ຂ່າວລ່າສຸດ

0 0
ກອງປະຊຸມເຜີຍແຜ່ຜົນການຄົ້ນຄວ້າ ພາຍໃຕ້ໂຄງການຄົ້ນຄວ້າຮ່ວມລະຫວ່າງສະຖາບັນອຸດສາຫະກໍາ ແລະ ການຄ້າ ແລະ ມະຫາວິທະ ຍາໄລກະເສດສາດ, ປະເທດໄທ ໃນຫົວຂໍ້: “ທ່າແຮງຂອງການສົ່ງອອກສິນຄ້າກະສິກໍາຂອງລາວໄປຍັງຕະຫລາດສະຫະພາບເອີລົບ” ຄັ້ງວັນທີ 16 ກຸມພາ 2022
ໃນວັນທີ 16 ກຸມພາ 2022, ສະຖາບັນອຸດສາຫະກໍາ ແລະ ການຄ້າ, ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຈັດກອງປະຊຸມເຜີຍແຜ່ຜົນການຄົ້ນຄວ້າ ໃນຫົວຂໍ້: “ທ່າແຮງຂອງການສົ່ງອອກສິນຄ້າກະສິກໍາຂອງລາວໄປຍັງຕະຫລາດສະຫະພາບເອີລົບ” (The Export Potential of Laos Agri-Food to the EU Market) ທີ່ຫ້ອງປະຊຸມກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ຜ່ານລະບົບທາງໄກ. ໂດຍການເປັນປະທານຂອງ ທ່ານ ປອ ແກ້ວມໍລະກົດ ສິດລາກອນ ຫົວໜ້າສະຖາບັນອຸດສາຫະກໍາ ແລະ ການຄ້າ, ກະຊວງອຸດສາຫະກໍາ ແລະ ການຄ້າ. ມີແຂກເຂົ້າຮ່ວມທັງໝົດ 40 ທ່ານ ທີ່ປະກອບມີນັກຄົ້ນຄວ້າຈາກ 5 ປະເທດເຂົ້າຮ່ວມ: ໄທ, ອິນເດຍ, ເນປານ, ສີລັງກາ, ນັກຄົ້ນຄວ້າຈາກສະຖາບັນອຸດສາຫະກໍາ ແລະ ການຄ້າ, ນັກຄົ້ນຄວ້າຈາກມະຫາວິທະຍາໄລແຫ່ງຊາດດົງໂດກ, ບັນດາກົມອ້ອມຂ້າງກະຊວງອຸດສາຫະກໍາ ແລະ ການຄ້າ, ຕາງໜ້າກະຊວງກະສິກໍາ ແລະ ປ່າໄມ້, ສະພາການຄ້າສະຫະພາບເອີລົບປະຈໍາ ສປປ ລາວ ພ້ອມຜູ້ເຂົ້າຮ່ວມຈາກຂະແໜງການທຸລະກິດທີ່ຕິດພັນກັບການສົ່ງອອກສິນຄ້າ.
ຈຸດປະສົງຂອງກອງປະຊຸມແມ່ນ ເພື່ອເຜີຍແຜ່ຜົນການຄົ້ນຄວ້າກ່ຽວກັບທ່າແຮງຂອງການສົ່ງອອກສິນຄ້າກະສິກໍາຂອງລາວໄປຍັງຕະຫລາດເອີລົບ ແລະ ປຶກສາຫາລືກ່ຽວກັບທິດທາງແຜນການໃນການແກ້ໄຂບັນຫາຕ່າງໆ ເພື່ອຊ່ວຍສົ່ງເສີມໃຫ້ມີການສົ່ງອອກສິນຄ້າກະສິກໍາໃຫ້ຫລາຍຂຶ້ນກວ່າເກົ່າ.
ກອງປະຊຸມ ໄດ້ຮັບຟັງການລາຍງານຄວາມມາເປັນມາຂອງໂຄງການ, ການນໍາສະເໜີບົດຄົ້ນຄວ້າ, ຕະຫຼອດເຖິງໄດ້ຮັບຟັງການສົນທະນາປຶກສາຫາລື ແລະ ແລກປ່ຽນຄໍາຄິດເຫັນດ້ານວິຊາການຈາກພາກສ່ວນທີ່ກ່ຽວຂ້ອງໃນການສົ່ງເສີມການສົ່ງອອກສິນຄ້າກະສິກໍາຂອງລາວ ແລະ ການຄ້າລະຫວ່າງລາວກັບສະຫະພາບເອີລົບ ໂດຍສະເພາະແມ່ນສິນຄ້າກະສິກໍາປະເພດອາຫານ ນອກນັ້ນຜູ້ເຂົ້າຮ່ວມກອງປະຊຸມຍັງໄດ້ບັນຫາພົ້ນເດັ່ນໃນການຄົ້ນຄວ້າ ເຊັນ: ອຸປະສັກ ແລະ ສິ່ງທ້າຍທາຍຂອງຜູ້ຜະລິດ ແລະ ຜູ້ສົ່ງອອກສິນຄ້າກະສິກໍາຂອງລາວຂຶ້ນມາປຶກສາຫາລື ແລະ ແລກປ່ຽນຄໍາຄິດຄໍາເຫັນຢ່າງກົງໄປກົງມາກັບບັນດາຜູ້ເຂົ້າຮ່ວມ. ຜົນທີ່ໄດ້ຮັບຈາກກອງປະຊຸມຄັ້ງນີ້ແມ່ນໄດ້ສ້າງຄວາມເຂົ້າໃຈກ່ຽວກັບສິນຄ້າທີ່ເປັນທ່າແຮງຂອງລາວທີ່ສົ່ງອອກໄປຕະຫລາດສະຫະພາບເອີລົບ, ອຸປະສັກ, ສິ່ງທ້າທາຍ ແລະ ທິດທາງວິທີການແກ້ໄຂໃນຕໍ່ໜ້າ ເພື່ອເພີ່ມຄວາມສາມາດໃນການແຂ່ງຂັນໃຫ້ກັບສິນຄ້າກະສິກໍາຂອງລາວສົ່ງອອກໄປຕະຫຼາດສະຫະພາບເອີລົບ.

 



 

 814 total views,  1 views today

Happy
Happy
0 %
Sad
Sad
0 %
Excited
Excited
0 %
Sleppy
Sleppy
0 %
Angry
Angry
0 %
Surprise
Surprise
0 %

Average Rating

5 Star
0%
4 Star
0%
3 Star
0%
2 Star
0%
1 Star
0%

Leave a Reply

Your email address will not be published. Required fields are marked *

Social media & sharing icons powered by UltimatelySocial