່າສຸດ

0 0

ສຳເລັດຝຶກອົບຮົມ ດ້ານການຄ້າສາກົນ ໃຫ້ແກ່ຄູ-ອາຈານ ຂອງສະຖາບັນການເງິນ-ການບັນຊີ ດົງຄຳຊ້າງ ໃນວັນທີ 31/01 ຫາ 04/02/2022

ການຝຶກອົບຮົມດັາງກ່າວ ແມ່ນໄດ້ຈັດຂຶ້ນພາຍໃຕ້ການເຊື້ອເຊີນຂອງສະຖາບັນການເງິນ-ການບັນຊີ ຊຶ່ງມີວິທະຍາກອນ 2 ທ່ານ ຄື ທ່ານ ນາງ ປອ ທານຕາວັນ ມະໂນລົມ ແລະ ທ່ານ ຄູນຄຳ ອິນທະສານ ຈາກສະຖາບັນອຸດສາຫະກຳ ແລະ ການຄ້າ / ວິທະຍາໄລການຄ້າ ຂອງກະຊວງອຸດສາຫະກຳ ແລະ ການຄ້າ, ທັງມີຄູ-ອາຈານ ຂອງສະຖາບັນການເງິນ-ການບັນຊີ ເຂົ້າຮ່ວມ 15 ທ່ານ ໂດຍຈຸດປະສົງຂອງການຝຶກອົບຮົມ ແມ່ນເພື່ອຍົກລະດັບຄວາມຮູ້, ຄວາມສາມາດ ແລະ ຄວາມເຂົ້າໃຈ ແລະ ນຳບົດຮຽນດັ່ງກ່າວ ເຂົ້າໃນການສ້າງ ແລະ ພັດທະນາຫລັກສູດການຄ້າສາກົນຂອງຕົນ ໃນບົດຮຽນ ຫລັກການພື້ນຖານການຄ້າສາກົນ, ໂລກາພິວັດ ແລະ ລະບົບການຄ້າໂລກ, ການນໍາໃຊ້ຖານຂໍ້ມູນການຄ້າສາກົນ, ການຄ້າຫລາຍຝ່າຍ ການຄ້າສອງຝ່າຍ, ທິດສະດີການຄ້າສາກົນແບບດັ້ງເດີມ, ການຂະຫຍາຍທິດສະດີການຄ້າສາກົນແບບດັ້ງເດີມ ແລະ ທິດສະດີການຄ້າສາກົນແ ນວໃໝ່, ແນວຄິດ ແລະ ເຫດຜົນໃນການປົກປ້ອງການຜະລິດພາຍໃນປະເທດ, ຄວາມຮູ້ທົ່ວໄປກ່ຽວກັບການຄ້າຊາຍແດນ, ພ້ອມທັງມີການສົນທະນາແລກປ່ຽນບົດຮຽນ, ຂໍ້ຄິດເຫັນ ແລະ ປະສົບການການ ການຄ້າສາກົນ
ການຝຶກອົບຮົມດັ່ງກ່າວ ໄດ້ຮັບກຽດປິດພິທີດັ່ງຈາກ ຈາກທ່ານ ສິງຄຳ ຄຳພອນ ອຳນວຍການວິທະຍາໄລການຄ້າ ແລະ ທ່ານຮອງຫົວໜ້າສະຖາບັນການເງິນ-ການບັນຊີ

News: Facebook Page

 1,611 total views,  4 views today

Happy
Happy
0 %
Sad
Sad
0 %
Excited
Excited
0 %
Sleppy
Sleppy
0 %
Angry
Angry
0 %
Surprise
Surprise
0 %

Average Rating

5 Star
0%
4 Star
0%
3 Star
0%
2 Star
0%
1 Star
0%

Leave a Reply

Your email address will not be published. Required fields are marked *

Social media & sharing icons powered by UltimatelySocial