ຂ່າວລ່າສຸດ

0 0

ໃນວັນທີ 22 ກຸມພາ 2022 ທີ່ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ນະຄອນຫຼວງວຽງຈັນ ໄດ້ມີພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ລະຫວ່າງ ສະຖາບັນອຸດສາຫະກຳ ແລະ ການຄ້າ ແລະ ສູນບໍລິການ ວິສາຫະກິດ ຂະໜາດນ້ອຍ ແລະ ກາງ, ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ. ໂດຍການໃຫ້ກຽດເປັນປະທານຂອງ ທ່ານ ບຸນເຖິງ ດວງສະຫວັນ ຮອງລັດຖະມົນຕີ ກະຊວງ ອຸດສາຫະກຳ ແລະ ການຄ້າ, ຊຶ່ງຮ່ວມເຊັນລະຫວ່າງ ທ່ານ ປອ ແກ້ວມໍລະກົດ ສິດລາກອນ, ຫົວໜ້າສະຖາບັນອຸດສາຫະກຳແລະການຄ້າ ແລະ ທ່ານ ດາວວອນ ພະຈັນທະວົງ ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມທັງມີຜູ້ເຂົ້າຮ່ວມຈາກທັງສອງຝ່າຍ. ຈຸດປະສົງຂອງພິທີເຊັນຂໍ້ຕົກລົງການຮ່ວມມືໃນຄັ້ງນີ້ແມ່ນ ເພື່ອອຳນວຍຄວາມສະດວກໃນການຮ່ວມມືໄລຍະຍາວ, ເພື່ອສົ່ງເສີມ ແລະ ແລກປ່ຽນຄວາມຮູ້ ແລະ ວິຊາການ ລະຫວ່າງນັກຄົ້ນຄວ້າ ແລະ ນັກວິຊາການ, ເພື່ອເປັນບ່ອນອີງໃນການວາງນະໂຍບາຍ ຊ່ວຍສະໜັບສະໜຸນ ແລະ ໃຫ້ຄຳປຶກສາແກ່ ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ຂອງ ສປປ ລາວ ໃຫ້ມີຄວາມສາມາດ ແລະ ເຂັ້ມແຂງເທື່ອລະກ້າວ.

 

 23,249 total views,  1 views today

Happy
Happy
0 %
Sad
Sad
0 %
Excited
Excited
0 %
Sleppy
Sleppy
0 %
Angry
Angry
0 %
Surprise
Surprise
0 %

Average Rating

5 Star
0%
4 Star
0%
3 Star
0%
2 Star
0%
1 Star
0%

Leave a Reply

Your email address will not be published. Required fields are marked *

Social media & sharing icons powered by UltimatelySocial