ຂ່າວລ່າສຸດ

0 0

ໃນວັນທີ 18 ສິງຫາ 2022 ຜ່ານມານີ້ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕິ ກະຊວງອຸດສາຫະກຳ ແລະ ການຄ້າ ພ້ອມດ້ວຍຄະນະກົມ ໄດ້ລົງພົບປະຢ້ຽມຢາມ ສະຖາບັນອຸດສາຫະກຳ ແລະ ການຄ້າ ຊຶ່ງມີຄະນະສະຖາບັນ ແລະ ພະນັກງານ ໄດ້ຮ່ວມຕ້ອນຮັບ ຢ່າງອົບອຸ່ນ.
ໃນນີ້ ທ່ານ ປອ ແກ້ວມໍລະກົດ ສິດລາກອນ ຫົວໜ້າສະຖາບັນອຸດສາຫະກຳ ແລະ ການຄ້າ (ສອຄ) ໄດ້ຂຶ້ນລາຍງານຫຍໍ້ ໃນການຈັດຕັ້ງປະຕິບັດວຽກງານຂອງສະຖາບັນ ລວມທັງຜົນງານທີ່ຍາດມາໄດ້ໄລຍະຜ່ານມາ ແລະ ແຜນການຕໍ່ໜ້າ ໂດຍສະເພາະວຽກງານຄົ້ນຄວ້າ-ວິໄຈ, ການຝຶກອົບຮົມ ແລະ ວິທະຍາໄລການຄ້າ
ໂອກາດນີ້ ທ່ານ ລັດຖະມົນຕິ ກະຊວງອຸດສາຫະກຳ ແລະ ການຄ້າ ກໍໄດ້ໂອ້ລົມ ໃຫ້ທິດຊີ້ນຳວຽກງານຫຼາຍດ້ານ ເພື່ອເຮັດໃຫ້ວຽກງານໃນຕໍ່ຫນ້າໄດ້ມີບາດກ້າວຂະຫຍາຍຕົວ ຕາມແນວທາງຂອງພັກ-ລັດ ວາງອອກ ແລະ ປາກົດຜົນເປັນຈິງ. ຫຼັງຈາກນັ້ນ ທ່ານ ລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ລົງສໍາຫຼວດເບິ່ງພື້ນທີ່, ຫ້ອງປະຊຸມ/ຝຶກອົບຮົມ,​ ຫ້ອງຮຽນຂອງວິທະຍາໄລ ແລະ ຫ້ອງການຕ່າງໆຂອງສະຖາບັນ ອຄ.

 

 1,286 total views,  1 views today

Happy
Happy
0 %
Sad
Sad
0 %
Excited
Excited
0 %
Sleppy
Sleppy
0 %
Angry
Angry
0 %
Surprise
Surprise
0 %

Average Rating

5 Star
0%
4 Star
0%
3 Star
0%
2 Star
0%
1 Star
0%

Leave a Reply

Your email address will not be published. Required fields are marked *

Social media & sharing icons powered by UltimatelySocial