ຂ່າວລ່າສຸດ

1 1

ໃນລະຫວ່າງວັນທີ 10-11 ສິງຫາ 2022 ສະຖາບັນອຸດສາຫະກຳ ແລະ ການຄ້າ (ສອຄ) ໄດ້ຮ່ວມຈັດຝຶກອົບຮົມ ການເຂົ້າຫາແຫຼ່ງທຶນ ແລະ ການຫັນເປັນດິຈີຕອລຂອງ SMEs ໃນ ສປປ ລາວ ໂດຍການເປັນປະທານຂອງ ທ່ານ ວຽງສະຫວ່າງ ທິບພະວົງ ຮອງຫົວໜ້າສະຖາບັນ ອຄ ຊຶ່ງມີຜູ້ເຂົ້າຮ່ວມ ເປັນ ຜູ້ປະກອບການ SMEs, ກະເສດຕະກອນ, ອາຈານ-ນັກຮຽນ ແລະ ພະນັກງານລັດຈາກ ທົ່ວປະເທດ (ໂດຍສະເພາະພະນັກງານການຄ້າ ຂັ້ນເມືອງ ຂັ້ນແຂວງ). ການສຳມະນາ/ຝຶກອົບຮົມນີ້ ແມ່ນໄດ້ຮັບທຶນສະຫນັບສະຫນູນຈາກໂຄງການຂອງສະຖາບັນແມ່ນ້ຳຂອງ ແລະ ສປ. ຈີນ, ຊຶ່ງທາງຝ່າຍໂຄງການສະໜັບສະໜູນນີ້ ໄດ້ສົ່ງຕົວແທນເຂົ້າຮ່ວມສັງເກເການ ຄື ທ່ານ ນາງ ຍູພາພອນ ສິຣິບັດ, ຜູ້ປະສານງານໂຄການ.
ໃນການຝຶກອົບຮົມຄັ້ງນີ້ ກໍເພື່ອສ້າງຄວາມຮູ້, ຄວາມເຊົ້າໃຈ ແລະ ການປຶກສາຫາລື ລະຫວ່າງຜູ້ບັນຍາຍ ເເລະ ຜູ້ເຂົ້າຮ່ວມ ຈໍານວນທັງຫມົດ 50 ທ່ານ ຊຶ່ງຜູ້ບັນຍາຍ ມາຈາກທະນາຄານທຸລະກິດ (ທີ່ໄດ້ຮັບທຶນດອກເບ້ຍຕໍ່າ ເພື່ອປ່ອຍກູ້ໃຫ້ ຜູ້ປະກອບການ SMEs), ມາຈາກ ສະຖາບັນການເງິນຈຸລະພາກ, ທະນາຄານແຫ່ງຊາດ, ຜູ້ປະກອບການ SMEs ທີ່ໄດ້ຮັບທຶນດອກເບ້ຍຕໍ່າ ແລະ ມາຈາກສະຖາບັນອຸດສາຫະກໍາ ແລະ ການຄ້າ.
ຜູ້ເຂົ້າຮ່ວມຝຶກອົບຮົມນີ້ ແມ່ນມີຄວາມຕັ້ງໃຈ ສົນອົກ ສົນໃຈ ແລະ ໄດ້ຮັບຄວາມຮູ້
ປະສົບການໂຕຈິງ ທີ່ກ່ຽວຂ້ອງກັບແຫລ່ງທຶນກູ້ຍືມດອກເບ້ຍຕໍ່າ ທັງໄດ້ຮັບຊີ້ແຈ້ງ ອະທິບາຍແກ້ໄຂຂໍ້ຂ້ອງໃຈ ຢ່າງລົງເລິກລາຍລະອຽດ ແຕ່ລະປະເດັນໆ ໃນການເຂົ້າຫາແຫຼ່ງເງິນກູ້ດອກເບ້ຍຕໍ່າ

 

 

 

 

 1,418 total views,  1 views today

Happy
Happy
0 %
Sad
Sad
0 %
Excited
Excited
0 %
Sleppy
Sleppy
0 %
Angry
Angry
0 %
Surprise
Surprise
0 %

Average Rating

5 Star
0%
4 Star
0%
3 Star
0%
2 Star
0%
1 Star
0%

Leave a Reply

Your email address will not be published. Required fields are marked *

Social media & sharing icons powered by UltimatelySocial